ຜົນສໍາຫລວດພົບ ຄູ່ຮັກຫລາຍກວ່າ 60% ເລີກກັນຍ້ອນຝ່າຍຊາຍສະໜິດສະໜົມກັບໝູ່ຜູ້ຍິງຫລາຍເກີນໄປ

ຜົນສໍາຫລວດພົບ ຄູ່ຮັກຫລາຍກວ່າ 60% ເລີກກັນຍ້ອນຝ່າຍຊາຍສະໜິດສະໜົມກັບໝູ່ຜູ້ຍິງຫລາຍເກີນໄປ ຈົນເບິ່ງເປັນການບໍ່ໃຫ້ກຽດແຟນ

“ໝູ່ກັບແຟນ” ຕ້ອງແຍກໃຫ້ອອກເດີ້ ບໍ່ເຊັ່ນນັ້ນມີບັນຫາແທ້!! ຈາກຜົນການສໍາຫລວດຂອງ Gleeden ແພັດຟອມອອນລາຍຫາຄູ່ ພົບວ່າບັນຫາເລື່ອງໝູ່ສະໜິດຂອງແຟນ ສົ່ງຜົນກະທົບຕໍ່ຊີວິດຄູ່

ຜົນສໍາຫລວດບອກວ່າ ຄູ່ຮັກກວ່າ 70% ມີບັນຫາຄວາມສໍາພັນກັນ ເພາະຝ່າຍຊາຍມີໝູ່ສະໜິດຕ່າງເພດ ແລະ ຍັງພົບວ່າຄູ່ຮັກກວ່າ 60% ຕ້ອງຈົບຄວາມສໍາພັນລົງ ເພາະຝ່າຍຊາຍຈັດການເລື່ອງຄວາມສົມດຸນລະຫວ່າງໝູ່ສະໜິດຕ່າງເພດ ແລະ ແຟນບໍ່ລົງຕົວ ເຮັດໃຫ້ເກີດບັນຫາກັບແຟນໄດ້

ເຊິ່ງມີພຽງຄູ່ຮັກ 10% ເທົ່ານັ້ນ ທີ່ສາມາດຜ່ານອຸປະສັກເລື່ອງໝູ່ສະໜິດຂອງແຟນໄດ້

ການມີໝູ່ສະໜິດກໍຖືວ່າເປັນເລື່ອງດີ ແຕ່ກໍຢ່າສະໜິດຫລາຍຈົນບໍ່ໃຫ້ກຽດແຟນຕົວເອງ ສ່ວນຄົນທີ່ເປັນໝູ່ກໍຕ້ອງໃຫ້ກຽດແຟນຂອງໝູ່ເຊັ່ນກັນ, ເຄົາລົບຂອບເຂດຂອງກັນ ແລະ ກັນ