ຫາລືວຽກງານພັດທະນາຊົນນະບົດ ແລະ ຫລຸດຜ່ອນຄວາມທຸກຍາກ

ວັນທີ 24 ກັນຍາ 2025 ກົມພັດທະນາຊົນນະບົດ ແລະ ຫລຸດຜ່ອນຄວາມທຸກຍາກ, ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ໄດ້ຈັດກອງປະຊຸມໜ່ວຍງານ ຂະແໜງການຍ່ອຍພັດທະນາຊົນນະບົດ ປະຈໍາປີ 2025 ໂດຍການເປັນປະທານຮ່ວມຂອງ ທ່ານ ກິແກ້ວ ສິງນາວົງ ຮອງລັດຖະມົນຕີກະຊວງກະສິກໍາ ແລະ ສິ່ງແວດລ້ອມ, ມີທ່ານ ໂທມັສ ລາມມາ ອຸປະທູດ ແຫ່ງຣາຊາອະນາຈັກ ລຸກຊໍາບວກ ປະຈໍາລາວ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້, ໄດ້ຟັງການນໍາສະເໜີ ຮ່າງຍຸດທະສາດການຈັດສັນພູມລໍາເນົາ ແລະ ອາຊີບ ຮອດປີ 2035 ແລະ ວິໄສທັດຮອດປີ 2050, ການດໍາເນີນການປະເມີນສະພາບພົ້ນທຸກ ແລະ ພັດທະນາທ້າຍສະໄໝ ຕາມດໍາລັດ 348/ລບ ພ້ອມທັງປຶກສາຫາລື ແລກປ່ຽນບົດຮຽນດ້ານວິຊາການ ໂດຍສະເພາະ ວຽກງານການຈັດສັນ ແລະ ວາງແຜນການນໍາໃຊ້ທີ່ດິນ ແບບມີສ່ວນຮ່ວມຢູ່ຂັ້ນບ້ານ, ຮູບແບບການຊຸກຍູ້ ແລະ ສົ່ງເສີມການຜະລິດກະສິກໍາ ຢູ່ຊົນນະບົດ ແລະ ວຽກງານການປັບປຸງນິຕິກໍາ ທີ່ຕິດພັນກັບວຽກງານພັດທະນາຊົນນະບົດ ແລະ ຫລຸດຜ່ອນຄວາມທຸກຍາກ.

ທ່ານ ກິແກ້ວ ສິງນາວົງ ກ່າວວ່າ: ກອງປະຊຸມຄັ້ງນີ້, ດໍາເນີນໄປບົນພື້ນຖານການຮ່ວມມືທີ່ມີເປົ້າໝາຍຮ່ວມກັນ ລະຫວ່າງ ພາກລັດ, ຄູ່ຮ່ວມພັດທະນາ, ອົງການຈັດຕັ້ງສາກົນ ແລະ ອົງການຈັດຕັ້ງທາງສັງຄົມ ເພື່ອແນໃສ່ການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໃຫ້ໄປໃນທິດທາງດຽວກັນ ເຊິ່ງໃນຊຸມປີຜ່ານມາ ແມ່ນໄດ້ຈັດຕັ້ງປະຕິບັດຢ່າງເປັນຂະບວນ ພາຍໃຕ້ແຜນງານ, ໂຄງການ ໂດຍສຸມໃສ່ພັດທະນາພື້ນຖານໂຄງລ່າງ, ປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ທີ່ຕິດພັນການຄໍ້າປະກັນ ດ້ານສະບຽງອາຫານ-ໂພຊະນາການ, ການສ້າງລາຍຮັບ ໂດຍການຈັດຕັ້ງປະຕິບັດກິດຈະກໍາສ້າງຄວາມເຂັ້ມແຂງ ດ້ານເຕັກນິກການປູກ-ການລ້ຽງ ໃຫ້ແກ່ປະຊາຊົນໃນເຂດຊົນນະບົດ.

ທີ່ມາ: ຂ່າວສານປະເທດລາວ