ເລີ່ມທົດລອງແລ້ວ! ຢາຄຸມກໍາເນີດເພດຊາຍ ທາງເລືອກໃໝ່ສໍາລັບການຄຸມກໍາເນີດແບບສະເໝີພາບ

ໃນອະນາຄົດ ການຄຸມກໍາເນີດ ອາດຈະບໍ່ແມ່ນພາລະທີ່ຜູ້ຍິງຕ້ອງຮັບຜິດຊອບອີກຕໍ່ໄປ!
ຜົນການວິໄຈຈາກນັກວິທະຍາສາດ ທີ່ລາຍງານຜ່ານວາລະສານ Nature ເມື່ອທ້າຍເດືອນກໍລະກົດ 2025 ຜ່ານມານີ້ ໄດ້ລາຍງານເຖິງຄວາມຄືບໜ້າຂອງ ‘YCT-529’ ທີ່ເປັນຢາຄຸມກໍາເນີດສໍາລັບຜູ້ຊາຍຊະນິດທີ່ ‘ບໍ່ໃຊ້ຮໍໂມນ’ ທີ່ເລີ່ມທົດລອງກັບມະນຸດແລ້ວເປັນໄລຍະທີ 1 ແລະ ໄດ້ຮັບການຢືນຢັນວ່າ ‘ປອດໄພ-ບໍ່ມີຜົນຂ້າງຄຽງທີ່ຮຸນແຮງ’.
ການທົດລອງໃນອາສາສະໝັກເພດຊາຍ 16 ຄົນ ອາຍຸລະຫວ່າງ 32-59 ປີ ພົບວ່າ: ລະດັບຮໍໂມນເພດບໍ່ປ່ຽນແປງ, ບໍ່ມີຜົນກະທົບຕໍ່ອາລົມ ຫລື ອະໄວຍະວະສໍາຄັນເຊັ່ນ: ຕັບ, ໝາກໄຂ່ຫລັງ, ຫົວໃຈຍັງເຮັດວຽກປົກກະຕິ ແລະ ບໍ່ກະທົບຄວາມຕ້ອງການທາງເພດ.
YCT-529 ເຮັດວຽກໂດຍການຢັບຢັ້ງການເຮັດວຽກຂອງໂປຣຕີນ RAR-α (ອາ ເອ ອາ -ອັລຟ່າ ທີ່ຫຍໍ້ມາຈາກ Retinoic Acid Receptor alpha) ທີ່ມີບົດບາດສໍາຄັນຕໍ່ການສ້າງອະສຸຈິ ເຮັດໃຫ້ຂະບວນການຜະລິດອະສຸຈິຢຸດຊະງັກ. ໂດຍຜົນການທົດລອງກັບໜູສະແດງໃຫ້ເຫັນວ່າ ສາມາດຫລຸດຈໍານວນອະສຸຈິໄດ້ເຖິງ 99% ພາຍໃນ 4 ອາທິດ, ສ່ວນໃນສັດຕະກູນໄພຣເມດ (ສັດລ້ຽງລູກດ້ວຍນົມໃນຕະກູນ Primatesເຊັ່ນ: ລີງ ຫລື ກຸ່ມສັດທີ່ສະໝອງຂ້ອນຂ້າງພັດທະນາ) ຈະໃຊ້ເວລາພຽງ 2 ອາທິດ ແລະ ເມື່ອໝົດລິດຢາ ຫລື ຢຸດການໃຊ້ຢາ ການສ້າງອະສຸຈິຈະກັບມາເປັນປົກກະຕິພາຍໃນ 6-15 ອາທິດ.
ປັດຈຸບັນວິທີຄຸມກໍາເນີດສໍາລັບຜູ້ຊາຍມີພຽງຖົງຢາງອະນາໄມ ເຊິ່ງອາດຈະເກີດຄວາມຜິດພາດໄດ້ 2-18% ແລະ ການເຮັດໝັນຊາຍ (ມີປະສິດທິພາບສູງ ແຕ່ເປັນການເຮັດແບບຖາວອນ). ການສໍາຫລວດໃນປີ 2023 ພົບວ່າ ຊາຍ 78-98% ໃນ 8 ປະເທດ ຍິນດີໃຊ້ຢາຄຸມກໍາເນີດຊາຍ ຖ້າປອດໄພ ແລະ ໃຊ້ງ່າຍ, ນອກນັ້ນຜົນການສໍາຫລວດໃນອັງກິດປີ 2022 ກໍພົບວ່າຜູ້ຊາຍສ່ວນໃຫຍ່ພ້ອມທີ່ຈະທົດລອງໃຊ້ຢາຄຸມກໍາເນີດ.
ແນວໃດກໍຕາມ ທີມນັກວິໄຈ ກຽມເດີນໜ້າສູ່ການທົດລອງໄລຍະທີ 2 ເພື່ອຫາປະລິມານຢາທີ່ເໝາະສົມ ແລະ ຖ້າປະສົບຜົນສໍາເລັດ ກໍຈະເຂົ້າສູ່ໄລຍະທີ 3 ເຊິ່ງເປັນຂັ້ນຕອນສຸດທ້າຍກ່ອນວາງຂາຍ.
ສະຫລຸບແລ້ວ YCT-529 ບໍ່ພຽງແຕ່ເປັນນະວັດຕະກໍາທາງການແພດ ແຕ່ຍັງເປັນສັນຍະລັກຂອງການແບ່ງພາລະໜ້າທີ່ການຄຸມກໍາເນີດຢ່າງເທົ່າທຽມ, ຖ້າການທົດລອງໃນອະນາຄົດຢືນຢັນປະສິດທິພາບ ແລະ ຄວາມປອດໄພໄດ້ ຢາຊະນິດນີ້ອາດກາຍເປັນອີກໜຶ່ງທາງເລືອກສໍາຄັນສໍາລັບຜູ້ຊາຍໃນທົ່ວໂລກ.
ຂໍ້ມູນຈາກ Nature
