ສະຫາຍ ນາງໃບຄໍາ ຂັດທິຍະ ໄດ້ຮັບເລືອກຕັ້ງ ເປັນເລຂາຄະນະບໍລິຫານງານພັກກະຊວງສາທາລະນະສຸກ

ວັນທີ 24 ກັນຍາ 2025 ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ກະຊວງສາທາລະນະສຸກ (ສທ) ຄັ້ງທີ X ພາຍໃຕ້ຄໍາຂວັນ “ເພີ່ມທະວີຄວາມອາດສາມາດໃນການນໍາພາ ແລະ ຄວາມເປັນແບບຢ່າງນໍາໜ້າຂອງອົງຄະນະພັກ, ປັບປຸງການຄຸ້ມຄອງບໍລິຫານ, ການບໍລິການ ສາທາລະນະສຸກໃຫ້ມີຄຸນນະພາບ, ທັນສະໄໝ ແລະ ກຸ້ມຕົນເອງເທື່ອລະກ້າວ” ໂດຍການປະທານຂອງ ສະຫາຍ ນາງ ໃບຄໍາ ຂັດທິຍະ ກໍາມະການສູນກາງພັກ, ເລຂາຄະນະພັກ ລັດຖະມົນຕີກະຊວງສາທາລະນະສຸກ, ມີສະຫາຍ ຄໍາພັນ ພົມມະທັດ ກໍາມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ປະທານກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ໃນກອງປະຊຸມ ໄດ້ຮັບຟັງບົດລາຍງານການເມືອງຂອງອົງຄະນະພັກກະຊວງສາທາລະນະສຸກ ສະໄໝທີ IX (2021-2025), ຟັງການປະກອບຄໍາຄິດຄໍາເຫັນ ແລະ ຮັບຮອງເອົາລາຍງານການເມືອງ, ແຜນພັດທະນາຂະແໜງ ສາທາລະນະສຸກ 5 ປີ, ບົດສໍາຫລວດການນໍາພາລວມ ຂອງຄະນະບໍລິຫານງານພັກ ກະຊວງສາທາລະນະສຸກ.

ກອງປະຊຸມຄັ້ງນີ້, ຍັງໄດ້ພ້ອມກັນໃຊ້ສິດປະຊາທິປະໄຕປ່ອນບັດຄັດເລືອກເອົາຄະນະບໍລິຫານງານພັກກະຊວງສາທາລະນະສຸກຊຸດໃໝ່ ໂດຍມີຜູ້ແທນສົມບູນອອກຮັບສະໝັກ 23 ສະຫາຍ, ເລືອກເອົາ 19 ສະຫາຍ, ກອງປະຊຸມຄັ້ງປະຖົມມະລຶກ ໄດ້ເປັນເອກະສັນເລືອກເອົາ ສະຫາຍ ນາງໃບຄໍາ ຂັດທິຍະ ເປັນເລຂາຄະນະບໍລິຫານງານພັກກະຊວງສາທາລະນະສຸກ, ສະຫາຍ ໄພວັນ ແກ້ວປະເສີດ ເປັນຮອງເລຂາຄະນະບໍລິຫານງານພັກ, ສະຫາຍ ນາງ ອໍາພອນ ວິຊາເທບ ເປັນປະທານຄະນະກວດກາພັກ.

ທີ່ມາ: ໜັງສືພິມປະຊາຊົນ