ເຜີຍຄວາມລັບກ້ອງຄູ່ Samsung Galaxy Note 8 ບອກໄບ້ຜ່ານຄິບວິດີໂອ
ໃນທີ 23 ສິງຫາ ທົ່ວໂລກຈະໄດ້ຮູ້ຈັກກັບໂສມໃຫມ່ຂອງໂທລະສັບມືຖືຕະກຸນ Note ພາຍໃຕ້ຊື່ Samsung Galaxy Note 8 ຫຼັງຈາກມີທັງພາບນິ້ງ ແລະ ຄຸນສົມບັດອື່ນໆ ທະຍອຍຫຼຸດອອກມາບໍ່ເວັ້ນແຕ່ລະວັນ ແລະ ກ່ອນເປີດຕົວກໍຄືເປັນທໍານຽມປະຕິບັດທີ່ຈະມີການປ່ອຍຄິບວິດີໂອບອກເຖິງລູກຫຼິ້ນທີ່ທຸກຄົນຈະໄດ້ເຫັນໄປພ້ອມໆກັນ.
ຕາມການບອກເລົ່າຜ່ານຄິບວິດີໂອມີທ່າອ່ຽງສູງທີ່ Samsung Galaxy Note 8 ຈະມາກັບກ້ອງຫຼັງຄູ່ຄືທີ່ມີພາບຫຼຸດອອກມາ. ຂະນະດຽວກັນ ການຖ່າຍພາບແບບໜ້າຊັດຫຼັງເບີ ຈະເປັນອີກຄຸນສົມບັດໃຫມ່ທີ່ເຂົ້າມາເຕີມເຕັມການຖ່າຍຮູບໃຫ້ມີມິຕິ ແລະ ໜ້າໃຊ້ສໍາລັບຜູ້ໃຊ້ຫຼາຍຂຶ້ນ ເຊິ່ງຄຸນສົມບັດດັ່ງກ່າວ ຖືວ່າກໍາລັງໄດ້ຮັບຄວາມນິຍົມຫຼາຍໃນໂທລະສັບຫຼາຍຕໍ່ຫຼາຍລຸ້ນ.
ນອກຈາກການຖ່າຍພາບນິ້ງທີ່ຈະມາພ້ອມໂຫມດຖ່າຍໜ້າຊັດຫຼັງເບີແລ້ວ ການຊູມຍັງອາດຈະເປັນອີກຄຸນສົມບັດທີ່ເພີ່ມເຂົ້າມາ ເປັນການຊູມໃນລັກສະນະທີ່ເອີ້ນວ່າ Optical Zoom ແຕ່ຍັງບໍ່ຊັດເຈນວ່າ ລະດັບຂອງການຊູມແລ້ວຖ່າຍພາບແບບບໍ່ເຮັດໃຫ້ເສຍຄວາມລະອຽດຈະຢູ່ທີ່ 2X ຫຼື 3X.
ສໍາລັບຄຸນສົມບັດອື່ນໆ ທີ່ມີການຄາດການກັນກ່ອນໜ້າ Samsung Galaxy Note 8 ຈະປະກອບດ້ວຍ ຈໍສະແດງຜົນຂະໜາດ 6.3 ນິ້ວ Super AMOLED ສັດສ່ວນໜ້າຈໍ 18.5:9, ຊິມປະມວນຜົນ Qualcomm Snapdragon 835 ແລະ Samsung Exynos 8895 (ຂຶ້ນຢູ່ກັບປະເທດທີ່ວາງຈໍາໜ່າຍ), ແຣມ 6GB, ໜ່ວຍຄວາມຈໍາພາຍໃນ 64GB, ກ້ອງຫຼັງເລນຄູ່ຄວາມລະອຽດ 12 ລ້ານພິກເຊວ, ມີພ້ອມຟີເຈີ Iris Scanner (ສະແກນມ່ານຕາ), ກັນນໍ້າ, ກັນຝຸ່ນພາຍໃຕ້ມາດຕະຖານ IP68/67 ແລະ ແບັດເຕີຣີຄວາມຈຸ IP68/67.
