ຊຸບເປີໄຕ້ຝຸ່ນຣາກາຊາເຂົ້າໃກ້ຮົງກົງ ເຮັດໃຫ້ຝົນຕົກ-ນໍ້າຖ້ວມ ທາງການຍົກລະດັບເຕືອນໄພຂັ້ນສູງສຸດ
ຊຸບເປີໄຕ້ຝຸ່ນຣາກາຊາ ເຊິ່ງເປັນພາຍຸໄຕ້ຝຸ່ນຮຸນແຮງທີ່ສຸດໃນໂລກຂອງປີນີ້ ເຄື່ອນທີ່ໃກ້ແຄມຝັ່ງທາງພາກໃຕ້ຂອງຮົງກົງໃນໄລຍະຫ່າງປະມານ 100 ກິໂລແມັດ ໃນເຊົ້າວັນທີ 24 ກັນຍາ ໂດຍອິດທິພົນຂອງພາຍຸສົ່ງຜົນເຮັດໃຫ້ເກີດລົມພັດແຮງ ແລະ ຝົນຕົກໜັກ ແລະ ເກີດນໍ້າຖ້ວມໃນບາງຈຸດ ລວມທັງເກາະລັນເຕົາ ເຊິ່ງເປັນທີ່ຕັ້ງຂອງສະໜາມບິນ. ຂະນະທີ່ທາງການໄດ້ຍົກລະດັບເຕືອນໄພພາຍຸເປັນລະດັບສູງສຸດໃນລະດັບ 10.
ກ່ອນໜ້ານີ້, ໄຕ້ຝຸ່ນຣາກາຊາ ເຊິ່ງມີຄວາມໄວລົມສູງສຸດກວ່າ 220 ກິໂລແມັດຕໍ່ຊົ່ວໂມງ ໄດ້ເຄື່ອນທີ່ຜ່ານທາງເໜືອຂອງຟີລິບປິນ ໃນວັນທີ 22 ກັນຍາ ແລະ ພັດຖະຫລົ່ມໄຕ້ຫວັນໃນວັນທີ 23 ກັນຍາ ເຮັດໃຫ້ເກີດຝົນຕົກ ແລະ ລົມພັດແຮງ ແລະ ເຮັດໃຫ້ລະດັບນໍ້າໃນທະເລສາບແຫ່ງໜຶ່ງໃນເຂດຮວາຫລຽນ ທາງຕາເວັນອອກ ເພີ່ມສູງຈົນລົ້ນຕາຝັ່ງ ແລະ ເຮັດໃຫ້ເກີດນໍ້າຖ້ວມໃຫຍ່ ສົ່ງຜົນເຮັດໃຫ້ມີຜູ້ເສຍຊີວິດແລ້ວຫລາຍຄົນ ແລະ ຫລ້າສຸດມີລາຍງານຜູ້ເສຍຊີວິດໃນໄຕ້ຫວັນເພີ່ມເປັນ 14 ຄົນແລ້ວ ແລະ ສູນຫາຍ 124 ຄົນ.
ຂະນະທີ່ເຈົ້າໜ້າທີ່ສໍານັກງານພະຍາກອນອາກາດຂອງຮົງກົງເຕືອນຜົນກະທົບຈາກໄຕ້ຝຸ່ນຣາກາຊາ ວ່າຈະສົ່ງຜົນເຮັດໃຫ້ສະພາບອາກາດຮ້າຍແຮງຕໍ່ເນື່ອງ ໂດຍຈະມີຝົນຕົກໜັກ ແລະ ພາຍຸຟ້າຄະນອງເພີ່ມຂຶ້ນ. ຂະນະທີ່ທະເລຈະມີຄື້ນສູງພັດເຂົ້າຝັ່ງ ເຊິ່ງຈະຮຸນແຮງເປັນພິເສດບໍລິເວນແຄມຝັ່ງທາງຕາເວັນອອກ ແລະ ທາງພາກໃຕ້.
ເບື້ອງຕົ້ນທາງການໄດ້ກຽມຄວາມພ້ອມຮັບມື ໂດຍໃນພື້ນທີ່ຕົວເມືອງຮົງກົງ ພົບວ່າຖະໜົນຫົນທາງຫລາຍຈຸດບໍ່ມີປະຊາຊົນ ເນື່ອງຈາກທາງການເຕືອນໃຫ້ຢູ່ພາຍໃນເຮືອນ.
ນອກຈາກນີ້, ຍັງມີການຍົກເລີກຖ້ຽວບິນແລ້ວ 600 ກວ່າຖ້ຽວ ແລະ ຈໍາກັດການຂົນສົ່ງສິນຄ້າ ລວມທັງສັ່ງປິດໂຮງຮຽນເປັນເວລາ 2 ວັນນັບແຕ່ວັນທີ 23 ກັນຍາ.
ອ້າງອີງ:
