ມື້ນີ້ອາກາດຈະຮ້ອນເອົ້າຢູ່ແຕ່ລະພາກ ແລະ ຈະມີຝົນຕົກ ລົມແຮງ ຟ້າຮ້ອງ ຟ້າເຫລື້ອມ ຢູ່ແຂວງ ສາລະວັນ, ຈໍາປາສັກ, ເຊກອງ,​ ອັດຕະປື

ກົມອຸຕຸນິຍົມ ແລະ ອຸທົກກະສາດ ລາຍງານພະຍາກອນອາກາດເຊົ້າວັນທີ 2 ເມສາ 2024 ວ່າ: ຄວາມກົດດັນຕໍ່າຂອງອາກາດຮ້ອນ ໄດ້ປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກໍາລັງປານກາງ, ສົມທົບກັບ ກະແສລົມຕາຕົກພັດປົກຄຸມ. ເຊິ່ງຈະເຮັດໃຫ້ອາກາດຮ້ອນ ຫາ ຮ້ອນເອົ້າຢູ່ໃນແຕ່ລະພາກ, ພ້ອມຈະມີໝອກແຫ້ງປົກຫຸ້ມໃນຕອນກາງເວັນ ແລະ ຈະມີຝົນຕົກຟ້າຮ້ອງ ຟ້າເຫລື້ອມ ໃນລະຄ່ອຍ…

ແຈ້ງເຕືອນ: ຝົນຕົກ ຟ້າຮ້ອງ ຟ້າເຫລື້ອມ ແລະ ລົມພັດແຮງ ວັນທີ 30 ມີນາ 2024.

ເນື່ອງຈາກວ່າມວນອາກາດເຢັນທີ່ປະເທດຈີນ ຍັງຈະສບຕໍ່ແຜ່ລົງມາ ປົກຄຸມຢູ່ເຂດພາກເໜືອ ລົງຫາ ພາກກາງຂອງປະເທດລາວ ດ້ວຍກາລັງອ່ອນ, ສ່ວນເຂດພາກໃຕ້ ຄວາມກົດດັນຕໍ່າຂອງອາກາດຮ້ອນທີ່ມີກາລັງ ແຮງປານກາງຍັງປົກຄຸມ, ສົມທົບກັບກະແສລົມຕາເວັນຕົກ-ຕາເວັນຕົກ ສ່ຽງໃຕ້ພັດປົກຄຸມ. ຊຶ່ງຈະເຮັດໃຫ້ອາກາດຮ້ອນ ຫາ ຮ້ອນເອົ້າຢູ່ທົ່ວໄປ ແລະ ຍັງຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມ ໝາກເຫັບຕົກ ພ້ອມມີລົມພັດແຮງ…

ອຸຕຸແຈ້ງເຕືອນ! ແຕ່ວັນທີ 29-30 ມີນານີ້ ຈະມີຝົນຕົກຟ້າ ຮ້ອງຟ້າເຫລື້ອມ, ຟ້າຜ່າ, ໝາກເຫັບຕົກ ແລະ ລົມພັດແຮງ

ກົມອຸຕຸນິຍົມ ແລະ ອຸທົກກະສາດ ແຈ້ງເຕືອນວ່າ: ແຕ່ວັນທີ 29-30 ມີນາ 2024 ຈະມີຝົນຕົກຟ້າ ຮ້ອງຟ້າເຫລື້ອມ, ຟ້າຜ່າ, ໝາກເຫັບຕົກ ແລະ ລົມພັດແຮງ ເນື່ອງຈາກມວນອາກາດໜາວເຢັນຈາກປະເທດຈີນໄດ້ແຜ່ລົງມາປົກຄຸມຢູ່ບັນດາແຂວງພາກເໜືອດ້ານຕາເວັນອອກຂອງປະເທດລາວ, ສ່ວນພາກເໜືອດ້ານຕາເວັນຕົກ ລົງຫາ ພາກກາງ ແລະ ພາກໃຕ້…

ແຈ້ງຂໍ້ຄວນປະຕິບັດຂອງ ຮ້ານອາຫານ-ກີນດື່ມ ແລະ ຮ້ານບັນເທີງ ຢູ່ເມືອງຈັນທະບູລີໃນຊ່ວງບຸນປີໃໝ່ລາວ ພສ 2567

ວັນທີ 25 ມີນາ 2024, ຫ້ອງການຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວເມືອງ ຈັນທະບູລີ ນະຄອນຫຼວງວຽງຈັນ ໄດ້ອອກແຈ້ງການເຖິງເຈົ້າຂອງທຸລະກິດຮ້ານອາຫານ-ກີນດື່ມ ແລະ ຮ້ານບັນເທີງ ທົ່ວເມືອງຈັນທະບູລີຊາບ: ກ່ຽວກັບການຈັດຕັ້ງ ສະເຫລີມສະຫລອງບຸນປີໃໝ່ລາວ ພສ 256 – 2567…

ອາກາດຈະຮ້ອນເອົ້າ ແລະ ມີຝົນຕົກຟ້າຮ້ອງ ຟ້າເຫລື້ອມ ພ້ອມມີລົມພັດແຮງຢູ່ແຂວງພາກກາງ ແລະ ພາກໃຕ້

ກົມອຸຕຸນິຍົມ ແລະ ອຸທົກກະສາດ ລາຍງານພະຍາກອນອາກາດ ເຊົ້າວັນທີ 24 ມີນາ 2024 ວ່າ: ຄວາມກົດດັນຕໍ່າຂອງອາກາດຮ້ອນຍັງຈະປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກໍາລັງອ່ອນ ຫາ ປານກາງ, ສົມທົບກັບກະແສ ລົມຕາເວັນຕົກ-ຕາເວັນຕົກສ່ຽງໃຕ້ພັດປົກຄຸມ, ເຊິ່ງຈະເຮັດອາກາດເຢັນຢູ່ທົ່ວໄປໃນຕອນເຊົ້າ, ສ່ວນຕອນບ່າຍອາກາດຍັງຈະສືບຕໍ່ຮ້ອນ ຫາ ຮ້ອນເອົ້າ ແລະ ຈະມີຝົນຕົກຟ້າຮ້ອງ…

ແຈ້ງປະມູນ ພາຫະນະ, ອາຄານໂຮງງານ, ເຄື່ອງຈັກ ແລະ ອຸປະກອນຮັບໃຊ້ການຜະລິດຕ່າງໆ ຂອງໂຄງການສໍາຫລວດ ແຮ່ບໍ່ກົ່ວ, ຊືນ, ສັງກະສີ ແລະ ແຮ່ເງິນ ຢູ່ເຂດບ້ານໂພນຕິ້ວ ເມືອງຫີນບູນ ແຂວງຄໍາມ່ວນ ມູນຄ່າ 5.000.000 ກີບ/ຊອງ

ຫ້ອງການກະຊວງການເງິນ ແຈ້ງໃຫ້ຜູ້ທີ່ມີຄວາມສົນໃຈເຂົ້າຮ່ວມການປະມູນ ຊັບສົມບັດເກົ່າແກ່ ເຊັ່ນ: ພາຫະນະ, ອາຄານໂຮງງານ, ເຄື່ອງຈັກ ແລະ ອຸປະກອນຮັບໃຊ້ການຜະລິດຕ່າງໆ ຂອງໂຄງການສໍາຫລວດ ແຮ່ບໍ່ກົ່ວ, ຊືນ, ສັງກະສີ ແລະ ແຮ່ເງິນ ຢູ່ເຂດບ້ານໂພນຕິ້ວ ເມືອງຫີນບູນ ແຂວງຄໍາມ່ວນ ໃນລາຄາຂາຍຊອງປະມູນປະເພດພາຫະນະ, ອາຄານໂຮງງານ,…

ແຂວງພາກເໜືອ ຈະມີຝົນຕົກ 30-40% ແລະ ມີຟ້າຮ້ອງລົມແຮງ ສ່ວນນະຄອນຫລວງອາກາດຮ້ອນ ພ້ອມມີໝອກແຫ້ງປົກຫຸ້ມ

ກົມອຸຕຸນິຍົມ ແລະ ອຸທົກກະສາດລາຍງານ ພະຍາກອນອາກາດເຊົ້າວັນທີ 22 ມີນາ 2024 ວ່າ: ຄວາມກົດດັນຕໍ່າຂອງອາກາດຮ້ອນ ຈະປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກໍາລັງອ່ອນ, ສົມທົບກັບກະແສລົມຕາເວັນຕົກພັດປົກຄຸມ ເຊິ່ງຈະເຮັດໃຫ້ອາກາດຮ້ອນ ຫາ ຮ້ອນເອົ້າ ພ້ອມມີ    ໝອກແຫ້ງປົກຫຸ້ມຢູ່ທົ່ວໄປໃນຕອນບ່າຍ ແລະ ຈະມີຝົນຕົກຟ້າຮ້ອງໃນລະດັບຄ່ອຍ. ສໍາລັບແຂວງພາກເໜືອ, ແຂວງໄຊສົມບູນ…

ສາທາ ແຈ້ງ! ໃຫ້ເຂັ້ມງວດເຝົ້າລະວັງພະຍາດໄຂ້ເລືອດດຳ ເນື່ອງຈາກມີຜູ້ຕິດເຊື້ອເພີ່ມຂຶ້ນຈາກ 14 ຄົນ ເປັນ 54 ຄົນ

ວັນທີ 20 ມີນາ 2024, ກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໄດ້ອອກແຈ້ງການໃຫ້ເອົາໃຈໃສ່ເຝົ້າລະວັງ, ຕິດຕາມ ແລະ ປ້ອງກັນພະຍາດໄຂ້ເລືອດດໍາ (Anthrax), ເຊິ່ງພະຍາດໄຂ້ເລືອດດໍາ (Anthrax) ເປັນພະຍາດຕິດຕໍ່ຊະນິດໜຶ່ງ ທີ່ເກີດຈາກເຊື້ອຈຸລິນຊີ ທີ່ມີຊື່ວ່າ “Bacillus anthracis” ເປັນເຊື້ອພະຍາດທີ່ສາມາດຕິດຕໍ່ໄດ້ຢ່າງວ່ອງໄວຈາກສັດສູ່ຄົນ ແລະ…

ນາຍົກລັດຖະມົນຕີ ກໍາປູເຈຍ ຈະເດີນທາງຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນວັນທີ 25-26 ມີນາ 2024

ໂດຍຕອບສະໜອງຕາມຄຳເຊື້ອເຊີນຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ສົມເດັດ ມະຫາ ບໍວໍ ທິບໍດີ ຮຸນ ມາແນດ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກໍາປູເຈຍ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຈະເດີນທາງຢ້ຽມຢາມ…

ຫ້າມອະນຸມັດ ແລະ ຢັ້ງຢືນການປ່ຽນວັນ, ເດືອນ, ປີເກີດ ໃຫ້ພົນລະເມືອງລາວ

ອີງຕາມແຈ້ງການຂອງກະຊວງພາຍໃນ ເລກທີ 09/ພນ ໃຫ້ຮູ້ວ່າ: ເນື່ອງຈາກວ່າ ໃນໄລຍະຜ່ານມາໄດ້ມີຫ້ອງການພາຍໃນຂັ້ນເມືອງບາງເມືອງ ໄດ້ອອກຂໍ້ຕົກລົງ, ໃບອະນຸຍາດ ແລະ ໃບຢັ້ງຢືນປ່ຽນວັນ, ເດືອນ, ປີເກີດໃຫ້ພົນລະເມືອງ ເພື່ອປະກອບເອກະສານຂໍຫນັງສືຜ່ານແດນຢູ່ກົມກົງສຸນ, ກະຊວງການ ຕ່າງປະເທດ, ຊຶ່ງເປັນການລະເມີດກົດໝາຍ, ລະບຽບການ, ພາລະບົດບາດ, ສິດ ແລະ…

error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!