ເຕືອນໄພ! ດື່ມຊາໄຂ່ມຸກແທນນ້ຳລ້າ ສ່ຽງເປັນໜິ້ວໝາກໄຂ່ຫລັງ
ຜູ້ຊ່ຽວຊານດ້ານສຸຂະພາບ ໄດ້ອອກມາເຕືອນກຸ່ມຄົນຮຸ່ນໃໝ່, ໂດຍສະເພາະ “ຄົນທີ່ມັກຊາໄຂ່ມຸກ”ຈາກກໍລະນີຂອງຍິງສາວໄຕ້ຫວັນຄົນໜຶ່ງທີ່ ດື່ມຊາໄຂ່ມຸກແທນນ້ຳລ້າເປັນປະຈຳທຸກມື້ ຈົນເກີດມີໜິ້ວໝາກໄຂ່ຫລັງຫລາຍກວ່າ 300 ກ້ອນ. ສຸດທ້າຍກໍຕ້ອງເຂົ້າຮັບການປິ່ນປົວຢູ່ໂຮງໝໍ ເຊິ່ງໄດ້ສ້າງຄວາມຕົກໃຈໃນສັງຄົມອອນລາຍເປັນຢ່າງຍິ່ງ.
ໂດຍແພດໄດ້ລະບຸວ່າ: ກໍລະນີນີ້ເກີດຈາກການ ສະສົມຂອງນ້ຳຕານ ແລະ ສານບາງຊະນິດໃນຊາໄຂ່ມຸກ, ເມັດໄຂ່ມຸກທີ່ເຮັດມາຈາກແປ້ງມັນຕົ້ນ ເຖິງຈະເບິ່ງຄືເປັນພຽງຄາໂບໄຮເດຣດທຳມະດາ, ແຕ່ເມື່ອຖືກແຊ່ໃນນ້ຳເຊື່ອມທີ່ເຂັ້ມຂຸ້ນຈະເຮັດໃຫ້ປະລິມານນ້ຳຕານເພີ່ມຂຶ້ນຢ່າງຫລວງຫລາຍ. ໃນຂະນະດຽວກັນ ໃນຊານົມເອງ ກໍມີສ່ວນປະສົມຂອງ ຟອສເຟດ ແລະ ສານອອກຊາເລດ ຈາກໃບຊາ ເຊິ່ງເມື່ອກິນຢ່າງຕໍ່ເນື່ອງເປັນເວລາດົນ ສາມາດກໍ່ໃຫ້ເກີດການ ຕົກຜຶກໃນໄຂ່ຫລັງ ຈົນກາຍເປັນໜິ້ວໄດ້.
ແພດຜູ້ຊ່ຽວຊານດ້ານພະຍາດໄຂ່ຫລັງ ໄດ້ຊີ້ໃຫ້ເຫັນວ່າ: ການດື່ມຊາໄຂ່ມຸກທຸກມື້ ແທນນ້ຳລ້າ, ບໍ່ພຽງແຕ່ເພີ່ມຄວາມສ່ຽງຂອງພະຍາດໜິ້ວໝາກໄຂ່ຫລັງເທົ່ານັ້ນ, ແຕ່ຍັງມັນຍັງມີສ່ວນກ່ຽວຂ້ອງກັບ ພະຍາດເບົາຫວານ, ຄວາມດັນເລືອດສູງ ແລະ ພະຍາດໄຂ່ຫລັງຊໍາເຮື້ອ ນຳອີກ. ດັ່ງນັ້ນ, ຈຶ່ງໄດ້ແນະນຳໃຫ້ ຫລຸດປະລິມານການດື່ມລົງ ໃຫ້ເຫລືອພຽງ 1 ຈອກຕໍ່ອາທິດ ແລະ ຄວນເລືອກ ສູດຫລຸດຄວາມຫວານ ຫລື ງົດໃສ່ເມັດໄຂ່ມຸກ ເພື່ອຫລຸດຜ່ອນຄວາມສ່ຽງ.
ຄຳແນະນຳເພີ່ມເຕີມ
ສໍາລັບຜູ້ທີ່ມີພະຍາດປະຈຳຕົວ ເຊັ່ນ: ເບົາຫວານ ຫລື ມີພາວະໄຂ່ຫລັງຜິດປົກກະຕິຢູ່ແລ້ວ, ຄວນ ຫລີກລ່ຽງການດື່ມເຄື່ອງດື່ມປະເພດນີ້ຢ່າງເດັດຂາດ ເພື່ອປ້ອງກັນບໍ່ໃຫ້ອາການຮ້າຍແຮງຂຶ້ນ.
ກໍລະນີດັ່ງກ່າວເປັນ ອຸທາຫອນ ໃຫ້ຜູ້ບໍລິໂພກຫັນມາ ໃສ່ໃຈເຖິງຜົນເສຍຂອງການດື່ມເຄື່ອງດື່ມທີ່ຫວານເກີນຄວນ, ພ້ອມທັງຢໍ້າວ່າ “ນ້ຳລ້າ” ຍັງເປັນທາງເລືອກທີ່ດີທີ່ສຸດສຳລັບການເບິ່ງແຍງສຸຂະພາບໃນໄລຍະຍາວ.
