ໄຟໄໝ້ຮ້ານກຸ້ງເຜົາ T2 ເສຍຫາຍສົມຄວນ
ເວລາປະມານ 17:30 ໂມງຂອງວັນທີ 26 ມີຖຸນານີ້, ໄດ້ເກີດເຫດໄຟໄໝ້ ຢູ່ຮ້ານອາຫານກຸ້ງເຜົາ, ເສັ້ນທາງເຕ 2, ບ້ານວັດໄຕໃຫຍ່, ເມືອງສີໂຄດຕະບອງ, ນະຄອນຫລວງວຽງຈັນ, ສົ່ງຜົນໃຫ້ຫ້ອງໂຖ່ງໃຫຍ່ຂອງຮ້ານດັ່ງກ່າວເສຍຫາຍໝົດກ້ຽງ, ສາເຫດແມ່ນເກີດຈາກໄຟຊ໋ອດໜ່ວຍແອ, ໂດຍ ເຈົ້າໜ້າທີ່ໄດ້ ນຳລົດນ້ຳ ແລະ ພະນັກງານວິຊາການຈຳນວນໜຶ່ງລົງດັບມອດໄຟຢ່າງຮີບດ່ວນ, ໂດຍໃຊ້ເວລາເກືອບໜຶ່ງຊົ່ວໂມງຈຶ່ງສາມາດຄວບຄຸມໄຟໄວ້ໄດ້,…