ບັນຫາທ້າທາຍທີ່ພວມກົດໜ່ວງ ການພັດທະນາຂອງຊາດ

ໂດຍ: ທິດກໍ່າ
ເທົ່າທີ່ທິດກໍ່າໄດ້ຕິດຕາມຂໍ້ມູນຂ່າວສານໃນໄລຍະນີ້ເຫັນວ່າສະພາບພົ້ນເດັ່ນດ້ານປາກົດການຫຍໍ້ທໍ້ຢູ່ບ້ານເຮົາແມ່ນສະພາບການຢຶດໄມ້ຈາກຜູ້ທີ່ລັກລອບນໍາອອກຊາຍແດນໃນບາງດ່ານທີ່ມີຢ່າງຕໍ່ເນື່ອງ, ສ່ວນອີກບັນຫາໜຶ່ງແມ່ນສະພາບຄ້າຂາຍຢາເສບຕິດກໍມີຢ່າງຫລວງຫລາຍ. ຕາມທິດກໍ່າວ່າ, ຕໍ່ສະພາບທີ່ເກີດຂຶ້ນນີ້ເບິ່ງຢ່າງໜຶ່ງຄືວ່າມັນບໍ່ມີທ່າທີຈະຫລຸດລົງ ແລະ ເບິ່ງຄືວ່າມັນໜັກໜ້າທ້າທາຍເໝືອນກັບຕັ້ງແກ້ງເຮັດໃສ່ກັນ.

ແນວໃດກໍຕາມ, ກ່ອນອື່ນໝົດແມ່ນຂໍຊົມເຊີຍເຈົ້າໜ້າທີ່ກ່ຽວຂ້ອງທີ່ໄດ້ຍົກສູງນ້ຳໃຈເດັດດ່ຽວ, ມີຄວາມຮັບຜິດຊອບສົມກັບພັກ-ລັດຖະບານ ກໍຄືຂັ້ນເທິງໄດ້ມອບໝາຍພາລະກິດອັນໜັກໜ່ວງທ້າທາຍນີ້ຕາມພາລະບົດບາດ, ໜ້າທີ່ ແລະ ຈັນຍາບັນຂອງຕົນດ້ວຍຄວາມເຊື່ອໝັ້ນຈິງໃຈ ແລະ ຈົງຮັກພັກດີ. ຕາມເຮົາຄິດເຮັດແນວໃດກໍເຮັດ, ຖ້າເຮົາເຮັດມະລຸມມະລ້ວຍບໍ່ເອົາໃຈໃສ່ແດ່ ຫລືວ່າ ບໍ່ເກັ່ງອີ່ຫລີກໍບໍ່ສາມາດຕາມລ່າ ແລະ ຈັບຕົວຜູ້ກະທໍາຜິດ ຫລື ຂະບວນການພວກອັນຕະລາຍນີ້ໄດ້ ເພາະກວ່າຈະພິສູດບັນດາຂໍ້ມູນຫລັກຖານຢ່າງລະອຽດອ່ອນ ແລະ ກໍາໄດ້ເປົ້າໝາຍມັນຕ້ອງໄດ້ຜ່ານຫລາຍຂັ້ນ, ຫລາຍຂອດມັນບໍ່ງ່າຍຄືປອກກ້ວຍ.
ເວົ້າເຖິງສະພາບການຕັດໄມ້, ຄ້າໄມ້ ແລະ ເຄື່ອນຍ້າຍໄມ້ແບບບໍ່ຖືກຕ້ອງຢູ່ບ້ານເຮົານັ້ນ ເຫັນວ່ານັບແຕ່ມີຄໍາສັ່ງເລກທີ 15/ນຍ ເປັນຕົ້ນມາ, ຖືວ່າໄດ້ມີການປິດປ່າຢ່າງສິ້ນເຊີງ. ໝາຍເຖິງໃຫ້ຢຸດຕິການຕັດໄມ້ທໍາລາຍປ່າ, ຢຸດຕິການຄ້າຂາຍໄມ້ແບບອີ່ລະຊະຊາຍບໍ່ຖືກຕ້ອງ ຫລື ບໍ່ໄດ້ຮັບອະນຸຍາດ, ເອີ້ນຢ່າງໜຶ່ງວ່າ ຄ້າໄມ້ແບບຜິດກົດໝາຍນັ້ນລະ. ຖືວ່າໃນຂັ້ນຕໍ່ໄປຖ້າຜູ້ໃດຕ້ອງການເຮັດທຸລະກິດກ່ຽວກັບໄມ້ຕ້ອງປະຕິບັດຕາມລະບຽບຫລັກການ ແລະ ກົດໝາຍວາງອອກຢ່າງເຄັ່ງຂັດເຂັ້ມງວດ, ອັນສໍາຄັນແມ່ນຕ້ອງປູກໄມ້ເອົາເອງ, ຜະລິດເອງ ແລະ ຈໍາໜ່າຍຜະລິດຕະພັນເອງ. ສະຫລຸບແລ້ວ, ນັບແຕ່ມີຄໍາສັ່ງເລກທີ 15/ນຍ ເປັນຕົ້ນມາ, ພວກເຮົາກໍໄດ້ພ້ອມກັນປະຕິບັດຢ່າງເຄັ່ງຂັດຈິງຈັງ ເຂັ້ມງວດເດັດຂາດ. ສິ່ງທີ່ສະແດງອອກກໍຄືສາມາດຕ້ານ ແລະ ສະກັດກັ້ນການຕັດໄມ້ທໍາລາຍປ່າ ນັບທັງການຄ້າຂາຍໄມ້ ແລະ ເຄື່ອນຍ້າຍໄມ້ແບບຜິດກົດໝາຍໄດ້ຢ່າງຫລວງຫລາຍ. ຍິ່ງໄປກວ່ານັ້ນພວກເຮົາຍັງສາມາດກວດກາພົບເຫັນໂຮງເລື່ອຍ, ໂຮງຊອຍທີ່ຕັ້ງຂຶ້ນໂດຍພະລະການ ແລະ ສາມາດຢຶດໄມ້ທີ່ຕັດຊະຊາຍຢູ່ສະໜາມໜຶ່ງ, ສະໜາມສອງ ຕະຫລອດຮອດຢູ່ໂຮງເລື່ອຍໂຮງຊອຍໄດ້ຫລາຍແສນແມັດກ້ອນ. ນອກຈາກນັ້ນ ຍັງສາມາດຢຶດອຸປະກອນຮັບໃຊ້, ພາຫະນະຂົນສົ່ງທີ່ໄດ້ນໍາໃຊ້ເຂົ້າໃນການຜະລິດໄມ້, ເຄື່ອນຍ້າຍໄມ້ໄດ້ຫລາຍສິບ, ຫລາຍຮ້ອຍຄັນໃນທົ່ວປະເທດ. ນີ້ຄືຜົນສໍາເລັດ ກໍຄືບາດກ້າວເລີ່ມຕົ້ນໃນການປະຕິບັດຄໍາສັ່ງເລກທີ 15/ນຍ. ແຕ່ເຖິງປານນັ້ນ, ມາຮອດປັດຈຸບັນກໍຍັງມີພວກຈັງໄຮທີ່ເຫັນແກ່ຜົນປະໂຫຍດຂອງຕົນເອງ ແລະ ກຸ່ມກ້ອນ ຍັງສືບຕໍ່ເຄື່ອນໄຫວລັກລອບຕັດໄມ້, ຄ້າຂາຍໄມ້ແບບຜິດກົດໝາຍຢ່າງຫລວງຫລາຍໃນທົ່ວປະເທດ. ສິ່ງທີ່ພິສູດຕົວຈິງໃຫ້ເຮົາເຫັນນັ້ນກໍຄືມີຫລາຍປົດ, ຫລາຍປ້ອມ ແລະ ຫລາຍດ່ານຊາຍແດນເຂົ້າ-ອອກທີ່ເຈົ້າໜ້າທີ່ເຮົາສາມາດຢຶດໄມ້ລັກລອບເຂົ້າ-ອອກຊາຍແດນໄດ້ຫລາຍຈຸດຫລາຍບ່ອນໃນທົ່ວປະເທດ.
ສ່ວນວ່າຢາເສບຕິດນັ້ນ, ກໍປາກົດວ່າມີແຫລ່ງຂ່າວໃຫ້ເຫັນຢ່າງລຽນຕິດແບບບໍ່ເວັ້ນແຕ່ລະວັນ ນັບທັງຢູ່ດ້ານຊາຍແດນ ແລະ ຢູ່ພາຍໃນປະເທດ ເຊິ່ງເຈົ້າໜ້າທີ່ເຮົາສາມາດຕິດຕາມກວດກາ ແລະ ຕາມລ່າພວກຄ້າຂາຍຢາເສບຕິດມາລົງໂທດ. ຕໍ່ພວກຖືກຫາກໍມີການປັບໄໝໃສ່ໂທດ ນັບທັງຕັດສິນໃຫ້ຈໍາຄຸກຜູ້ລະ 5 ປີ, 10 ປີ ຫລື ຫລາຍກວ່ານັ້ນ ແລະ ຕໍ່ຜູ້ທີ່ມີຄວາມຜິດຫລາຍມີ ໂທດໜັກ ກໍແມ່ນໄດ້ຕັດສິນປະຫານຊີວິດຄືດັ່ງພວກເຮົາເຫັນໃນແຫລ່ງຂ່າວຜ່ານມາ.
ຕາມທິດກໍ່າວ່າ, ສະພາບໃນໄລຍະສອງສາມເດືອນມານີ້ເຫັນວ່າມັນມີເຫດການທີ່ພົ້ນເດັ່ນ ແລະ ກາຍເປັນປາກົດການຫຍໍ້ທໍ້ ຍ້ອນສະພາບການຂອງຢາບ້າມັນລະເບີດຂຶ້ນຢ່າງໜັກໜ່ວງ ຈຶ່ງພາໃຫ້ເກີດມີຊາວໜຸ່ມຊາຍສະກັນພາກັນຕິດຢາບ້າຢ່າງຫລວງ ຫລາຍ. ເທົ່າທີ່ທິດກໍ່າໄດ້ລົງໄປຮາກຖານໃນບາງບ້ານ ແລະ ບາງທ້ອງຖິ່ນໄດ້ມີຄົນເລົ່າຕໍ່ປາກສູ່ຟັງວ່າ ຢູ່ບາງບ້ານ, ບາງທ້ອງຖິ່ນຍັງ ປອດແຕ່ຜູ້ເຖົ້າ, ຜູ້ເປັນພະນັກງານ, ນັກຮຽນ, ເດັກນ້ອຍ ແລະຜູ້ຍິງເທົ່ານັ້ນ. ສ່ວນວ່າຜູ້ຊາຍທີ່ເປັນກໍາມະກອນແບກຫາມສາມລໍ້, ຫາເຊົ້າກິນຄໍ່າ ຫລື ເຮັດວຽກໜັກເອົາແຮງສູ້ເກືອບວ່າບໍ່ມີໃຜປອດ, ມີຜູ້ກິນຫລາຍກິນໜ້ອຍ, ຜູ້ໜັກຜູ້ເບົາ ວ່າຊັ້ນ ! ນີ້ຄືຄໍາຢືນຢັນຂອງຄົນທ້ອງຖິ່ນ, ຖ້າຫາກມີໃຜຢາກພິສູດຕົວຈິງກໍຂໍໃຫ້ໃຊ້ເວລາຫັນທິດລົງຮາກຖານເພື່ອສືບ ແລະ ເຈາະໆເບິ່ງໃນບາງ ບ້ານເອົາແຖວນະຄອນຫລວງເຮົານີ້ກໍໄດ້. ນີ້ຄືຄວາມເປັນອັນຕະລາຍຂອງຢາບ້າທີ່ມັນພວມລະເບີດ ແລະ ຈະກາຍເປັນເພັດສະຄາດສັງຫານຄົນຢ່າງບໍ່ຮູ້ສຶກຕົວ.
ຕາມເຮົາວ່າ, ເພື່ອເປັນການຫລີກເວັ້ນ ກໍຄືການຕ້ານ ແລະ ສະກັດກັ້ນສິ່ງຫຍໍ້ທໍ້ທີ່ມັນເກີດຂຶ້ນຢ່າງໜ້າວິຕົກນີ້, ພວກເຮົາຕ້ອງໄດ້ຮ່ວມແຮງຮ່ວມໃຈກັນຄົນລະໄມ້ລະມື ໂດຍເລີ່ມຈາກຄອບຄົວ ແລະ ສັງຄົມພາກັນເປັນເຈົ້າການຈຶ່ງຈະສາມາດເອົາຊະນະກັບເຫດທີ່ບໍ່ເພິ່ງປາດຖະໜານີ້ໄດ້.
