ໄຂກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກ ນະຄອນຫລວງວຽງຈັນ ຄັ້ງທີ VIII

ວັນທີ 25 ກັນຍາ 2025 ນີ້, ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກ ນະຄອນຫລວງວຽງຈັນ ຄັ້ງທີ VIII ໄດ້ໄຂຂຶ້ນຢ່າງເປັນທາງການ ທີ່ ຫໍປະຊຸມແຫ່ງຊາດ ໂດຍການເຂົ້າຮ່ວມ ຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ, ພາຍໃຕ້ການເປັນປະທານ ຂອງສະຫາຍ ປອ ອານຸພາບ ຕຸນາລົມ ຄະນະເລຂາທິການສູນກາງພັກ, ເລຂາຄະນະພັກ ນະຄອນຫຼວງວຽງຈັນ, ມີສະຫາຍ ສິນລະວົງ ຄຸດໄພທູນ ກໍາມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ, ມີຄະນະປະທານກອງປະຊຸມໃຫຍ່, ບັນດາສະຫາຍຜູ້ແທນສົມບູນ, ນັກປະຕິວັດອາວຸໂສບຳນານ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ.

ສະຫາຍ ປອ ອານຸພາບ ຕຸນາລົມ ໄດ້ມີຄຳເຫັນກ່າວໄຂກອງປະຊຸມວ່າ: ການດຳເນີນກອງປະຊຸມໃຫຍ່ຜູ້ແທນທົ່ວອົງຄະນະພັກ ນະຄອນຫຼວງວຽງຈັນ ຄັ້ງທີ VIII ນີ້, ແມ່ນການປະຕິບັດຢ່າງເຄັ່ງຄັດຕໍ່ກົດລະບຽບຂອງພັກ ກໍຄືຫຼັກການ ແລະ ທິດນຳ ຂອງການກໍ່ສ້າງພັກໃຫ້ເຕີບໃຫຍ່ເຂັ້ມແຂງຂຶ້ນຢ່າງບໍ່ຢຸດຢັ້ງ, ໃນຊຸມປີຜ່ານມາ ທົ່ວພັກ, ທົ່ວກອງທັບ ແລະ ທົ່ວປວງຊົນລາວ ບັນດາເຜົ່າ ຊາວນະຄອນຫຼວງວຽງຈັນ ໄດ້ອອກແຮງແຂ່ງຂັນກັນຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ VII ຂອງອົງຄະນະພັກ ນະຄອນຫຼວງວຽງຈັນ ແລະ ສ້າງຂະບວນການດ້ານຕ່າງໆ ຢ່າງຟົດຟື້ນ ເພື່ອສ້າງຜົນງານຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ VIII ຂອງຕົນ, ຜົນສໍາເລັດທີ່ສ້າງມາໄດ້ນັ້ນ ແມ່ນມີຄວາມໝາຍສໍາຄັນ ເຊິ່ງໄດ້ເຮັດໃຫ້ມີການປ່ຽນແປງ ແລະ ພັດທະນາດ້ານຕ່າງໆ ເດັ່ນຊັດຂຶ້ນ ເປັນຕົ້ນແມ່ນ ນະຄອນຫຼວງວຽງຈັນ ສາມາດຮັກສາສະຖຽນລະພາບທາງດ້ານການເມືອງ, ມີຄວາມສະຫງົບ ແລະ ມີຄວາມເປັນລະບຽບຮຽບຮ້ອຍດ້ານສັງຄົມ ໂດຍພື້ນຖານ, ເສດຖະກິດ, ວັດທະນະທຳ-ສັງຄົມໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ, ການຜະລິດ ແລະ ຊີວິດການເປັນຢູ່ ຂອງປະຊາຊົນບັນດາເຜົ່າໄດ້ຮັບການຊຸກຍູ້ສົ່ງເສີມນັບມື້ດີຂຶ້ນ. ພວກເຮົາໄດ້ດໍາເນີນຊີວິດການເມືອງ ແລະ ປົວແປງພາຍໃນພັກ ນັບແຕ່ຂັ້ນຮາກຖານຮອດຂັ້ນນະຄອນຫຼວງ, ໄດ້ຕຳນິສົ່ງຂ່າວຊ່ວຍເຫຼືອເຊິ່ງກັນ ແລະ ກັນດ້ວຍຈິດໃຈ ສ້າງສັນ, ຄວາມສາມັກຄີພາຍໃນພັກຢ່າງເປັນປຶກແຜ່ນແໜ້ນໜາ, ການດໍາເນີນຊີວິດການເມືອງ ໄດ້ຕິດພັນກັບການເສີມຂະຫຍາຍປະຊາທິປະໄຕຢ່າງກວ້າງຂວາງພາຍໃນພັກ ແລະ ທົ່ວສັງຄົມ ເຂົ້າໃນການປະກອບຄໍາຄິດຄໍາເຫັນໃສ່ບົດລາຍງານການເມືອງ ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ (2025-2030) ແລະ ທາບທາມບຸກຄະລາກອນເຂົ້າໃນກອງປະຊຸມໃຫຍ່ຄັ້ງນີ້, ໜ້າທີ່ສໍາຄັນຂອງກອງປະຊຸມໃຫຍ່ຄັ້ງນີ້ ຈະໄດ້ພ້ອມກັນທົບທວນຕີລາຄາຄືນຜົນງານ ແລະ ໄຊຊະນະທີ່ຍາດມາໄດ້, ຈຸດອ່ອນຂໍ້ຄົງຄ້າງ ແລະ ສະຫຼຸບຖອດຖອນບົດຮຽນ ໃນການຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ VII ຂອງອົງຄະນະພັກ ນະຄອນຫຼວງວຽງຈັນ 5 ປີຜ່ານມາ ແລະ ພ້ອມກັນກຳນົດທິດທາງຄາດໝາຍຍຸດທະສາດແຕ່ລະດ້ານ ເພື່ອເປັນການເສີມສ້າງໃນການປົກປັກຮັກສາ ແລະ ພັດທະນານະຄອນຫຼວງວຽງຈັນ ແຕ່ນີ້ຮອດປີ 2030.

ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກ ນະຄອນຫລວງວຽງຈັນ ຄັ້ງທີ VIII ຈະໄດ້ດໍາເນີນໄປເປັນເວລາ 2 ວັນ ລະຫວ່າງວັນທີ 25-26 ກັນຍາ 2025 ຈຶ່ງສໍາເລັດ.