ປກສ ເມືອງໝື່ນ ເຮັດບົດບັນທຶກ ສຶກສາອົບຮົມກຸ່ມແກັງດັດແປງເຕັກນິກ ແລະ ຂີ່ລົດໄວໃຊ້ສຽງດັງ
ວັນທີ 25 ກັນຍາ 2025 ເຈົ້າໜ້າທີ່ຕຳຫລວດກອງບັນຊາການ ປກສ ເມືອງໝື່ນ ແຂວງວຽງຈັນ ໄດ້ສຶກສາອົບຮົມກຸ່ມແກັງຂີ່ລົດໃຊ້ສຽງດັງ ແລະ ດັດແປງສະພາບເຕັກນິກລົດ ໂດຍການເຂົ້າຮ່ວມຂອງ ພັທ ຄຳປະສົງ ສະເໜ່ຫາ ຫົວໜ້າພະແນກຕຳຫລວດ, ພັຕ ສິລິວັນ ສີອັກຄະສອນ ຮອງຫົວໜ້າພະແນກຕຳຫລວດ ຫົວໜ້າກອງຈະລາຈອນ ພ້ອມດ້ວຍພະນັກງານວິຊາສະເພາະ, ພໍ່ແມ່ຜູ້ປົກຄອງ ແລະ ພ້ອມກຸ່ມແກ໋ງທີ່ຖືກສຶກສາອົບຮົມຈຳນວນ 23 ຄົນເຂົ້າຮ່ວມ.
ພັຕ ສິລິວັນ ສີອັກຄະສອນ ຮອງຫົວໜ້າພະແນກຕຳຫລວດ ຫົວໜ້າກອງຈະລາຈອນໄດ້ ຂື້ນຜ່ານລະບຽບກົດໝາຍຕ່າງໆ, ພ້ອມທັງ ສຶກສາອົບຮົມນັກຂັບຂີ່ທີ່ດັດແປງສະພາບເຕັກນິກລົດໂດຍອີງໃສ່ນະໂຍບາຍຂອງພັກ, ລະບຽບຂອງລັດ ເພື່ອໃຫ້ຜູ້ກ່ຽວເອົາໃຈໃສ່ ແລະ ມີສະຕິຕໍ່ການຂັບຂີ່ຕາມທ້ອງຖະນົນໃຫ້ສັງຄົມມີຄວາມເປັນລະບຽບຮຽບຮ້ອຍດີ ເຮັດໃຫ້ການເກີດອຸປະຕິເຫດຫຼຸດໜ້ອຍຖອຍລົງໄປເທື່ອລະກ້າວ, ໂດຍໃຫ້ນັກຝຶກອົບຮົມຢຸດເຊົ່າການດັດແປງສະພາບເຕັກນິກລົດການເຄື່ອນ ໄຫວຕ່າງໆທີຜິດກົດໝາຍ, ພ້ອມນີ້ຍັງໃຫ້ນັກຂັບຂີ່ມ້າງອາໄຫລ່ ທີ່ມີການດັດແປງສະພາບເຕັກນິກລົດຈັກອອກ ແລ້ວເອົາອາໄຫຼ່ໃໝ່ມາປະກອບໃສ່ຄື່ນໃຫ້ຖືກຕ້ອງ, ສ່ວນອາໄຫລ່ທີ່ຖືກປ່ຽນເຈົ້າໜ້າທີ່ໄດ້ເກັບຮັກສາໄວ້ຢູ່ສາງກອງບັນຊາການ ປກສ ເມືອງ.
ຈາກນັ້ນ, ເຈົ້າໜ້າທີ່ວິຊາສະເພາະຍັງໄດ້ເຮັດບົດບັນທຶກເພື່ອບໍ່ໃຫ້ຜູ້ກ່ຽວກັບມາກະທຳຜິດອີກ ພ້ອມທັງ ມອບຜູ້ກ່ຽວ ແລະ ລົດຈັກຈຳນວນ 15 ຄັນ ຄືນໃຫ້ພໍ່ແມ່ຜູ້ປົກຄອງນຳໄປສຶກສາອົບຮົມ ແລະ ສ້ອມແປງລົດຄັນດັ່ງກ່າວກັບສູ່ສະພາບເດີມຕື່ມອີກ.
ທີ່ມາ: ຂ່າວສານເມືອງໝື່ນ
