ຂ້ອຍຢາກປະກັບແຟນ ພາຍຫຼັງໄດ້ທົດລອງ “ເລື່ອງອັນນັ້ນ”ນຳກັນ

ລູກເມືອງພວນ ຂ້ອຍເປັນສາວ ອາຍຸ 26 ປີ, ເປັນພະນັກງານຫ້ອງການ, ຂ້ອຍຍັງໂສດໆສົດໆ. ພໍ່ແມ່ລ້ຽງດູຂ້ອຍຕາມຕາມຮີດຄອງປະເພນີເປັນຢ່າງດີ. ເມື່ອມາເຖິງຕົ້ນປີນີ້, ຂ້ອຍໄດ້ເກີດແນວຄວາມຄິດບໍ່ຢາກປະຕິບັດຕາມຄຳສັ່ງສອນຂອງພໍ່ແມ່ອີກ ຈົນເຖິງມື້ເອົາຜົວ. ເມື່ອເດືອນເມສາຜ່ານມາ, ຂ້ອຍໄດ້ຂຽນຈົດໝາຍເຖິງ ບກ ໃນຄໍລຳ “ນັດພົບ”. ຈຸດປະສົງຂອງຂ້ອຍໃນຈົດໝາຍນັ້ນບໍ່ແມ່ນເລື່ອງທີ່ຂ້ອຍຢາກແຕ່ງງານ, ແຕ່ຫາກແມ່ນເລື່ອງຂ້ອຍຢາກທົດລອງ “ເລື່ອງອັນນັ້ນ”. ຫຼັງຈາກນັ້ນຂ້ອຍໄດ້ຮັບການຕອບຮັບຈາກຊາວເພຈ…

ຮັກກັນໄດ້ພຽງ 3 ວັນ, ຜູ້ສາວພ້ອມທີ່ຈະໃຫ້ຄວາມສຸກບົນຕຽງກັບຂ້ອຍ

ລູກເມືອງພວນ ຂ້ອຍອາຍຸ 27 ປີ, ຜູ້ສາວ 23 ປີ. ພວກຂ້ອຍຮູ້ຈັກກັນຜ່ານທາງສື່ອອນລາຍ. ຜ່ານການລົມກັນເຫັນວ່າເຂົ້າກັນດີ, ມີມື້ໜຶ່ງພວກຂ້ອຍໄດ້ນັດໄປຫຼີ້ນນຳກັນ, ມື້ນັ້ນຂ້ອຍໄດ້ຂໍຮັກກັບເຂົາ, ເຂົາກໍຕອບສະໜອງທັນທີ. ແຕ່ລະຄັ້ງທີ່ຢູ່ກັບເຂົາຂ້ອຍຮູ້ສຶກມີຄວາມສຸກທີ່ສຸດ ແລະ ບໍ່ສາມາດຈະກັນຫ້າມໄດ້ເລື່ອງຢາກມີເພດສຳພັນກັບເຂົາ, ພາຍຫຼັງຮັກໄດ້ 3 ວັນຂ້ອຍໄດ້ຊວນເຂົາເຂົ້າເຮືອນພັກເພື່ອເລື່ອງດຽວນັ້ນແຫຼະ. ໃນໃຈກໍຄິດວ່າຢາກມີຄວາມສຸກກັບເຂົາ, ແຕ່ກໍຄິດຢູ່ວ່າ…

ຜົວແອບພົບປະກັບແຟນເກົ່າ

ລູກເມືອງພວນ ຂ້ອຍ ແລະ ຜົວຂອງຂ້ອຍແຕ່ງງານກັນໄດ້ 2 ປີແລ້ວ, ກ່ອນຈະຮັກ ແລະ ແຕ່ງງານກັບຂ້ອຍ, ຜົວຂອງຂ້ອຍເຄີຍຮັກກັບສາວຄົນໜຶ່ງມາເປັນເວລາ 3 ປີ, ແລ້ວກໍແຍກທາງກັນ. ເມື່ອຂ້ອຍກັບຜົວຂອງຂ້ອຍແຕ່ງງານກັນ, ແຟນເກົ່າຂອງຜົວກໍແຕ່ງງານໄປແລ້ວ. ໄດ້ຍິນຂ່າວວ່າ ເຮືອນຂອງທາງຜົວເຂົາຮັ່ງມີຫຼາຍ. ແຕ່ຜົວຂອງຂ້ອຍກັບແຟນເກົ່າຍັງລັກແອບພົບກັນເປັນປະຈຳ, ນັດໄປກິນເຂົ້າ, ໄປກິນກາເຟນຳກັນ….

ຢູ່ກັບແຟນ ແຕ່ຫົວໃຈຢູ່ກັບຄົນອື່ນ

ລູກເມືອງພວນ ຂ້ອຍອາຍຸ 24 ປີ, ເປັນພະນັກງານຫ້ອງການ. ຜູ້ຊາຍຄົນນັ້ນ, ເຖິງເຂົາຈະບໍ່ເຈົ້າຊູ້, ບໍ່ຮັ່ງມີ ແຕ່ເຂົາໃຈດີ, ຂ້ອຍກະເລີຍເກີດຄວາມຮັກກັບເຂົາ ແລະ ໃນທີ່ສຸດພວກຂ້ອຍກໍຮັກກັນຈົນໄດ້. ພວກຂ້ອຍຮັກກັນໄດ້ 2 ປີແລ້ວ, ຄິດວ່າປີໜ້າຈະແຕ່ງງານກັນ. ຜ່ານໄລຍະຮັກກັນມານັ້ນ, ກໍມີເລື່ອງກະຕຸກກະຕິກກັນແດ່ກໍເປັນເລື່ອງທຳມະດາຂອງຄວາມຮັກ. ພວກຂ້ອຍສອງຄົນມີລະດັບການສຶກສາຕ່າງກັນ, ເຂົາຮຽນຕໍ່າກ່ວາຂ້ອຍ….

ຕິດຕັ້ງເຄື່ອງຈັບຈຸດພິກັດ (GPS) ໃສ່ລົດຈັກເມຍໂດຍບໍ່ໄດ້ຕັ້ງໃຈ

ລູເມືອງພວນ ເມຍຂອງຂ້ອຍຫາກໍຊື້ລົດຈັກຄັນໜຶ່ງໃໝ່ໆ, ມູນຄ່າ 30,000,000.  ກີບ, ອາດເວົ້າໄດ້ວ່ານີ້ຄືຊັບສົມບັດທີ່ມີມູນຄ່າສູງສຸດໃນຄອບຄົວຂອງຂ້ອຍກໍວ່າໄດ້. ພາຍຫຼັງໃສ່ປ້າຍທະບຽນຮຽບຮ້ອຍແລ້ວ, ຂ້ອຍກໍເອົາໄປລ້າງຢູ່ຮ້ານແຫ່ງໜຶ່ງເພື່ອໃຫ້ມັນດູດີຂຶ້ນ. ບັງເອີນເຈົ້າຂອງຮ້ານເລີຍແນະນຳໃຫ້ຂ້ອຍຕິດຕັ້ງເຄື່ອງຈັບຈຸດພິກັດ (GPS) ໃສ່ຕື່ມອີກ, ຂ້ອຍກໍເລີຍເຫັນດີໃຫ້ເຈົ້າຂອງຮ້ານຕິດຕັ້ງໃຫ້, ຈຸດປະສົງແມ່ນກັນຂະໂມຍ, ເມື່ອລົດເສຍຈຶ່ງຮູ້ທີ່ນຳ, ແຕ່ບໍ່ໄດ້ບອກໃຫ້ເມຍຮູ້. ປົກະຕິແລ້ວ, ເມຍຂອງຂ້ອຍມີແຕ່ຂີ່ໄປການແລ້ວ ກໍກັບມາເຮືອນ, ເຖິງແມ່ນໄປກໍໄປແຕ່ຮ້ານຊັບພະສິນຄ້າຊື້ເຄື່ອງ ຫຼື…

ໄດ້ເມຍສາວນ້ອຍ ເສຍແຮງຂ້ອຍລ້ຽງດູ

     ລູກເມືອງພວນ      ຂ້ອຍເປັນຄົນກຳພາພໍ່ ແຕ່ຍັງນ້ອຍ, ແມ່ຂອງຂ້ອຍຕັດສິນໃຈໄປອີກບາດກ້າວໜຶ່ງ ໃນເມື່ອຂ້ອຍອາຍຸ 6 ປີ. ແມ່ໄດ້ນ້ອງສາວໃຫ້ຂ້ອຍອີກໜຶ່ງຄົນ, ແຕ່ໂຊກບໍ່ດີ ເມື່ອນ້ອງຂ້ອຍພໍໄດ້ອາຍຸ 3 ປີ ພໍ່ນ້າຂອງຂ້ອຍກໍຖືກອຸບັດຕິເຫດເສຍຊີວິດ. ລູກສອງຄົນແນບຢູ່ສອງຂ້າງຂອງແມ່, ແມ່ຕ້ອງອອກແຮງເຮັດວຽກເພື່ອຫາລ້ຽງພວກຂ້ອຍໄປວັນວັນ ປານນັ້ນຍັງບໍ່ພໍກິນ.      ເມື່ອເຫັນສະພາບຄອບຄົວຂອງພວກຂ້ອຍລຳບາກຍາກແຄ້ນຫຼາຍ…

ເຈົ້າບ່າວ ມາຊ້າ ເຈົ້າສາວຍົກເລີກງານແຕ່ງ

ລູກເມືອງພວນ ເຫດການເກີດຂຶ້ນຢູ່ທີ່ໝູ່ບ້ານ Nangaljat ທີ່ຂຶ້ນກັບເມືອງ Bijnor ໃນລັດ Uttar Pradesh ປະເທດ ອິນເດຍ. ຍ້ອນເຈົ້າບ່າວມາຊ້າ ບໍ່ຖືກກັບເວລານັດໝາຍ. ເຈົ້າສາວ ໄດ້ຍົກເລີກງານແຕ່ງ ແລະ ເຂົ້າງານວິວາກັບຊາຍຄົນອື່ນທັນທີ ຊຶ່ງທຸກຄົນໃນງານແຕ່ງຕົກຕະລຶງໄປຕາມໆກັນ. ກ່ອນໜ້ານັ້ນ 2 ເດືອນເຈົ້າບ່າວ…

ຈັບໄດ້ຄາໜັງ ຄາເຂົາ ເມຍນອກໃຈຈະແກ້ແນວໃດ?

ລູກເມືອງພວນ ຂ້ອຍ ພ້ອມກັບອ້າຍຂອງຂ້ອຍ ບຸກເຂົ້າໄປໃນຫ້ອງນອນ ເຮືອນພັກຫຼັງໜຶ່ງ ຈັບຄາໜັງຄາເຂົາ ເມຍນອນກັບຊາຍຄົນອື່ນ. ແທນທີ່ເຂົາຈະໜ້າອາຍ ແລະ ຂໍໂທດ ແຕ່ກົງກັນຂ້າມເມຍຂອງຂ້ອຍຊໍ້າພັດຂຶ້ນສຽງຮ້າຍດ່າ ແລະ ທຸບຕີຂ້ອຍ. ຫຼັງຈາກນັ້ນກໍພ້ອມກັນກັບເມືອເຮືອນ. ເມື່ອຮອດເຮືອນ ເມຍຮຽກຮ້ອງຢ່າຮ້າງ ແລະ ເວົ້າວ່າ: ຂ້ອຍບໍ່ຮັກເຈົ້າແລ້ວ, ຂ້ອຍມີຄົນໃໝ່ແລ້ວ….

ວິທີຮັບມືກັບໄຟດົ້ນເກົ່າທີ່ບໍ່ທັນມອດ

ລູກເມືອງພວນ ບັນຫາແຟນເກົ່າຂອງແຟນໃໝ່ອາດເວົ້າໄດ້ວ່າເປັນເລື່ອງທີ່ອ່ອນໄຫວທີ່ສຸດ ຖ້າຫາກເກີດວ່າຝ່າຍໃດຝ່າຍໜຶ່ງບໍ່ຍອມຈົບ ແລະ ພະຍາຍາມກັບເຂົ້າມາຢູ່ໃນຊີວິດຂອງແຟນອີກຄັ້ງ. ການຮັບມືກັບໄຟດົ້ນເກົ່າຈົ່ງໄດ້ໃຊ້ສະຕິ ແລະ ຄວາມອົດທົນເປັນຢ່າງສູງ ການເລືອກໃຊ້ຊີວິດຈິງຕ້ອງມີຄວາມຊັດເຈນ ແລະ ບໍ່ຕ້ອງໃຊ້ຄວາມຮຸນແຮງໃດໆ ຊຶ່ງເຮົາມີວິທີມາແນະນຳດັ່ງຕໍ່ໄປນີ້: ເປີດຕົວແຟນຄົນໃໝ່ໃຫ້ຄົນອື່ນຮັບຮູ້ ການເປີດຕົວແຟນເປັນການບອກໃຫ້ຄົນອ້ອມຂ້າງ ແລະ ດົ້ນໄຟເກົ່າຮູ້ວ່າ ພວກເຈົ້າທັງສອງຄົນຄົບປະກັນຢ່າງເປີດເຜີຍ ເພື່ອຈະຊ່ວຍໃຫ້ແຟນເກົ່າຍອມຮັບ ແລະ ວາງມື…

ເຈັບປວດ! ຜົວພາເຂົ້າເຮືອນພັກໃຫ້ຊາຍອື່ນເຊີຍຊົມ

ລູກເມືອງພວນ ເປັນຄັ້ງທຳອິດທີ່ເຫັນຜົວຈັດງານສະຫຼອງວັນແຕ່ງ, ຂ້ອຍຮູ້ສຶກດີໃຈເຫຼືອລົ້ນ ທີ່ຜົວເອົາໃຈໃສ່ ແລະ ຮັກເມຍຂະໜາດນີ້ ແຕ່ມັນໄດ້ກາຍເປັນວັນແຫ່ງຄວາມເຈັບປວດລວດລ້າວ ບໍ່ມີວັນລືມ. ຂ້ອຍກຳເນີດເກີດຂຶ້ນຢູ່ໃນຊົນນະບົດບ່ອນຫ່າງໄກສອກຫຼີກ ເປັນຄົນບ້ານນອກຄອກນາ ລຳບາກຍາກແຄ້ນ ແຕ່ໂຊກດີຂ້ອຍໄດ້ໄປຮຽນການຢາ. ໃນຂະນະທີ່ຢູ່ໄກພໍ່ແມ່ ບ້ານເກີດເມືອງນອນ, ຂ້ອຍຮັກກັບຊາຍຄົນໜຶ່ງຮ່ວມຫ້ອງດຽວກັນ. ຄວາມຮັກເບື້ອງຕົ້ນໃນຊີວິດ ສຸດທີ່ມີຄວາມຫວານຊື່ນ ແຕ່ກໍຖືກພັງທະລາຍລົງພາຍຫຼັງທັງສອງຄົນຮຽນຈົບ. ຜູ້ຊາຍຄົນນັ້ນເຂົາຢາກຢູ່ໃນຕົວເມືອງໃຫ່ຍ ເພື່ອວ່າຈະຊອກວຽກເຮັດງານທຳໄດ້ງ່າຍກ່ວາ…

error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!