ທ້າຍເດືອນທັນວານີ້ອາກາດຈະເຢັນລົງເລັກໜ້ອຍ
ກົມອຸຕຸນິຍົມ ແລະ ອຸທົກກະສາດ ໃຫ້ຮູ້ວ່າ: ໃນໄລຍະທ້າຍເດືອນທັນວານີ້, ອາກາດຢູ່ປະເທດເຮົາຈະເຢັນລົງເລັກໜ້ອຍ ແລະ ຈະມີຝົນຕົກໃນລະດັບຄ່ອຍຢູ່ບາງທ້ອງຖິ່ນແຂວງພາກເໜືອ, ເນື່ອງຈາກຄວາມກົດດັນຂອງອາກາດເຢັນທີ່ປະເທດຈີນ ຈະເພີ່ມກຳລັງແຮງຂຶ້ນເລັກໜ້ອຍແຜ່ລົງມາປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ. ສໍາລັບສະພາບອາກາດໃນແຕ່ລະພາກມີດັ່ງນີ້: ພາກເໜືອດ້ານຕາເວັນອອກ ແຂວງຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ ຈະມີຝົນຕົກກະຈາຍໃນລະດັບຄ່ອຍ ແລະ…