ຜົວຈັດວັນເກີດໃຫ້ຊູ້ທາງໃຈ ເມຍມອບໃບຢ່າເປັນຂອງຂວັນ

ລູກເມືອງພວນ ຂ້ອຍກັບຜົວຂອງຂ້ອຍແຕ່ງງານກັນໄດ້ 9 ປີປາຍແລ້ວ, ພວກຂ້ອຍມີດວງໃຈຮ່ວມກັນ 2 ຄົນ( ຍິງໜຶ່ງ, ຊາຍໜຶ່ງ). ຊີວິດຄູ່ຂອງພວກຂ້ອຍ ມີຄວາມສະຫງົບດີ. ຜົວຂອງຂ້ອຍເປັນຄົນຮັກລູກ ແພງເມຍ. ເລື່ອງລາວຂອງມັນເລີ່ມເກີດຂຶ້ນກ່ອນໜ້ານີ້ສອງປີ, ເມື່ອຂ້ອຍໄປກວດສຸຂະພາບຢູ່ໂຮງໝໍ ທ່ານໝໍບອກວ່າຂ້ອຍເປັນພະຍາດ ພ່ອງ ແລະ ຈະຕ້ອງໄດ້ປົວເປັນຍາວນານ. ແຕ່ນັ້ນມາ,…

ເມື່ອຂ້ອຍລຸລູກ! ແມ່ຜົວເອົາສາວຄົນອື່ນມາໃຫ້ຜົວແທນຂ້ອຍ

ລູກເມືອງພວນ         ຂ້ອຍເປັນປະເພດຜູ້ຍິງມັກຄວາມເປັນເອກະລາດດ້ານເສດຖະກິດ ແລະ ໜ້າທີ່ການງານ ແຕ່ເປັນຄົນອ່ອນແອຄວາມຮັກ. ຖ້າໄດ້ຮັກໃຜກໍຮັກແທ້ຮັກວ່າ, ເຖິງແມ່ນຈະມີອຸປະສັກ ຫຼື ເຈັບປວດລວດລ້າວກໍຍອມຮັບໄດ້. ຄວາມຮັກຍາວນານເປັນເວລາ 4 ປີໃນມະຫາວິທະຍາໄລ ໃນທີ່ສຸດຖືກພັງທະລາຍດ້ວຍນໍ້າຕາ.         ຈົນກ່ວາ 5 ປີຂ້ອຍຈິ່ງມາຮັກກັບຜົວຄົນປັດຈຸບັນ. ພວກຂ້ອຍຮູ້ຈັກກັນເນື່ອງໃນໂອກາດເອື້ອຍຂອງເຂົາໄປເກີດລູກຢູ່ໂຮງໝໍ, ຂ້ອຍເປັນທ່ານໝໍເວນຍາມໃນມື້ນັ້ນ….

ຕິຜົວທຸກ ຊຸກຫົວໄປຫາຄົນຮັ່ງ!

ລູກເມືອງພວນ ຂ້ອຍແຍກທາງກັບຜົວ ຍ້ອນຜົວເປັນຄົນທຸກ, ທັນທີທີ່ແຍກທາງກັບຜົວເກົ່າ ຂ້ອຍກໍໄປຫາຊາຍຄົນໜຶ່ງທີ່ເປັນຊາຍເຈົ້າຊູ້, ໜຸ່ມແໜ້ນ, ຮັ່ງມີ. ຂ້ອຍບໍ່ແມ່ນປະເພດຜູ້ຍິງທີ່ໄຝ່ຝັນສູງ ແຕ່ຂ້ອຍຄິດສະເໝີວ່າຈະບໍ່ເອົາຜົວຄົນຈົນ. ເພາະຜູ້ຊາຍເປັນທີ່ເພິ່ງຂອງຄອບຄົວ, ຖ້າບໍ່ເປັນຄົນຮັ່ງ ຢ່າງໜ້ອຍກໍຕ້ອງກຸ້ມຄອບຄົວ, ແຕ່ບໍ່ຮູ້ວ່າຟ້າແຖນຊຸກໃສ່ ຫຼື ວ່າຈັ່ງໃດ ຂ້ອຍຈິ່ງໄປແຕ່ງງານກັບຜູ້ຊາຍຄົນໜຶ່ງເຈົ້າຊູ້, ໃຈດີ, ແຕ່ທຸກຈົນ. ອາຍຸຂອງເຂົາລື່ນຂ້ອຍ 3…

ເກີດເປັນລົມ ໃນເມື່ອເຫັນ ແຟນເກົ່າຂອງຜົວເອົາຮູບ “ສອງຄົນ…ຢູ່ເທິງຕຽງ ” ລົງໃນ ເຟສບຸກ.

ລູກເມືອງພວນ ອີງຕາມການແບ່ງປັນໃນ ເຟສບຸກ ບັນຊີໜຶ່ງໃຫ້ຮູ້ວ່າ: ນາງຖືກແຟນເກົ່າຂອງຜົວສົ່ງຮູບພາບ ‘ເທິງຕຽງນອນ’ ຂອງສອງຄົນໃນອະດີດ ມາໃຫ້ເປັນປະຈຳຢູ່ບໍ່ຂາດ ແລະ ຂຽນກວນວ່າ: “ທຸກສິ່ງທຸກຢ່າງທີ່ລະນຶກໃນອິດີດແຫ່ງຄວາມຮັກຂອງສອງຄົນເຮົານ້ອງຍັງຮັກສາໄວ້ຢ່າງຄົບຖ້ວນ. ນ້ອງບໍ່ມີວັນເວລາທີ່ຈະລືມອ້າຍລົງ ເພາະນ້ອງຍັງຮັກອ້າຍເໝືອນເດີມ, ນ້ອງທົດລອງຮັກກັບຄົນອື່ນ ແຕ່ກໍບໍ່ມີໃຜຮັກ ແລະ ອິດູຕົນນ້ອງຄືກັນກັບອ້າຍທີ່ຮັກນ້ອງຜ່ານມາ. ຖ້ານ້ອງຫາກບໍ່ເອົາລູກອອກປານນີ້ ນ້ອງກັບອ້າຍຄົງໄດ້ລູກຜູ້ທີ່ສອງນຳກັນແລ້ວ, ນ້ອງກິນແໜງໃຫ້ຕົນເອງ…

ນອກໃຈຜົວ ຍ້ອນຢາກໄດ້ລູກ

ລູກເມືອงພວນ       ພວກຂ້ອຍເອົາກັນມາໄດ້ 10 ປີແລ້ວ ແຕ່ບໍ່ມີລູກນຳກັນ. ເມື່ອເປັນແນວນັ້ນ, ຜົວເມຍພວກຂ້ອຍກໍພ້ອມກັນໄປຫາທ່ານໝໍເພື່ອກວດເບິ່ງສາເຫດວ່າເປັນຍ້ອນຫຍັງ? ແລະ ເປັນຍ້ອນໃຜກັນແທ້? ຜົນຂອງການກວດໃຫ້ຮູ້ວ່າ: ເມຍຂອງຂ້ອຍທຸກຢ່າງແມ່ນປົກກະຕິດີ, ສ່ວນຂ້ອຍທ່ານໝໍບອກວ່າ: ບໍ່ສາມາດຈະມີລູກໄດ້ ເພາະຄວາມພ້ອມທາງດ້ານຮ່າງກາຍ ແລະ ຂອ້ຍກໍໄດ້ພະຍາຍາມປິ່ນປົວຫຼາຍບ່ອນ, ວ່າແຕ່ໄດ້ຍິນບ່ອນໃດດີກໍໄປຫາ, ທັງຢາພື້ນເມືອງ ແລະ…

ແມ່ແຟນຂອງຂ້ອຍບໍ່ໃຫ້ແຕ່ງງານຍ້ອນຂ້ອຍຜ່ານເມຍໜຶ່ງແລ້ວ

ລູກເມືອງພວນ ແມ່ແຟນຂອງຂ້ອຍເວົ້າວ່າ: ບໍ່ແມ່ນບໍ່ມັກນິໄສຂອງຂ້ອຍ ແຕ່ບໍ່ຢາກໃຫ້ລູກຕ້ອງເອົາຊີວິດໄປຢູ່ກັບຄົນທີ່ໄດ້ຜ່ານເມຍໜຶ່ງມາແລ້ວ. ຂ້ອຍອາຍູ 35 ປີ, ຢ່າຮ້າງກັບເມຍໄດ້ 2 ປີແລ້ວ, ເມຍເກົ່າ ແລະ ລູກສາວ ດຳລົງຊີວິດຢູ່ຫ່າງໄກກັບບ່ອນຂ້ອຍຢູ່ປັດຈຸບັນ. ຂ້ອຍເປັນອາຈານສອນຢູ່ມະຫາວິທະຍາໄລແຫ່ງໜຶ່ງ. ແຕ່ລະເດືອນຂ້ອຍຕ້ອງໄດ້ສົ່ງເງິນໄປໃຫ້ລູກຕາມພັນທະຂອງກົດໝາຍຢ່າຮ້າງ. ຂ້ອຍໄດ້ເລົ່າເລື່ອງລາວທັງໝົດໃຫ້ທຸກຄົນຮັບຮູ້ນຳເລື່ອງຂອງຂ້ອຍວ່າ ຂ້ອຍບໍ່ມີການພົວພັນຫຍັງແລ້ວກັບເມຍເກົ່າແຕ່ຢ່າງໃດ ມີແຕ່ພັນທະໃນການລ້ຽງລູກເທົ່ານັ້ນ. ພາຍຫຼັງຢ່າຮ້າງກັບເມຍໄດ້ໄລຍະໜຶ່ງ,…

ສົງໄສເມຍນອກໃຈ ໃຫ້ຄົນອື່ນເຊີຍຊົມ

ຮຽບຮຽໂດຍ: ລູກເມືອງພວນ ແມ່ບອກໃຫ້ຂ້ອຍເອົາລູກນ້ອຍເກີດໃໝ່ ໄປກວດເບິ່ງ DNA ແຕ່ເມຍຂອງຂ້ອຍບໍ່ເຫັນດີ, ລາວບອກວ່າ ຖ້າເຮັດແບບນັ້ນເຂົາຈະເອົາລູກໜີອອກຈາກເຮືອນໄປ. ຂ້ອຍດຳລົງຊີວິດຢູ່ທີ່…, ອາຍຸ 41 ປີ, ກ່ອນໜ້ານີ້ມີລູກຊາຍຄົນໜຶ່ງແລ້ວ ອາຍຸ 3 ປີ ແຕ່ເຂົາເສຍຊີວິດໄປແລ້ວຍ້ອນດຶກນໍ້າ. ຫຼັງຈາກນັ້ນ, ພວກເຮົາບໍ່ໄດ້ລູກນຳກັນເລີຍ. ສອງຜົວເມຍຈຶ່ງໄດ້ພ້ອມກັນໄປກວດ,…

ຮັກບໍ່ກ້າບອກ ກິນແໜງຕະຫຼອດຊີວິດ

   ລູກເມືອງພວນ 10 ປີຜ່ານໄປ, ແຕ່ທຸກສິ່ງທຸກຢ່າງຂອງຄວາມຮັກເກົ່າຍັງປະກົດຢູ່ໃນສະໝອງຂອງຂ້ອຍຕະຫຼອດເວລາ. ອາດຈະແມ່ນຍ້ອນຂ້ອຍຍັງຮັກເຂົາຢູ່?         ຂ້ອຍ ແລະ ຊູ້ເກົ່າຮຽນຮ່ວມຫ້ອງດຽວກັນໃນສະໄໝມັດທະຍົມປາຍ. ສິ່ງອື່ນໆ ໃນຕົວຂອງເຂົາກໍບໍ່ມີຫຍັງດອກພໍໃຫ້ຂ້ອຍຕິດອົກຕິດໃຈເຂົາ ນອກຈາກ ເຂົາເປັນຄົນຄຳຮູ້ນັ້ນເອງ. ເມື່ອຢ່າງເຂົ້າມະຫາວິທະຍາໄລ ຂ້ອຍໄດ້ໄປອາໄສຢູ່ກັບເອື້ອຍ, ສ່ວນເຂົາໄປຮຽນຕໍ່ຢູ່ທີ່ສະຖາບັນຊັ້ນກາງແຫ່ງໜຶ່ງ ຊຶ່ງໄກຈາກບ່ອນຂ່ອຍຢູ່ 25 ກິໂລແມັດ….

error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!