ປະຊາຊົນບ້ານເຕົ່າ-ສະແງເລັ່ງສ້ອມແປງເຮືອນຫລັງຖືກພະຍຸພັດເປ່ເພ
ແຫລ່ງຂ່າວທ້ອງຖິ່ນ ໃຫ້ຮູ້ວ່າ: ປັດຈຸບັນປະຊາຊົນບ້ານເຕົ່າ ແລະ ບ້ານສະແງ, ເມືອງນາໝໍ້, ແຂວງອຸດົມໄຊຫລາຍກວ່າ 50 ຄອບຄົວ, ພວມເລັ່ງສ້ອມແປງເຮືອນຊານຂອງຕົນທີ່ໄດ້ຮັບຜົນກະທົບ ແລະ ເປ່ເພຈາກລົມພະຍຸພັດຜ່ານຢ່າງຮຸນແຮງເມື່ອທ້າຍອາທິດຜ່ນມານີ້. ຕາມການລາຍງານຂອງອໍານາດການປົກຄອງບ້ານທີ່ໄດ້ຮັບຜົນກະທົບຈາກໄພທໍາມະຊາດຄັ້ງນີ້ ໃຫ້ຮູ້ວ່າ: ເວລາປະມານ 18:00 ໂມງຂອງວັນທີ 9 ມີນາຜ່ານມາ,…