ພົບເຫັນໂບມໃຫຍ່ 1,000 ປອນ ຕົກຄ້າງປາງສົງຄາມ ຢູ່ ບ້ານນ້ຳພາວ ເມືອງຄຳເກີດ
August 1, 2025 - 10:52 AM

ກອງກວດກູ້ລະເບີດເພື່ອມະນຸດສະທຳຂອງກອງທັບປະຊາຊົນລາວ – ກອງ 58 ລາຍງານວ່າ: ວັນທີ 16 ກໍລະກົດ 2025 ຜ່ານມາ ປະຊາຊົນ ບ້ານນໍ້າພາວ ເມືອງຄຳເກີດ ແຂວງບໍລິຄຳໄຊ ພົບເຫັນລະເບີດທີ່ບໍ່ທັນແຕກຂະໜາດໃຫຍ່ ໃນຂະນະທີ່ ຂຸດດິນເພື່ອປຸກສ້າງເຮືອນ ຫ່າງຈາກເຮືອນ 5 ແມັດ.

ວັນທີ 23 ກໍລະກົດ 2025 ໄດ້ລົງພື້ນທີ່ກວດສອບ ແລະ ຢືນຢັນວ່າລູກລະເບີດ ໂບມໃຫຍ່ ຮຸ່ນ GP M 44/M 56, ຟິວຫົວ 123 ເປັນຟິວເຄມີ (ຮຸ່ນເກົ່າ), ນ້ຳໜັກ 1,000 ປອນ (ຫຼາຍກວ່າ 453 ກິໂລກຣາມ) ອັນຕະລາຍໃນລັດສະໝີ 1,500 ແມັດ ເຊິ່ງເປັນກໍລະນີທີ່ພົບເຫັນໄດ້ຍາກ ໃນວຽກງານສໍາຫຼວດກວດກູ້ ລບຕ ຢູ່ ສປປ ລາວ.
ປັດຈຸບັນ, ເຈົ້າໜ້າທີ່ໄດ້ປະສານສົມທົບກັບ ອໍານາດການປົກຄອງທ້ອງຖິ່ນ ເພື່ອກວດສອບ ແລະ ປະເມີນຈຸດທີ່ພົບເຫັນລະເບີດ ເພື່ອວາງແຜນກະກຽມການກວດກູ້ລະເບີດ ໃຫ້ໄດ້ຢ່າງປອດໄພ, ຫຼຸດຜ່ອນຄວາມສ່ຽງ ແລະ ຜົນເສຍຫາຍຕໍ່ກັບປະຊາຊົນໃນເຂດຊຸມຊົນ.

