ສະຫາຍ ອານຸພາບ ຕຸນາລົມ ໄດ້ຮັບການເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກ ນະຄອນຫລວງວຽງຈັນ

ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກ ນະຄອນຫຼວງວຽງຈັນ ຄັ້ງທີ 8 ທີ່ດຳເນີນໄປໃນ ວັນທີ 26 ກັນຍາ 2025, ຢູ່ຫໍປະຊຸມແຫ່ງຊາດ ພາຍໃຕ້ການເຂົ້າຮ່ວມຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິ ການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ, ປະທານປະເທດແຫ່ງ ສປປ ລາວ.

ກອງປະຊຸມໄດ້ແຈ້ງຜົນຂອງກອງປະຊຸມຄັ້ງປະຄົມມະລຶກ ຕໍ່ຜູ້ແທນກອງປະຊຸມໃຫຍ່, ທີ່ຜູ້ແທນໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນ ຄັດເລືອກເອົາຄະນະບໍລິຫານງານພັກ ນະຄອນຫລວງວຽງຈັນ ຊຸດໃໝ່ ບົນພື້ນຖານຫຼັກການລວມສູນປະຊາທິປະໄຕ, ຖືກຕ້ອງສອດຄ່ອງກັບມາດຖານ-ເງື່ອນໄຂທີ່ໄດ້ກໍານົດຢ່າງເຂັ້ມງວດ, ມີຜູ້ສະໝັກເລືອກຕັ້ງທັງໝົດ 46 ສະຫາຍ, ເລືອກໄດ້ 41 ສະຫາຍ.

ກອງປະຊຸມ ໄດ້ເລືອກຕັ້ງເອົາ ຄະນະປະຈຳພັກ: ປະກອບມີ 13 ສະຫາຍ, ຍິງ 2 ສະຫາຍ

  1. ສະຫາຍ ປອ. ອານຸພາບ ຕຸນາລົມ
  2. ສະຫາຍ ປອ. ອາດສະພັງທອງ ສີພັນດອນ
  3. ສະຫາຍ ສີລິລາດທົງສິນ ທອງເພັງ
  4. ສະຫາຍ ພົຈວ. ປອ. ບົວພັນ ຟອງມະນີ
  5. ສະຫາຍ ປອ. ໂພຄໍາ ໄຊຍະສອນ
  6. ສະຫາຍ ປອ. ນາງ ວິໄລວອນ ຈັນທະລາຕີ
  7. ສະຫາຍ ທະນົງໄຊ ຄຸດໄພທູນ
  8. ສະຫາຍ ປອ. ພູທອນ ແກ້ວດວງມະນີ
  9. ສະຫາຍ ບຸນເພັງ ສີນະວົງພອນ
  10. ສະຫາຍ ທະວີໄຊ ເໝົາຊົມພູ
  11. ສະຫາຍ ພົຈວ. ໂສພາວັນ ທໍາມະເທວາ
  12. ສະຫາຍ ພົງສະຫວັນ ສີລິພັນ
  13. ສະຫາຍ ນາງ ສຸມາລີ ທໍາມະວົງ

ເລືອກຕັ້ງເອົາ ເລຂາ, ຮອງເລຂາຄະນະບໍລິຫານງານພັກ

  1. ສະຫາຍ ປອ. ອານຸພາບ ຕຸນາລົມ ເປັນເລຂາຄະນະບໍລິຫານງານພັກ
  2. ສະຫາຍ ປອ. ອາດສະພັງທອງ ສີພັນດອນ ເປັນຮອງເລຂາຄະນະບໍລິຫານງານພັກ
  3. ສະຫາຍ ສີລິລາດທົງສິນ ທອງເພັງ ເປັນຮອງເລຂາຄະນະບໍລິຫານງານພັກ

ເລືອກຕັ້ງເອົາ ປະທານ ແລະ ຮອງປະທານຄະນະກວດກາພັກ

  1. ສະຫາຍ ບຸນເພັງ ສີນະວົງພອນ ເປັນປະທານຄະນະກວດກາພັກ
  2. ສະຫາຍ ບຸນວັນ ຈະສົ໋ວເກົ້າ ເປັນຮອງປະທານຄະນະກວດກາພັກ
  3. ສະຫາຍ ວັນນະສອນ ກຸມພົນ ເປັນຮອງປະທານຄະນະກວດກາພັກ
  4. ສະຫາຍ ນາງ ບົວລະພັນ ທິລະສັກ ເປັນຮອງປະທານຄະນະກວດກາພັກ
  5. ສະຫາຍ ສົມມິດ ສີບຸນມີ ເປັນຮອງປະທານຄະນະກວດກາພັກ

ທີ່ມາ: ໜັງສືພິມວຽງຈັນໃໝ່