2021-2024 ປກສ ແຂວງວຽງຈັນ ມ້າງຄະດີຢາເສບຕິດໄດ້ 1,318 ລາຍ

ພົຈວ ສົມຄິດ ດວງພະຈັນ ຫົວໜ້າກອງບັນຊາການ ປກສ ແຂວງວຽງຈັນ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນ ປກສ ກ່ຽວກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໄລຍະແຕ່ປີ 2021-2024 ໃນວັນທີ 13 ມັງກອນ 2025 ນີ້ວ່າ: ເຈົ້າໜ້າທີ່ປກສ ແຂວງວຽງຈັນ ສາມາດມ້າງຄະດີຢາເສບຕິດໄດ້ 1,318 ລາຍ, ກັກຕົວຜູ້ຖືກຫາໄດ້ 1,966 ຄົນ, ຍິງ 187 ຄົນ, ຢຶດຂອງກາງປະເພດຢາບ້າ 8,480,752 ເມັດ, ໄອສ໌ 30.7 ກິໂລກຣາມ, ເຮໂຣອິນ 1,206 ກຣາມ, ລົດໃຫຍ່ 31 ຄັນ, ລົດຈັກ 306 ຄັນ, ໂທລະສັບ, ປືນສັ້ນ, ປືນຍາວ, ປືນສັ້ນດັດແປງ, ເງິນສົດ ແລະ ອຸປະກອນຮັບໃຊ້ອື່ນໆອີກຈໍານວນໜຶ່ງ. ສ່ວນຮູບການແກ້ໄຂ ໄດ້ສົ່ງສໍານວນໃຫ້ອົງການໄອຍະປະຊາຊົນແຂວງ 585 ລາຍ, ມີຜູ້ຖືກ ຫາ 687 ຄົນ, ຍິງ 86 ຄົນ, ສຶກສາອົບຮົມປ່ອຍຕົວຜູ້ທີ່ຂໍ້ມູນຫຼັກຖານບໍ່ໜັກ ແໜ້ນທາງດ້ານກົດໝາຍ 53 ຄົນ ແລະ ຍັງຢູ່ໃນຂັ້ນຕອນດໍາເນີນຂອງເຈົ້າໜ້າທີ່ 733 ລາຍ, ມີຜູ້ຖືກຫາ 1,218 ຄົນ ແລະ ອື່ນໆ.

ທ່ານຫົວໜ້າກອງບັນຊາການ ປກສ ແຂວງວຽງຈັນ ໄດ້ຮຽກຮ້ອງມາຍັງທົ່ວສັງຄົມໂດຍສະເພາະພໍ່ແມ່ປະຊາຊົນຊາວແຂວງວຽງຈັນ ຈົ່ງພ້ອມກັນປະກອບສ່ວນເຮັດວຽກງານຕ້ານຢາເສບຕິດໃຫ້ແຂງແຮງ ໂດຍເລີ່ມຈາກການສຶກສາອົບຮົມລູກຫລານທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນໃຫ້ຮູ້ໄດ້ຜົນຮ້າຍ ແລະ ໄພອັນຕະລາຍຂອງຢາເສບຕິດ, ກໍລະນີພົບເຫັນບຸກຄົນ ຫລື ກຸ່ມຄົນທີ່ພົວພັນເຖິງຢາເສບຕິດ ໃຫ້ຮີບຮ້ອນແຈ້ງຕໍ່ເຈົ້າໜ້າທີ່ພາກສ່ວນທີ່ກ່ຽວຂ້ອງໂດຍໄວ ເພື່ອແກ້ໄຂໃຫ້ທັນເວລາ.

ທີ່ມາ: ວາລະສານ ປ້ອງກັນຄວາມສະຫງົບ