ທູດ ສ.ເກົາຫລີ ປະຈໍາລາວ ລົງຢ້ຽມຢາມ ແລະ ຕິດຕາມວຽກງານຊ່ວຍເຫລືອ ໃນຂົງເຂດສາທາລະນະສຸກ

ວັນທີ 14 ສິງຫາ 2025 ສະຖານທູດ ສ.ເກົາຫລີ ປະຈຳລາວ ຮ່ວມກັບອົງການຈັດຕັ້ງສາກົນ ແລະ ກະຊວງສາທາລະນະສຸກ ໄດ້ຈັດກິດຈະກຳສື່ມວນຊົນ ຢ້ຽມຢາມ ແລະ ຕິດຕາມວຽກງານໂຄງການຊ່ວຍເຫລືອລ້າ(ODA) ໃນຂົງເຂດສາທາລະນະສຸກ ເນື່ອງໃນໂອກາດສະເຫລີມສະຫລອງວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງ ສ ເກົາຫລີ ແລະ ສປປ ລາວ ຄົບຮອບ 30 ປີ, ໂດຍມີ ທ່ານ ນາງ ອາພອນ ວິຊາເທບ ຮອງລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ຈອງ ຢອງຊູ ເອກອັກຄະລັດຖະທູດ ສ.ເກົາຫລີ ປະຈຳ ສປປ ລາວ, ບັນດາອົງການຈັດຕັ້ງສາກົນ ແລະ ສື່ມວນຊົນລາວເຂົ້າຮ່ວມ.

ກິດຈະກຳຄັ້ງນີ້ ໄດ້ລົງຢ້ຽມຊົມຜົນສໍາເລັດໃນການຮ່ວມມືຂອງບັນດາໂຄງການທີ່ສໍາຄັນທີ່ລັດຖະບານ ສ. ເກົາຫຼີ ໃຫ້ການຊ່ວຍເຫຼືອ ເປັນຕົ້ນແມ່ນ ໂຮງໝໍເດັກ, ສະຖາບັນເລືອດແຫ່ງຊາດ ອົງການກາແດງແຫ່ງຊາດລາວ ເພື່ອແກ້ໄຂອັດຕາການບໍລິຈາກເລືອດທີ່ຕໍ່າ, ສູນວິເຄາະ ແລະ ລະບາດວິທະຍາ ເພື່ອແນໃສ່ການປ້ອງກັນ ແລະ ຄວບຄຸມພະຍາດຕິດຕໍ່, ສູນສະໜອງຢາ ແລະ ອຸປະກອນການແພດ, ພ້ອມທັງຢ້ຽມຢາມໂຄງການກໍ່ສ້າງໂຮງໝໍວິທະຍາໄລວິທະຍາສາດສຸຂະພາບ (UHS) ທີ່ມີເປົ້າໝາຍເພື່ອປັບປຸງລະບົບສາທາລະນະສຸກຂອງ ສປປ ລາວ ໃຫ້ດີຂຶ້ນ ແລະ ກໍ່ສ້າງໂຮງໝໍທີ່ມະຫາວິທະຍາໄລຂະໜາດ 400 ຕຽງ ແຫ່ງທຳອິດ ທີ່ມີອຸປະກອນການແພດ ແລະ ລະບົບຂໍ້ມູນຂ່າວສານ-ການສື່ສານທີ່ທັນສະໄໝ ຈະເປັນໂຄງການໜຶ່ງທີ່ຊ່ວຍເສີມສ້າງພື້ນຖານໂຄງລ່າງທາງສາທາລະນະສຸກ ຂອງ ສປປ ລາວໃຫ້ມີຄວາມເຂັ້ມແຂງຍິ່ງຂຶ້ນ.
ທ່ານ ນາງ ອາພອນ ວິຊາເທບ ຕາງໜ້າໃຫ້ລັດຖະບານລາວກໍຄືກະຊວງທາສາລະນະສຸກ ສະແດງຄວາມຮູ້ບຸນຄຸນ ແລະ ຂອບໃຈ ມາຍັງ ສ ເກົາຫລີ ແລະ ອົງການຮ່ວມມືສາກົນຕ່າງໆຂອງ ສ ເກົາຫລີ ທີ່ໄດ້ໃຫ້ການຊ່ວຍເຫລືອ ແລະ ສຸມໃສ່ວຽກງານການປັບປຸງສຸຂະພາບທົ່ວປວງຊົນ ໂດຍສະເພາະວຽກງານ ແມ່ ແລະ ເດັກນ້ອຍ ໃນ ສປປ ລາວ ຊຶ່ງເຮັດໃຫ້ອັດຕາການເສຍຊີວິດຂອງແມ່ ແລະ ເດັກ ໄດ້ຫຼຸດລົງ ແລະ ຍັງໄດ້ສ້າງຂີດຄວາມອາດສາມາດໃຫ້ບຸກຄະລາກອນການແພດ, ການປັບປຸງຄຸນນະພາບການບໍລິການສຸຂະພາບໃນໂຮງໝໍ, ການມີສ່ວນຮ່ວມຂອງຊຸມຊົນ ແລະ ການປັບປຸງສຸຂະພາບຊຸມຊົນ ລວມທັງການປັບປຸງລະບົບສາທາລະນະສຸກ ແລະ ຫວັງວ່າຈະໄດ້ຮັບການສືບຕໍ່ໃຫ້ການສະໜັບສະໜູນ ເຂົ້າໃນວຽກງານສຸຂະພາບ ເພື່ອໃຫ້ປະຊາຊົນລາວ ມີສຸຂະພາບທີ່ດີຂຶ້ນ.

ໂອກາດນີ້ ທ່ານ ຈອງ ຢອງຊູ ເອກອັກຄະລັດຖະທູດ ສ.ເກົາຫລີ ປະຈຳ ສປປ ລາວ ໄດ້ຍົກໃຫ້ເຫັນວ່າ: ສ.ເກົາຫລີ ເປັນປະເທດທີ່ໃຫ້ການຊ່ວຍເຫລືອຫລາຍທີ່ສຸດ ໃນບັນດາປະເທດທີ່ມີການຈັດຕັ້ງປະຕິບັດໂຄງການດ້ານສາທາລະນະສຸກທັງສອງຝ່າຍ ໂດຍໄດ້ໃຫ້ຄວາມສໍາຄັນ ແລະ ລົງທຶນໃສ່ໃນວຽກງານພັດທະນາຫລາຍຂະແໜງເຊັ່ນ: ດ້ານສາທາລະນະສຸກ, ການພັດທະນາຊົນນະບົດ, ການສຶກສາ, ບໍລິຫານ-ຈັດການນໍ້າ ແລະ ການຮ່ວມມືດ້ານແຮງງານ, ເຊິ່ງເປັນສ່ວນສໍາຄັນໃນການປັບປຸງຜົນໄດ້ຮັບທາງດ້ານສາທາລະນະສຸກ ແລະ ຄວາມເປັນຢູ່ໂດຍລວມທີ່ດີຂຶ້ນຂອງປະຊາຊົນລາວ.

