ຍ້ອນຫຍັງສະພາບເປືະເປື້ອນ-ແອອັດເຂດຕະຫລາດເຊົ້າ-ຂົວດິນບໍ່ໄດ້ຮັບການແກ້ໄຂ
ຜູ້ທີ່ຜ່ານໄປມາ, ກໍຄືຊາວຄ້າຂາຍເຂດຕະຫລາດເຊົ້າ, ຕະຫຼາດຂົວດິນຕ່າງກໍຄົງຈະເຫັນສະພາບແວດລ້ອມເຂດດັ່ງກ່າວ, ໂດຍສະເພາະແມ່ນເສັ້ນທາງຄູວຽງເຂດຕິດກັບຄອງລະບາຍນ້ຳຕະຫລາດຂົວດິນຫາໜອງຈັນແມ່ນມີສະພາບແອອັດ ແລະ ເປີະເປື້ອນມາດົນແລ້ວ, ຊຶ່ງຜ່ານມາສື່ພວກເຮົາກໍເຄີຍນຳສະເໝີໄປແລ້ວຫລາຍຄັ້ງແຕ່ກໍບໍ່ໄດ້ຮັບການແກ້ໄຂ, ປັງປຸງແຕ່ຢ່າງໃດ, ຊ້ຳບໍ່ໜ່ຳນັບມື້ຍິ່ງມີສະພາບຊຸດໂຊມ ແລະ ແອອັດຫລາຍຂື້ນ, ເຫັນໄດ້ຈາກສະພາບແອອັດຂອງການຈອດລົດ ແລະ ການວາງຂາຍເຄື່ອງຕາມສອງຝາກທາງດັ່ງກ່າວທີ່ມີຄວາມແອອັດຢູ່ແລ້ວຍິ່ງເພີ່ມທະວີຂື້ນຕື່ມອີກ ແລະ ຍັງບໍ່ພໍບາງບ່ອນມີຮອດລົດໂດຍສານຈອດຮຽງກັນເຖິງສອງຄັນກໍມີ, ອັນໄດ້ເຮັດໃຫ້ສະພາບການສັນຈອນພົບຄວາມຫຍຸ້ງຍາກລຳບາກທີ່ສຸດ, ຊຶ່ງຜ່ານມາກໍມີສຽງຈົ່ມວ່າ ແລະ…