ສານຝຣັ່ງຕັດສິນໃຫ້ທ່ານ ນິໂກລາສ ຊາໂກຊີ ອະດີດປະທານາທິບໍດີ ຕິດຄຸກ 5 ປີ ຂໍ້ຫາຮັບເງິນລິບີ
ທ່ານ ນິໂກລາສ ຊາໂກຊີ ອະດີດປະທານາທິບໍດີຝຣັ່ງ ຖືກສານຕັດສິນໃຫ້ຕິດຄຸກ 5 ປີ ຫລັງຈາກພົບຫລັກຖານວ່າ: ທ່ານມີຄວາມຜິດຂໍ້ຫາສົມຮູ້ຮ່ວມຄິດທາງອາຍາ (Criminal Conspiracy) ໃນຄະດີທີ່ກ່ຽວຂ້ອງກັບເງິນທຶນຜິດກົດໝາຍມູນຄ່າຫລາຍລ້ານເອີໂຣຈາກທ່ານ ມູອໍາມາ ກັດດາຟີ ອະດີດຜູ້ນໍາລິບີ ພ້ອມຖືກສັ່ງອີກ 100,000 ເອີໂຣ.
ສານອາຍານະຄອນຫລວງປາຣີສໄດ້ຍົກຟ້ອງ “ຂໍ້ຫາອື່ນ” ທັງໝົດ ລວມທັງຂໍ້ຫາສໍ້ລາດບັງຫລວງ ແລະ ການໃຊ້ເງິນຫາສຽງຢ່າງຜິດກົດໝາຍ ໂດຍຄໍາຕັດສິນນີ້ໝາຍຄວາມວ່າ: ທ່ານ ຊາໂກຊີ ຈະຕ້ອງເຂົ້າຄຸກ ເຖິງວ່າຈະມີການຍື່ນອຸທອນ ເຊິ່ງທ່ານ ຊາໂກຊີ ຢືນຢັນວ່າຈະເລັ່ງດໍາເນີນໃນຂັ້ນຕອນທາງກົດໝາຍຕໍ່ໄປ.
ຫລັງການພິຈາລະນາຄະດີ ໃນວັນທີ 25 ກັນຍາ ຕາມເວລາທ້ອງຖິ່ນ, ທ່ານ ຊາໂກຊີ ກ່າວວ່າ: ຄໍາພິພາກສານີ້ເປັນ “ເລື່ອງຮ້າຍແຮງຕໍ່ຫລັກນິຕິທໍາ ແລະ ຕໍ່ຄວາມເຊື່ອໝັ້ນທີ່ປະຊາຊົນມີຕໍ່ຂະບວນການຍຸຕິທໍາ”. ພ້ອມອ້າງວ່າ: ສິ່ງທີ່ເກີດຂຶ້ນນີ້ມີແຮງຈູງໃຈທາງການເມືອງແອບແຝງ.
ທ່ານ ຊາໂກຊີ ຖືກກ່າວຫາວ່າ: ໃຊ້ເງິນຈາກທ່ານ ກັດດາຟີ ເພື່ອຫາສຽງເລືອກຕັ້ງປະທານາທິບໍດີຝຣັ່ງໃນປີ 2007 ໂດຍອະນຸຍາດໃຫ້ຜູ້ຊ່ວຍຕິດຕໍ່ກັບເຈົ້າໜ້າທີ່ລິບີ ເພື່ອຫາການສະໜັບສະໜູນທາງການເງິນ ເຊິ່ງໄອຍະການອ້າງວ່າ: ທ່ານ ຊາໂກຊີ ສັນຍາວ່າຈະຊ່ວຍທ່ານ ກັດດາຟີ ປ່ຽນແປງພາບພົດຈາກຄົນຢູ່ນອກສາຍຕາໃນບັນດາປະເທດຕາເວັນຕົກ ເປັນການແລກປ່ຽນ.
ເຖິງຢ່າງໃດກໍຕາມ, ສານຕັດສິນວ່າ: “ບໍ່ມີຫລັກຖານພຽງພໍ” ທີ່ຈະພິສູດວ່າ: ທ່ານ ຊາໂກຊີ ເປັນຜູ້ໄດ້ຮັບຜົນປະໂຫຍດໂດຍກົງຈາກເງິນຫາສຽງທີ່ຜິດກົດໝາຍ.
ທ່ານ ຊາໂກຊີ ອາດຖືກສົ່ງເຂົ້າຄຸກໃນນະຄອນຫລວງປາຣີສມໍ່ໆນີ້ ເຊິ່ງຖືເປັນຄັ້ງທໍາອິດທີ່ອະດີດປະທານາທິບໍດີຝຣັ່ງຕ້ອງຜະເຊີນໂທດຕິດຄຸກ ໂດຍການສອບສວນຄະດີນີ້ເລີ່ມຂຶ້ນໃນປີ 2013 ສອງປີຫລັງຈາກທ່ານ ໄຊ ອັລ-ອິສລາມ ລູກຊາຍຂອງທ່ານ ກັດດາຟີ ກ່າວຫາວ່າ: ທ່ານ ຊາໂກຊີ ຮັບເງິນຫລາຍລ້ານເອີໂຣຈາກພໍ່ຂອງລາວ ເພື່ອເອົາໄປໃຊ້ຫາສຽງເລືອກຕັ້ງ.
ອ້າງອີງ:
