ລາວສຸດຍອດ! “ຕາໜຶ່ງ” ຄວ້າລາງວັນ Best Talent ທີ່ເວທີ Miss International Queen 2025
ໃນວັນທີ 15 ກັນຍາ 2025 ປະເທດລາວໄດ້ຮັບຂ່າວດີອັນໜ້າພາກພູມໃຈ, ເມື່ອ “ຕາໜຶ່ງ ຈັນທະເສນສັກ” ສາວງາມຕົວແທນຈາກ ສປປ ລາວ, ສາມາດຄວ້າລາງວັນ Best Talent ໃນການປະກວດ Miss International Queen 2025 ທີ່ຈັດຂຶ້ນທີ່ເມືອງພັດທະຍາ ປະເທດໄທ.
ການປະກວດຮອບ Talent Quest ເປັນການເປີດໂອກາດໃຫ້ຜູ້ເຂົ້າປະກວດຈາກຫລາຍປະເທດໄດ້ສະແດງຄວາມສາມາດພິເສດ ເຊັ່ນ: ການຮ້ອງ, ການເຕັ້ນ ຫລື ການສະແດງໃນຮູບແບບຕ່າງໆ ເຊິ່ງ “ຕາໜຶ່ງ” ໄດ້ສະແດງໂຊທີ່ໂດດເດັ່ນ ແລະ ໜ້າປະທັບໃຈ ຈົນສາມາດເອົາຊະນະໃຈຄະນະກຳມະການ ແລະ ຜູ້ຊົມໄດ້ຢ່າງສຳເລັດຜົນ.
ຜົນການປະກາດລາງວັນ Best Talent ປີນີ້ໄດ້ແກ່:
- ອັນດັບ 1: Taneung ຈາກ Laos
- ອັນດັບ 2: Midori Monét ຈາກ USA
- ອັນດັບ 3: Hà Tâm Như ຈາກ Vietnam
ຄວາມສຳເລັດຂອງ “ຕາໜຶ່ງ” ໃນຄັ້ງນີ້ບໍ່ພຽງແຕ່ເປັນກຽດແກ່ຕົວເອງເທົ່ານັ້ນ, ແຕ່ຍັງເປັນອີກບາດກ້າວສຳຄັນທີ່ຢືນຢັນເຖິງສັກກະຍະພາບຂອງຄົນລາວເທິງເວທີລະດັບສາກົນ ແລະເປັນຄວາມພາກພູມໃຈຂອງຄົນທັງປະເທດ.
.
ຊວນທຸກຄົນຮ່ວມໃຫ້ກຳລັງໃຈສາວຄົນນີ້ໃນຮອບຕັດສິນ ທີ່ຈະຈັດຂຶ້ນໃນວັນທີ 20 ກັນຍາ 2025.

