ສະຫາຍເລຂາທິການໃຫຍ່ ເນັ້ນໃຫ້ ອົງຄະນະພັກ ນວ ຊຸດໃໝ່ນຳເອົາຂໍ້ຄົງຄ້າງ ແລະ ທິດທາງແຜນການໄປຜັນຂະຫຍາຍໃຫ້ມີປະສິດທິຜົນສູງ

ໃນໂອກາດທີ່ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດ ໄດ້ໂອ້ລົມຕໍ່ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກນະຄອນຫຼວງວຽງຈັນຄັ້ງທີ VIII ໃນວັນທີ 26 ກັນຍາ 2025 ທີ່ ຫໍປະຊຸມແຫ່ງຊາດ ສະຫາຍໄດ້ເນັ້ນໃຫ້ອົງຄະນະພັກ ນວ ຊຸດໃໝ່ນຳເອົາຂໍ້ຄົງຄ້າງ ແລະ ທິດທາງແຜນການໄປຜັນຂະຫຍາຍໃຫ້ມີປະສິດທິຜົນສູງເປັນຕົ້ນ: ໃຫ້ ສືບຕໍ່ເອົາໃຈໃສ່ ດ້ານການເມືອງແນວຄິດ ຖືເອົາການສຶກສາອົບຮົມ ການເມືອງ-ແນວຄິດ ເປັນກົກ ຕ້ອງເຮັດໃຫ້ເລິກເຊິ່ງກວ່າເກົ່າ ທັງເຮັດໃຫ້ຖືກກັບເປົ້າໝາຍ ທີ່ຢາກແກ້ໄຂ ດ້ວຍຫຼາຍວິທີການ ແລະ ຫຼາຍມາດຕະການ, ສັງຄົມ ທົ່ວປວງຊົນ ເຂົ້າຮ່ວມໃນການຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ ແຜນພັດ ທະນາ ແລະ ກົດໝາຍຂອງລັດ ຢ່າງເປັນຂະບວນກວ້າງຂວາງກວ່າເກົ່າ ພັດທະນາເສດ ຖະກິດ ນະຄອນຫຼວງວຽງຈັນ ໃຫ້ຂະ ຫຍາຍຕົວຢ່າງຕໍ່ເນື່ອງ ເຂັ້ມແຂງ ແລະ ເປັນເອກະລາດ ເປັນເຈົ້າຕົນເອງ ໂຄງປະກອບເສດຖະກິດ ກະສິກຳ ອຸດສາຫະກຳ ແລະ ບໍລິການ ຂະຫຍາຍຕົວຢ່າງກົມກຽວ ແລະ ຖືກທິດ ຖືກທາງ ຕາມກົນໄກຕະຫຼາດທີ່ມີການດັດສົມຂອງລັດ ແລະ ວຽກງານອື່ນໆ.

ໃຫ້ສືບຕໍ່ນໍາພາ-ຊີ້ນໍາ ການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງນີ້ ໃຫ້ເປັນແຜນງານ ໂຄງການ ແລະ ສ້າງເປັນນິ ຕິກຳລະອຽດ ໃນການຈັດຕັ້ງປະຕິບັດ ໂດຍເລີ່ມຈາກການເຜີຍແຜ່ ເຊື່ອມຊຶມ ໃນຄະນະບໍລິຫານງານພັກ ລົງໄປເຖິງຮາກຖານພັກແຕ່ລະຂັ້ນ ເພື່ອສ້າງຄວາມຮັບຮູ້ ເຂົ້າໃຈເປັນເອກະພາບກັນທາງດ້ານທັດສະນະ ແລະ ການກະທໍາຕົວຈິງ ມີຄວາມເປັນເຈົ້າການຮ່ວມກັນ ໃນການ ຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ຄັ້ງນີ້ຢ່າງເປັນຂະບວນ ຢ່າງແຂງແຮງ ຕໍ່ເນື່ອງ ແລະ ມີປະສິດທິຜົນ, ໃຫ້ຮີບຮ້ອນແບ່ງວຽກ-ແບ່ງຄວາມຮັບຜິດຊອບ ພາຍໃນຄະນະບໍລິຫານງານພັກ ຄະນະປະຈຳພັກ ໃຫ້ລະອຽດ ຈະແຈ້ງ ເຮັດໃຫ້ນະຄອນຫຼວງວຽງຈັນ ກາຍເປັນ ນະຄອນໜ້າຢູ່ ຢືນຍົງ ແລະ ທັນສະໄໝ ຕາມຄໍາຂັວນ ທີ່ໄດ້ກຳນົດອອກ, ຄະນະບໍລິຫານພັກ ນະຄອນຫຼວງ ຕ້ອງຍຶດໝັ້ນ ແລະ ປະຕິບັດຢ່າງເຂັ້ມງວດ ບັນດາຫຼັກການ ລະບອບແບບແຜນວິທີນຳພາຂອງພັກ ແລະ ມີຄວາມຮັບຜິດຊອບໂດຍກົງ ຕໍ່ຜົນໄດ້ ຜົນເສຍຂອງວຽກງານທີ່ຖືກມອບໝາຍ, ເດັດຂາດແກ້ໄຂການປະພຶດແບບອາດຍາສິດ ສໍ້ລາດບັງຫຼວງ, ເສື່ອມທາດຂາດຄູນ ສ້າງໄດ້ຄວາມເຊື່ອໝັ້ນຈາກມະຫາຊົນ,
ສືບຕໍ່ຕັ້ງໜ້າເຝິກຝົນຕົນເອງທາງດ້ານຄຸນທາດການເມືອງ ຄຸນສົມບັດ ສິນທໍາປະຕິວັດ ເປັນແບບ ຢ່າງນໍາໜ້າ ດ້ານຄວາມຈົງຮັກພັກດີ ແລະ ຄວາມຊື່ສັດບໍລິສຸດ ຕໍ່ອຸດົມການຂອງພັກ ແລະ ຜົນປະໂຫຍດຂອງປະເທດຊາດ, ມີຄວາມສາມັກຄີ ຮັກແພງ ແລະ ມີຄວາມຈິງໃຈຕໍ່ໝູ່ຄະນະ ແລະ ຊ່ວຍ ເຫຼືອກໍ່ສ້າງໝູ່ຄະນະ ໃຫ້ມີຄວາມເຂັ້ມແຂງ ດໍາລົງຊີວິດແບບປອດໃສ ຂາວສະອາດ, ດຸໝັ່ນ ຊື່ສັດ ຕັ້ງໜ້າຄົ້ນຄວ້າຮໍ່າຮຽນ ເພື່ອຍົກລະດັບດ້ານຕ່າງໆຂອງຕົນ ໃຫ້ສູງຂຶ້ນຢ່າງບໍ່ຢຸດຢັ້ງ, ພ້ອມທັງເອົາໃຈໃສ່ກຳນົດເຂດພັດທະນະຢ່າງຈະແຈ້ງ ແລະ ຕ້ອງມີນະໂຍບາຍສົ່ງເສີມການລົງທຶນເພື່ອດຶງ ດູດການລົງທຶນໃຫ້ຫຼາຍຂຶ້ນ ແລະ ຕ້ອງເຂົ້າໄປຮ່ວມຊີ້ນຳຮ່ວມກັບພາກສ່ວນກ່ຽວຂ້ອງໃນນາມເປັນເຈົ້າຂອງທີ່ຕັ້ງເພື່ອແນະນຳການໃຫ້ການບໍລິການ ການພັດທະນາ ແລະ ສ້າງລາຍຮັບເຂົ້າສູ່ງົບປະມານໃຫ້ຫຼາຍຂຶ້ນ, ພ້ອມນັ້ນ ນວ ຕ້ອງເອົາໃຈໃສ່ເປັນເຈົ້າ ການຄຸ້ມຄອງ ແລະ ແກ້ໄຂສະຖານທີ່ຫຼໍ່ແຫຼມທີ່ລະເມີດກົດໝາຍໃຫ້ໄດ້ຢ່າງຂາດຕົວ ແລະ ເປັນຮູບປະທຳ, ສືບຕໍ່ສ້າງໃຫ້ ນວໄດ້ ຮັບການພັດທະນາ ແລະ ຂະຫຍາຍຕົວຕໍ່ເນື່ອງ ເພື່ອເປັນຕົວແບບໃຫ້ແຂວງຕ່າງໃນທົ່ວປະເທດ ແລະ ຕ້ອງຮັບປະກັນປ້ອງກັນຊາດ ປ້ອງກັນຄວາມສະຫງົບ ພ້ອມທັງເອົາໃຈໃສ່ຜະລິດສະບຽງອາຫານ ແລະ ຜະລິດເປັນສິນຄ້າໃຫ້ນັບມື້ນັບຫຼາຍຂຶ້ນ.
ທີ່ມາ: ຂ່າວສານປະເທດລາວ
