ອຸຕຸເຕືອນ! ຜູ້ທີ່ອາໄສຢູ່ລຽບຕາມພູສູງ-ຮ່ອມພູ ແຂວງ ພາກເໜືອ ໃຫ້ມີສະຕິລະວັງຝົນຕົກຕິດຕໍ່ກັນຫລາຍວັນ ຈະເຮັດໃຫ້ນໍ້າຖ້ວມຊຸ ແລະ ດິນເຈື່ອນ

ກົມອຸຕຸນິຍົມ ແລະ ອຸທົກກະສາດ ແຈ້ງເຕືອນນໍ້າຖ້ວມຊຸ ແລະ ດິນເຈື່ອນ ເຊົ້າ ວັນທີ 21 ກໍລະກົດ 2024 ວ່າ: ເນື່ອງຈາກວ່າຮ່ອງຄວາມກົດດັນອາກາດຕໍ່າ ຫລື ຮ່ອງຝົນ ຍັງຈະສືບຕໍ່ພາດຜ່ານຢູ່ເຂດພາກເໜືອດ້ານຕາເວັນຕົກ ລົງຫາ ພາກກາງ ແລະ ພາກໃຕ້ຂອງປະເທດລາວ,…

ພາກກາງ ແລະ ພາກໃຕ້ ກຽມຮັບມືຝົນຕົກໜັກ ພ້ອມມີລົມພັດແຮງ ອາດຈະເຮັດໃຫ້ນ້ຳຖ້ວມ ດິນເຈື່ອນ

ກົມອຸຕຸນິຍົມ ແລະ ອຸທົກກະສາດ ແຈ້ງເຕືອນໄພພະຍາກອນອາກາດ ເຊົ້າວັນທີ 10 ກໍລະກົດ 2024 ວ່າ: ຮ່ອງຄວາມກົດດັນອາກາດຕໍ່າຍັງຈະສືບຕໍ່ພາດຜ່ານຢູ່ເຂດພາກເໜືອ ລົງຫາ ພາກກາງຂອງປະເທດລາວດ້ວຍກໍາລັງປານ ກາງ, ພ້ອມດຽວກັນລົມມໍລະສຸມຕາເວັນຕົກສ່ຽງໃຕ້ໄດ້ມີກໍາລັງແຮງເພີ່ມຂຶ້ນພັດປົກຄຸມ. ເຊິ່ງຈະເຮັດໃຫ້ມີຝົນຕົກຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງຢູ່ເກືອບທົ່ວໄປໃນແຕ່ລະພາກ ແລະ ຈະມີຝົນຕົກໜັກ…

ມະຫາວິທະຍາໄລ ວິທະຍາສາດສຸຂະພາບ ເປີດການສອບເສັງຄັດເລືອກເອົານັກສຶກສາ ເຂົ້າຮຽນສົກປີ 2024-2025

ວັນທີ 21 ມິຖຸນາ ຜ່ານມານີ້, ມະຫາວິທະຍາໄລ ວິທະຍາສາດສຸຂະພາບ (ມວສ) ກະຊວງສາທາລະນະສຸກ ໄດ້ປະກາດວ່າ: ວັນອາທິດ ວັນທີ 11 ສິງຫາ ໜ້ານີ້ ຈະໄດ້ສອບເສັງຄັດເລືອກເອົານັກສຶກສາເຂົ້າຮຽນ ຢູ່ມະຫາວິທະຍາໄລ ວິທະຍາສາດສຸຂະພາບ ໃນສົກສຶກສາ 2024-2025, ຈະເລີ່ມຂາຍຄໍາຮ້ອງສະໝັກເຂົ້າສອບເສັງ…

ແຈ້ງການ ! ເປີດໃຫ້ນັກສຶກສາລົງທະບຽນສອບເສັງ ເຂົ້າຮຽນ ມະຫາວິທະຍາໄລແຫ່ງຊາດ ໃນສົກສຶກສາ 2024-2025 ທາງ ອອນລາຍ

ວັນທີ 1 ກໍລະກົດ 2024 ນີ້, ອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ໄດ້ອອກແຈ້ງການ ກ່ຽວກັບການການລົງທະບຽນເພື່ອຮັບສະໝັກສອບເສັງຄັດເລືອກເອົານັກສຶກສາເຂົ້າຮຽນ ຢູ່ມະຫາວິທະຍາໄລແຫ່ງຊາດ, ໃນສົກສຶກສາ 2024-2025 ແບບອອນລາຍ (Online) ຄື:

ລະວັງນ້ຳຖ້ວມ! ຝົນຈະຕົກໜັກ ຟ້າຮ້ອງ ຟ້າເຫລື້ອມ ພ້ອມມີລົມພັດແຮງ ໃນແຕ່ລະພາກ

ກົມອຸຕຸນິຍົມ ແລະ ອຸທົກກະສາດ ແຈ້ງເຕືອນພະຍາກອນອາກາດ ເຊົ້າວັນທີ 29 ມິຖຸນາ 2024 ວ່າ: ຮ່ອງຄວາມກົດດັນອາກາດຕໍ່າຍັງຈະສືບຕໍ່ພາດຜ່ານຢູ່ເຂດພາກເໜືອຂອງປະເທດລາວ, ສົມທົບກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ທີ່ມີກໍາລັງອ່ອນ ພັດປົກຄຸມ. ຊຶ່ງຍັງຈະເຮັດໃຫ້ມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບ ຄ່ອຍ ຫາ ປານກາງ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນ ໃນແຕ່ລະພາກຕື່ມອີກ….

ກະສິກຳ ແລະ ປ່າໄມ້ ຕັ້ງເປົ້າຈະປ່ອຍປາໃຫ້ໄດ້ 64 ລ້ານໂຕ ໃນປີ 2024 ລື່ນປີຜ່ານມາ 2 ລ້ານໂຕ

ແຈ້ການກະຊວງກະສິກຳ ແລະ ປ່າໄມ້ ສະບັບເລກທີ 3024/ກປ ວັນທີ 11 ມິຖຸນາ 2024 ນີ້ໃຫ້ຮູ້ວ່າ: ເນື່ອງໃນໂອກາດວັນປ່ອຍປາ ແລະ ສັດນ້ຳ ແຫ່ງຊາດ ໃນວັນທີ 13 ກໍລະກົດ 2024 ທີ່ຈະມາເຖິງນີ້, ຂະແໜງກະສິກຳ…

ເມືອງຕົ້ນເຜິ້ງ ແຈ້ງປິດຮ້ານກິນດື່ມ ແລະ ຮ້ານບັນເທີງຕ່າງໆ ຊົ່ວຄາວ ໃນໄລຍະສອບເສັງຈົບຊັ້ນ ມ.7

ວັນທີ 21 ມິຖຸນາ 2024 ນີ້, ຫ້ອງວ່າການເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ໄດ້ອອກແຈ້ງການເລກທີ 147/ຫວມ.ຕຜ ເລື່ອງ: ໃຫ້ໂຈະການບໍລິການຊົ່ວຄາວໃນໄລຍະທີ່ພວມຈັດການສອບເສັງຈົບຊັ້ນ ມ.7 ເພື່ອລີກລ່ຽງບໍ່ໃຫ້ນັກຮຽນ ມ.7 ທີ່ເສັງຈົບຊັ້ນປະຈຳ ສົກຮຽນ 2023-2024 ແຕ່ວັນທີ 19-21 ມິຖຸນານີ້…

error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!