ປະຊາຊົນຫລາຍຄອບຄົວທີ່ອາໃສຢູ່ບໍລິເວນໃກ້ຄຽງຕະຫລາດສີໄຄ, ເມືອງສີໂຄດຕະບອງ, ນະຄອນຫລວງວຽງຈັນ, ພວມຜະເຊີນກັບສະພາບແວດລ້ອມທີ່ບໍ່ດີ, ຫລັງຈາກດ້ານຫລັງຕະຫລາດດັ່ງກ່າວມີສະພາບນໍ້າຖ້ວມຂັງເປີະເປື້ອນມາເປັນເວລາດົນ, ຊຶ່ງໃນໂອກາດລົງພົບປະຊາວບ້ານສີໄຄຂອງທ່ານນາງ ພອນເພັດ ບຸບຜາ ຮອງປະທານກໍາມາທິການວັດທະນາທໍາ-ສັງຄົມສະພາແຫ່ງຊາດ, ພ້ອມດ້ວຍສະມາຊິກສະພາປະຊາຊົນນະຄອນຫລວງວຽງຈັນຈໍານວນໜຶ່ງເມື່ອທ້າຍອາທິດຜ່ານມານີ້, ປະຊາຊົນກໍໄດ້ນໍາບັນຫາດັ່ງກ່າວສະເໜີເຖິງພາກສ່ວນກ່ຽວຂ້ອງເພື່ອລົງມາແກ້ໄຂ, ເນື່ອງຈາກວ່າສະພາບນໍ້າຖ້ວມຂັງ ແລະ ຄວາມເປື້ອນເປີະຫລັງຕະຫລາດແຫ່ງນີ້ແມ່ນເກີດຂຶ້ນມາດົນແລ້ວຍ້ອນຮ່ອງລະບາຍນໍ້າໃນບໍລິເວນດັ່ງກ່າວຖືກອັດຕັນ, ຊຶ່ງເກີດຈາກການຖີ້ມຂີ້ເຫຍື້ອແບບຊະຊາຍຂອງຊາວຄ້າຂາຍ ແລະ ປະຊາຊົນຈໍານວນໜຶ່ງ, ຂະນະດຽວກັນພາກສ່ວນຮັບຜິດຊອບຕະຫລາດກໍຖືເບົາຕໍ່ຄວາມສະອາດຂອງຕະຫລາດ. ປະຊາຊົນທີ່ອາໄສຢູ່ໃກ້ຄຽງຕະຫລາດດັ່ງກ່າວ…