ຫລວງນ້ຳທາ, ບໍ່ແກ້ວ, ອຸດົມໄຊ, ຫລວງພະບາງ ແລະ ໄຊຍະບູລີ ຈະມີຝົນຕົກໜັກ ແລະ ເຝົ້າລະວັງນ້ຳຖ້ວມດິນເຈື່ອນ
ກົມອຸຕຸນິຍົມ ແລະ ອຸທົກກະສາດ ແຈ້ງເຕືອນພະຍາກອນອາກາດ ວັນທີ 25 ສິງຫາ 2024 ວ່າ: ຮ່ອງຄວາມກົດດັນອາກາດຕໍ່າ ຫລື (ຮ່ອງຝົນ) ຍັງພາດຜ່ານຢູ່ເຂດພາກເເໜືອຂອງປະເທດລາວ, ສົມທົບກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ພັດປົກຄຸມ. ເຊິ່ງຈະເຮັດໃຫ້ຝົນຍັງຈະສືບຕໍ່ຕົກໃນລະດັບຄ່ອຍ ຫາ ປານກາງຢູ່ທົ່ວໄປໃນແຕ່ລະພາກ ແລະ ຈະມີຝົນຕົກໜັກຢູ່ບາງທ້ອງຖິ່ນ ພ້ອມມີລົມພັດແຮງເປັນບາງໂອກາດ….