ຫ້ອງການວິຊາການ ມຊ ເຕືອນ ຜູ້ປົກຄອງ ແລະ ນັກຮຽນ-ນັກສຶກສາ ຢ່າຫລົງເຊື່ອການຫລອກລວງເຂົ້າ ມຊ
ເມື່ອມໍ່ໆມານີ້ທ່ານ ຄຳຜົງ ນາມມະວົງມີໄຊ ຫົວໜ້າຫ້ອງການວິຊາການ ມະຫາວິທະຍາໄລແຫ່ງຊາດ ໄດ້ອອກມາເຕືອນວ່າ: ຜ່ານມາ ໄດ້ມີກຸ່ມຄົນບໍ່ດີຈຳນວນໜຶ່ງ ເຄື່ອນໄຫວຕົວະຍົວະຫລອກລວງຜູ້ປົກຄອງ, ກໍຄືພໍ່ແມ່ ວ່າສາມາດວິ່ງເຕັ້ນແລ່ນເອົາລູກຫລານເຂົ້າຮຽນຢູ່ມະຫາວິທະຍາໄລແຫ່ງຊາດ ໂດຍນັກສຶກສາບໍ່ຕ້ອງຜ່ານການສອບເສັງ ຫລື ເສັງບໍ່ຜ່ານກໍສາມາດປອມແປງລາຍຊື່ໃຫ້ເຂົ້າຮຽນໄດ້ ແລະ ນີ້ໃນຊຸມປີຜ່ານມາທາງມະຫາວິທະຍາໄລແຫ່ງຊາດ ໄດ້ພົບເຫັນກໍລະນີທີ່ນັກສຶກສາໄດ້ປອມແປງເອກະສານເຂົ້າມາເຊັ່ນ: ໃບປະກາດຈົບຊັ້ນ ມໍປາຍ ແລະ…