ເສຍດາຍເມຍເກົ່າ ເມື່ອເຫັນເຂົາງາມສະຫງ່າ

ຫຼາຍມື້ທີ່ຜ່ານມາ ຂ້ອຍນອນບໍ່ຫຼັບ ກິນບໍ່ແຊບ ແອບຮັກເຂົາຄືນຈົນຊິເປັນບ້າ, ຄິດເຖິງເຂົາທຸກວັນຄືນ. ບໍ່ຮູ້ວ່າເຂົາມີເວດມົນຄາຖາຫຍັງ ຈຶ່ງກັບມາງາມປານນາງຟ້າ ພາຍຫຼັງເຂົາຊຸດໂຊມ ຈ່ອຍຜອມ ຫ່ຽວແຫ້ງ ຍັງແຕ່ໜັງຕິດກະດູກ  ຊຶ່ງເບິ່ງແລ້ວບໍ່ມີຄວາມຮູ້ສຶກຢາກຢູ່ຮ່ວມນຳ ຈາກການເຈັບປ່ວຍເກືອບເອົາຊີວິດໄປບໍ່ລອດ ພວກຂ້ອຍທັງສອງກໍໄດ້ແຍກທາງກັນ. ມາບາດນີ້ເຂົາງາມສະຫງ່າ ປານນາງຟ້າຄົນໃໝ່ ໃສ່ຊຸດທີ່ສວຍງາມ ໜ້າຕາຂາວຜ່ອງ ໃສ່ເກີບສົ້ນສູງ ຢ່ອງແຢ່ງ…

ຜົວບໍ່ຈູບຂ້ອຍໃນຂະນະທີ່ເຮັດກິດຈະກຳເທິງຕຽງ

ຂ້ອຍອາຍຸ 32 ປີ ຊຶ່ງໄດ້ຜ່ານການແຕກແຍກຄວາມເປັນຄອບຄົວມາຄັ້ງໜຶ່ງແລ້ວ, ດັ່ງນັ້ນຈຶ່ງຍາກທີ່ຈະຫາຜູ້ຊາຍເຫັນໃຈໄດ້ອີກຄັ້ງ ແຕ່ກໍເປັນຈັ່ງບຸນທີ່ຂ້ອຍໄດ້ພົບຮັກກັບຊາຍຄົນໜຶ່ງທີ່ໄດ້ຜ່ານການເປັນຄອບຄົວມາຄືກັນກັບຂ້ອຍ. ເມື່ອຢູ່ໃກ້ກັບເຂົາຂ້ອຍມີຄວາມຮູ້ສຶກໝັ້ນໃຈ ແລະ ອົບອຸ່ນທີ່ສຸດ. ພວກຂ້ອຍລ້ວນແຕ່ເຕີມເຕັມໃຫ້ກັນສິ່ງທີ່ຕ່າງຄົນຕ່າງຂາດຫາຍໄປ. ຄວາມສຳພັນຂອງພວກຂ້ອຍເຕັມໄປດ້ວຍຄວາມຫວັງ ທີ່ຈະໄດ້ເຂົ້າສູ່ໂຮງຫໍນຳກັນ. ສິ່ງທີ່ເຮັດໃຫ້ຂ້ອຍມີຄວາມກັງວົນໃຈກໍຄື ເວລາທີ່ພວກຂ້ອຍມີກິດຈະກຳທາງເພດສຳພັນນັ້ນ ໃນສອງສາມຄັ້ງທຳອິດເຫັນວ່າມີຄວມສຸກສຸດຍອດ ແຕ່ປາກົດວ່າເຂົາບໍ່ໄດ້ຈູບຂ້ອຍເລີຍໃນຂະນະທີ່ເຮັດກິດຈະກຳ. ເມື່ອເຫັນເຊັ່ນນັ້ນ ຂ້ອຍກໍເລີຍຖາມເຂົາວ່າ ເປັນຫຍັງອ້າຍບໍ່ຈູບນ້ອງແດ່? ເຂົາຕອບວ່າ…

ມີເມຍທັງງາມທັງເກັ່ງ ແຕ່ຜົວເອົາຫົວໃຈໃຫ້ຍິງຮ່ວມຫ້ອງການ

ຂ້ອຍກັບນາງເຮັດວຽກຢູ່ບໍລິສັດດຽວກັນ, ພວກຂ້ອຍທັງສອງລ້ວນແຕ່ມີຄອບຄົວແລ້ວ ແຕ່ພວກຂ້ອຍຕົກຫຼຸມຮັກກັນເນື່ອງໃນໂອກາດບໍລິຈັດຕັ້ງສະເຫຼີມສະຫຼອງວັນສ້າງຕັ້ງບໍລິສັດ. ນາງເປັນຄົນທີ່ມີຮູບຮ່າງໜ້າຕາດີ ມີສະເໜ່ ດຶງດູດຝ່າຍກົງກັນຂ້າມເປັນຢ່າງຍິ່ງ. ນາງເລົ່າສູ່ຂ້ອຍຟັງວ່າ ເຂົາແຕ່ງງານໄດ້ຫຼາຍປີແລ້ວ ແຕ່ຊີວິດຄູ່ຈະບໍ່ຄ່ອຍມີຄວາມສຸກ ເພາະຜົວຂອງເຂົາມີຮັກນອກບ້ານ ບໍ່ສົນໃຈນຳວຽກຢ້າວການເຮືອນ ແລະ ຜູ້ເປັນເມຍ. ຜົວເມຍຜິດຖຽງກັນຢູ່ເປັນປະຈຳ ແລະ ມີຫຼາຍເທື່ອທີ່ຜົວຂອງເຂົາລົງຕີນລົງມືໃສ່ເມຍ. ເຂົາຈຶ່ງມີຊີວິດຢູ່ດ້ວຍຄວາມອົດກັ້ນ ແລະ ທຸກໃຈຕະຫຼອດມາ. ໃນຂະນະດຽວກັນຄອບຄົວຂອງຂ້ອຍແມ່ນມີຄວາມສຸກ…

ເພາະຮັກຈຶ່ງຢາກໃຫ້ພັກຜ່ອນ

ໃນຊ່ວງເທສະການແຫ່ງຄວາມຮັກດັ່ງ “ວັນວາເລັນທາຍ” ຫຼາຍຄົນກຳລັງຊອກຫາຂອງຂວັນໃຫ້ກັນຄົນທີ່ສຸດຮັກ ບໍ່ແມ່ນເລື່ອງງ່າຍທີ່ຈະຫາສິ່ງຂຶງເພື່ອແທນຄວາມຮູ້ສຶກຫ່ວງໃຍຄິດເຖິງ ແລະ ເຫັນຜູ້ຮັບເປັນຄົນພິເສດ. “ຊໍ່ດອກກຸຫຼາບງາມໆ” ດອກ ໄມ້ຍອດນິຍົມທີ່ມັກມອບໃຫ້ແກ່ກັນ ໃນວັນວາເລັນທາຍ ແຕ່ຫາກໄປຫາຊື້ຕາມຊ່ວງເທສະການຮັບຮອງວ່າລາຄາແພງຂຶ້ນຫຼາຍເທົ່າຕົວ. ຫຼື ຈະໄປຫາຊື້ເຄື່ອງປະດັບເຊັ່ນ ສ້ອຍຄໍ, ຕ້າງຫູ ຫຼື ແຫວນ ໃຫ້ກັນ ກໍບໍ່ແມ່ນເລື່ອງງ່າຍ ທີ່ຈະຕ້ອງຊອກໄດ້ຕາມທີ່ຕ້ອງການ…

ແຍກທາງກັນຍ້ອນເລື່ອງເທິງຕຽງຫຼຸດລົງ

ຂ້ອຍ ແລະ ຜົວຂອງຂ້ອຍແຕ່ງງານກັນໄດ້ 3 ປີແລ້ວ, ມີລູກອາຍຸ 1 ປີນຳກັນໜຶ່ງຄົນ. ນັບແຕ່ມື້ຮູ້ຈັກກັນ ແລະ ເປັນແຟນກັນມາຈົນເຖິງມື້ເກີດເລື່ອງເທິງຕຽງນຳກັນນັ້ນແມ່ນປົກະຕິດີ. ແຕ່ພາຍຫຼັງເກີດລູກແລ້ວຂ້ອຍຂະລຳເລື່ອງເທິງຕຽງກັບຜົວເປັນເວລາ 6 ເດືອນ ເພາະຂ້ອຍເກີດລູກດ້ວຍການຜ່າຕັດ. ເມື່ອເກີດລູກແລ້ວ ຂ້ອຍຮູ້ສຶກວ່າຄວາມຕ້ອງການທາງອາລົມເພດຫຼຸດລົງ , ເດືອນໜຶ່ງກໍໄດ້ພຽງແຕ່ 1-2…

ຜົວໂອນເງິນໃຫ້ກິກຜິດເລກບັນຊີ

ຂ້ອຍເປັນຄົນໂຊກດີ ທີ່ໄດ້ເກີດຢູ່ໃນຄອບຄົວທີ່ມີຖານະເສດຖະກິດພຽງພໍ, ພໍ່ແມ່ລ້ຽງດູເປັນຢ່າງດີ. ພາຍຫຼັງຮຽນຈົບແພດຊັ້ນສູງແລ້ວ ຂ້ອຍໄດ້ໄປສະໝັກເຮັດວຽກຢູ່ໂຮງໝໍເອກະຊົນແຫ່ງໜຶ່ງ. ຂ້ອຍໄດ້ມີໂອກາດຮູ້ຈັກກັບຜູ້ຊາຍຄົນໜຶ່ງ, ລາວເຮັດວຽກຢູ່ບໍລິສັດຕອບສະໜອງອຸປະກອນການແພດ ແຕ່ລາວຜ່ານສອງເມຍມາແລ້ວ. ຍ້ອນມີປະສົບການຜ່ານສອງເມຍມາແລ້ວ ຈຶ່ງຕື້ຂ້ອຍບໍ່ມີຄວາມຍາກຊາ ໃນທີ່ສຸດຂ້ອຍກໍຕົກຫຼຸມຮັກຂອງເຂົາ. ຮັກກັນໄດ້ 6 ເດືອນ ພວກຂ້ອຍໄດ້ປຶກສາກັນຈັດງານແຕ່ງ ແຕ່ພໍ່ແມ່ຂ້ອຍບໍ່ເຫັນດີໃຫ້ເອົາກັບເຂົາ ຍ້ອນວ່າເຂົາໄດ້ຜ່ານສອງເມຍມາແລ້ວ. ເຖິງແມ່ນພໍ່ແມ່ບໍເຫັນດີກໍຕາມ ແຕ່ຂ້ອຍໄດ້ຕັດສິນໃຈໄປກັບຊາຍຄົນນັ້ນ. ຫຼັງຈາກນັ້ນພວກຂ້ອຍໄດ້ມີພະຍານຮັກໜຶ່ງຄົນນຳກັນ,…

ຄູ່ຊີວິດມີໄວ້ໃຫ້ຮັກ, ການໃຫ້ອະໄພບໍ່ແມ່ນໄວ້ເພື່ອເອົາຊະນະ

ຄວາມຮັກບໍ່ມີຮ້າຍ ບໍ່ມີດີ ມັນຂຶ້ນຢູ່ກັບຄົນ 2 ຄົນ ຈະບໍລິຫານຈິດໃຈຂອງກັນ ແລະ ກັນໄປໃນທິດທາງໃດເທົ່ານັ້ນ. ສິ່ງທີ່ສຳຄັນໃນເມື່ອໄດ້ເປັນຄູ່ສົມລົດແລ້ວ ໃຫ້ຖືວ່າ ເປັນຄູ່ຊີວິດ ທີ່ຈະຕ້ອງໄດ້ປັບຕົວເຂົ້າຫານກັນ ພ້ອມກັນສ້າງສາຄອບຄົວ ໃຫ້ເປັນໄປຕາມທີ່ຕ້ອງການຂອງທັງສອງຄົນ, ຢ່າໃຫ້ເປັນຊີວິດຄູ່ທີ່ຢູ່ກັນໄປພຽງວັນວັນ ໂດຍບໍ່ມີການສ້າງສາພັດທະນາຄອບຄົວຂອງຕົນ ຈົນການເປັນການຈ້ອງມອງເອົາຜິດກັນຢູ່ຕະຫຼອດເວລາ. ໃຫ້ຄິດສະເໝີວ່າຄູ່ຮັກບໍ່ແມ່ນຄູ່ແຂ່ງ ເອົາແພ້ ເອົາຊະນະ….

ຜົວອາລົມງຸດວິດ ເມື່ອເລື່ອງເທິງຕຽງຂອງຂ້ອຍຫຼຸດລົງ

ຂ້ອຍ ແລະ ຜົວຂອງຂ້ອຍແຕ່ງງານກັນໄດ້ 3 ປີແລ້ວ, ມີລູກອາຍຸ 1 ປີນຳກັນໜຶ່ງຄົນ. ນັບແຕ່ມື້ຮູ້ຈັກກັນ ແລະ ເປັນແຟນກັນມາຈົນເຖິງມື້ເກີດເລື່ອງ ເທິງຕຽງນຳກັນນັ້ນແມ່ນປົກກະຕິດີ. ແຕ່ພາຍຫຼັງເກີດລູກແລ້ວຂ້ອຍຂະລຳເລື່ອງເທິງຕຽງກັບຜົວເປັນເວລາ 6 ເດືອນ ເພາະຂ້ອຍເກີດລູກດ້ວຍການຜ່າຕັດ. ເມື່ອເກີດລູກແລ້ວ ຂ້ອຍຮູ້ສຶກວ່າຄວາມຕ້ອງການທາງອາລົມເພດຫຼຸດລົງ , ເດືອນໜຶ່ງກໍໄດ້ພຽງແຕ່…

ເມຍພາຊູ້ເຂົ້າເຮືອນພັກ

ກ່ອນໜ້ານີ້ 3 ປີພວກຂ້ອຍແຕ່ງງານກັນ, ເວລານັ້ນຂ້ອຍອາຍຸ 30 ປີ ລື່ນເມຍ 10 ປີ. ເຖິງແມ່ນຂ້ອຍອາຍຸແກ່ກ່ວາເມຍ ຕັ້ງ 10 ປີກໍຕາມ ແຕ່ບໍ່ໄດ້ເປັນສິ່ງກີດຂວາງໃດໆໃນຄວາມຮັກ. ນັບແຕ່ມື້ເອົາກັນມາຂ້ອຍເອົາໃຈເມຍທຸກຢ່າງ ເບິ່ງແຍງດູແລເປັນຢ່າງດີ, ບໍ່ໄດ້ໃຫ້ເມຍເຮັດວຽກໜັກການໜາ, ບໍ່ມີຄວາມກັງວົນເລື່ອງບັນຫາເງິນໆຄຳໆ ແລະ ຊີວິດການເປັນຢູ່ແຕ່ຢ່າງໃດ….

ໃນເມື່ອຊີວິດຄູ່ຈືດຈາງ ຄວນຢຸດເຊົາ ຫຼື ໄປຕໍ່

ໃນສັບປະດາໜຶ່ງໆ ເຮົາມີຄວາມສຸກຈັກວັນ, ມີຄວາມທຸກຈັກວັນ? ນັ້ນຄືຄຳຖາມທີ່ເຮົາຖາມພັນລະຍາຂອງເຮົາ. ພວກເຮົາແຕ່ງງານໄດ້ລູກນຳກັນ 2 ຄົນ ແຕ່ຊີວິດຄູ່ຂອງພວກເຮົານັບມື້ຈືດຈາງລົງ, ເລື່ອງກຸກກຸກກິກກິກ ເອາະເສາະ ອ້ອຍຊອຍນຳກັນກໍຂາດຫາຍໄປ. ເຂົາເໜື່ອຍລ້າຍ້ອນລ້ຽງລູກຄົນດຽວ ສ່ວນເຮົາຕ້ອງເຮັດວຽກຢ່າງໜັກເພື່ອຫາເງິນລ້ຽງຄອບຄົວ ມື້ໃດກໍອອກຈາກບ້ານໄປແຕ່ເຊົ້າ ກັບມາປະມານ 6-7ໂມງແລງທຸກໆມື້ ແຕ່ວັນຈັນເຖິງວັນເສົາ. ເຖິງແມ່ນລາຍໄດ້ບໍ່ຫຼວງຫຼາຍ ແຕ່ກໍພໍຍິ້ມໄດ້ກັບລູກເມຍ. ຫຼັງໆ…

error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!