ຣັດເຊຍ-ອີຣານ ລົງນາມ MOU ສ້າງໂຮງໄຟຟ້ານິວເຄຼຍຂະໜາດນ້ອຍໃນອີຣານ

            ຣັດເຊຍ ແລະ ອີຣານ ລົງນາມໃນບັນທຶກຄວາມເຂົ້າໃຈ (MOU) ວ່າດ້ວຍການກໍ່ສ້າງເຕົາປະຕິກອນນິວເຄຼຍແບບໂມດູລາຂະໜາດນ້ອຍ (small modular reactor: SMR) ໃນປະເທດອີຣານ.

            ອົງການພະລັງງານປະລະມານູແຫ່ງອີຣານ (AEOI) ເຜີຍແຜ່ຖະແຫລງການຜ່ານເວັບໄຊວ່າ: ທ່ານ ໂມຮໍາໝັດ ເອສລາມີ ຜູ້ອໍານວຍການ AEOI ແລະ ທ່ານ ອາເລັກເຊ ລິຄາເຊບ ຜູ້ອໍານວຍການໂຣຊາຕອມ (Rosatom) ບໍລິສັດນິວເຄຼຍຂອງລັດຖະບານຣັດເຊຍ ໄດ້ລົງນາມໃນ MOU ໃນວັນທີ 24 ກັນຍາ ຢູ່ນະຄອນຫລວງມົດສະກູ ປະເທດຣັດເຊຍ.

             ຖະແຫລງການລະບຸວ່າ: ການລົງນາມ MOU ມີຈຸດໝາຍເພື່ອຂະຫຍາຍການຮ່ວມມືດ້ານການໃຊ້ພະລັງງານນິວເຄຼຍເພື່ອສັນຕິ ໂດຍມີເປົ້າໝາຍໃນການສົ່ງເສີມການພັດທະນາທີ່ຍືນຍົງ, ສົ່ງເສີມຄວາມໝັ້ນຄົງທາງພະລັງງານ ແລະ ພັດທະນາເຕັກໂນໂລຊີໃຫ້ກ້າວໜ້າ ໂດຍສອດຄ່ອງກັບກົດລະບຽບໃນປະເທດ ແລະ ຂໍ້ຜູກພັນລະຫວ່າງປະເທດຂອງທັງສອງຝ່າຍ.

            ພາຍໃຕ້ MOU ດັ່ງກ່າວ, ທັງສອງຝ່າຍຈະກຽມຄວາມພ້ອມ ແລະ ລົງນາມໃນສັນຍາວ່າດ້ວຍການອອກແບບ ແລະ ກໍ່ສ້າງໂຮງໄຟຟ້ານິວເຄຼຍແບບ SMR ໃນອະນາຄົດ.

           ສໍານັກຂ່າວຊິນຮົວລາຍງານວ່າ: ທ່ານ ເອສລາມີ ໄດ້ນໍາພາຄະນະຜູ້ແທນເດີນທາງເຖິງນະຄອນຫລວງມົດສະກູໃນວັນທີ 22 ກັນຍາ ໂດຍໄດ້ພົບປະຫາລືກັບເຈົ້າໜ້າທີ່ຂອງຣັດເຊຍ, ພ້ອມທັງເຂົ້າຮ່ວມກອງປະຊຸມ World Atomic Week ເຊິ່ງຈັດຂຶ້ນລະຫວ່າງວັນທີ 25-28 ກັນຍາ.

          ເມື່ອເດີນທາງເຖິງມົດສະກູ, ທ່ານ ເອສລາມີ ໄດ້ກ່າວເຖິງສັນຍາສະບັບໜຶ່ງທີ່ອີຣານ ແລະ ຣັດເຊຍເຄີຍເຮັດຮ່ວມກັນ ເຊິ່ງລະບຸວ່າ: ຣັດເຊຍຈະສ້າງໂຮງໄຟຟ້ານິວເຄຼຍ 8 ແຫ່ງໃນອີຣານ ເຊິ່ງ 4 ແຫ່ງໃນຈໍານວນນີ້ຢູ່ແຂວງບູເຊ ທາງພາກໃຕ້ຂອງປະເທດ. ຂະນະທີ່ອີຣານຕັ້ງເປົ້າຜະລິດໄຟຟ້າ 20,000 ເມກາວັດໃນມໍ່ໆນີ້.