ທ່ານ ທຣໍາ ລົງນາມຄໍາສັ່ງ ເປີດທາງເຈລະຈາຂາຍ TikTok ໃຫ້ນັກລົງທຶນອາເມລິກາ
ປະທານາທິບໍດີ ໂດນັລ ທຣໍາ ລົງນາມໃນຄໍາສັ່ງຝ່າຍບໍລິຫານ ໃນວັນທີ 25 ກັນຍາ ເພື່ອອໍານວຍຄວາມສະດວກ ແລະ ເປີດທາງໄປສູ່ການເຮັດຂໍ້ຕົກລົງຂາຍກິດຈະການ TikTok ແລະ ໂອນກໍາມະສິດໃນສິນຊັບສ່ວນໃຫຍ່ຂອງແອັບພລິເຄຊັນຈາກບໍລິສັດແມ່ຄື ByteDance ໃຫ້ນັກລົງທຶນອາເມລິກາ.
ທ່ານ ທຣໍາ ປະກາດວ່າແຜນຂາຍ TikTok ໃຫ້ນັກລົງທຶນອາເມລິກາ ແລະ ນັກລົງທຶນທົ່ວໂລກ ຈະເປັນການແກ້ໄຂຂໍ້ກໍານົດດ້ານຄວາມໝັ້ນຄົງແຫ່ງຊາດໃນກົດໝາຍປີ 2024.
ຂະນະທີ່ຄໍາສັ່ງດັ່ງກ່າວ ກໍານົດໄລຍະເວລາສໍາລັບການຂາຍກິດຈະການໃຫ້ສໍາເລັດພາຍໃນ 120 ວັນ ໂດຍເປັນໄປຕາມກົດໝາຍ ທີ່ກໍານົດໃຫ້ບໍລິສັດຈີນ ByteDance ຕ້ອງຂາຍສິນຊັບໃນອາເມລິກາເພື່ອຫລີກລ່ຽງການຖືກຫ້າມນໍາໃຊ້.
ພາຍໃຕ້ກອບຂໍ້ຕົກລົງສະບັບໃໝ່ທີ່ລະບຸໄວ້ໃນຄໍາສັ່ງຝ່າຍບໍລິຫານ ByteDance ແລະ ບໍລິສັດໃນເຄືອຈະຖືກຫຸ້ນໃນ TikTok ນ້ອຍກວ່າ 20%. ຂະນະທີ່ ກຸ່ມນັກລົງທຶນບາງແຫ່ງຈະຖືກຫຸ້ນ 80%.
ຂະນະທີ່ແຜນດັ່ງກ່າວຈະບັນລຸຂໍ້ກໍານົດໃນການໂອນກິດຈະການ ເຊິ່ງຈໍາເປັນສໍາລັບ TikTok ເພື່ອໃຫ້ສອດຄ່ອງກັບກົດໝາຍຂອງລັດຖະບານກາງອາເມລິກາ.
ເບື້ອງຕົ້ນຍັງບໍ່ຊັດເຈນວ່າ: ກຸ່ມນັກລົງທຶນອາເມລິກາແຫ່ງໃດຈະເຮັດຂໍ້ຕົກລົງຊື້ TikTok, ແຕ່ທ່ານ ທຣໍາ ກ່າວລະຫວ່າງການລົງນາມວ່າບໍລິສັດ Oracle ແລະ ຜູ້ຮ່ວມສ້າງຕັ້ງຄື Larry Ellison ຈະມີບົດບາດສໍາຄັນ ແລະ ຈະມີ Michael Dell ຜູ້ປະກອບການດ້ານເທກ ແລະ Rupert Murdoch ເຈົ້າພໍ່ສື່ ຮ່ວມນໍາ.
ຂະນະທີ່ Reuters ອ້າງຂໍ້ມູນແຫລ່ງຂ່າວວ່າ: ກຸ່ມນັກລົງທຶນ 3 ແຫ່ງ ໄດ້ແກ່ Oracle, MGX ແລະ ບໍລິສັດລົງທຶນໃນຫຸ້ນນອກຕະຫລາດຄື Silver Lake ຈະເຂົ້າຖືຫຸ້ນໃນ TikTok US ປະມານ 50%.
ອ້າງອີງ:
- https://www.channelnewsasia.com/world/trump-signs-order-declaring-tiktok-sale-plan-meets-us-requirements-5370216
- https://www.nbcnews.com/tech/tech-news/trump-signs-executive-order-tiktok-deal-know-rcna233518
- https://www.aljazeera.com/economy/2025/9/25/us-president-donald-trump-signs-order-outlining-tiktok-sale-plan
