ຊົມເຊີຍ!! ທ່ານ ປາດຖະໜາ ຂັນຕິຍາວົງ ຈາກສະຫະພັນກິລາບານເຕະແຫ່ງຊາດລາວ ສຳເລັດການຝຶກງານທີ່ສຳນັກງານໃຫຍ່ FIFA ທີ່ເມືອງຊູລິກ (Zurich),ປະເທດສະວິດເຊີແລນ.
———————————————————
ທ່ານ ປາດຖະໜາ ຂັນຕິຍາວົງ, ພະນັກງານວິຊາການຈາກ ສະຫະພັນກິລາບານເຕະແຫ່ງຊາດລາວ (ສຕລ), ໄດ້ສຳເລັດການຝຶກງານໄລຍະ 3 ເດືອນ ທີ່ສຳນັກງານໃຫຍ່ຂອງ ສະຫະພັນກິລາບານເຕະນາໆຊາດ (FIFA) ທີ່ເມືອງຊູລິກ (Zurich), ປະເທດສະວິດເຊີແລນ.
ການຝຶກງານຄັ້ງນີ້ແມ່ນສ່ວນໜຶ່ງຂອງໂຄງການ “FIFA Internship Programme for Member Associations” ເຊິ່ງເປັນໂຄງການທີ່ FIFA ຈັດຂຶ້ນເພື່ອເປີດໂອກາດໃຫ້ພະນັກງານຈາກປະເທດສະມາຊິກໄດ້ເຂົ້າໄປຮຽນຮູ້ ແລະ ເຮັດວຽກຕົວຈິງຮ່ວມກັບພະນັກງານຂອງ FIFA ໂດຍກົງ. ໃນປີ 2025, ມີພຽງ 22 ປະເທດເທົ່ານັ້ນທີ່ໄດ້ຮັບການຄັດເລືອກເຂົ້າຮ່ວມໂຄງການນີ້, ແລະ ສຕລ ກໍເປັນໜຶ່ງໃນນັ້ນ.
ໃນລະຫວ່າງການຝຶກງານ, ທ່ານ ປາດຖະໜາ ໄດ້ປະຈຳການຢູ່ພະແນກ ການຄຸ້ມຄອງ ແລະ ປົກປ້ອງສິດທິເດັກ (Safeguarding and Child Protection) ເຊິ່ງມີໜ້າທີ່ໃນການປົກປ້ອງ ແລະ ຮັບປະກັນຄວາມປອດໄພຂອງເດັກນ້ອຍ-ເຍົາວະຊົນໃນທຸກໆກິດຈະກຳ ແລະ ການແຂ່ງຂັນທີ່ຈັດຂຶ້ນໂດຍ FIFA.
ທ່ານ ປາດຖະໜາ ໄດ້ກ່າວວ່າ: “ຮູ້ສຶກດີໃຈ ແລະ ພູມໃຈຫຼາຍທີ່ໄດ້ຮັບໂອກາດນີ້. ການຝຶກງານໄດ້ເຮັດໃຫ້ໄດ້ຮຽນຮູ້ປະສົບການຕົວຈິງ, ໂດຍສະເພາະວຽກງານປົກປ້ອງສິດທິເດັກໃນກິລາບານເຕະ ເຊິ່ງເປັນຫົວຂໍ້ທີ່ຂ້ອນຂ້າງໃໝ່ໃນ ສປປ ລາວ. ຫວັງວ່າຈະໄດ້ນຳເອົາຄວາມຮູ້ ແລະ ປະສົບການທີ່ໄດ້ຮຽນຮູ້ມາໄປນຳໃຊ້ເຂົ້າໃນວຽກງານຂອງ ສຕລ ເພື່ອໃຫ້ແນ່ໃຈວ່າເດັກນ້ອຍທຸກຄົນທີ່ເຂົ້າຮ່ວມກິດຈະກຳບານເຕະໄດ້ຮັບການປົກປ້ອງ ແລະ ຮູ້ສຶກປອດໄພ.”
ນອກຈາກການຮຽນຮູ້ວຽກງານ, ການຝຶກງານຄັ້ງນີ້ຍັງໄດ້ສ້າງໂອກາດໃຫ້ ທ່ານ ປາດຖະໜາ ໄດ້ສ້າງສາຍສຳພັນທີ່ດີກັບເພື່ອນຮ່ວມງານຈາກປະເທດອື່ນໆທີ່ເຂົ້າຮ່ວມໂຄງການນີ້.
ສຸດທ້າຍ, ທ່ານ ປາດຖະໜາ ກໍ່ໄດ້ສະແດງຄວາມຂອບໃຈມາຍັງ FIFA ແລະ ສຕລ ທີ່ໄດ້ມອບໂອກາດອັນລ້ຳຄ່າທີ່ໃຫ້ໄດ້ເຂົ້າຮ່ວມເປັນສ່ວນໜຶ່ງສຳລັບໂຄງການນີ້.