ສັງຄົມເລີ່ມເປັນຫວ່ງສະພາບຄົນຂໍທານໃນນະຄອນຫລວງວຽງຈັນ

ປັດຈຸບັນ, ຢູ່ຕາມຕະຫລາດ, ຫ້າງຮ້ານ ແລະ ເຂດຊຸມຊົນບາງແຫ່ງໃນນະຄອນຫລວງວຽງຈັນໄດ້ເລີ່ມປະກົດມີຄົນຂໍທານຫລາຍຂຶ້ນ, ຊຶ່ງສ່ວນຫລາຍແມ່ນຄົນທີ່ມີຮ່າງກາຍປົກກະຕິ ແລະ ຍັງສາມາດເຮັດວຽກໄດ້ເຄື່ອນໄຫວຂໍທານນຳຜູ້ທີ່ຜ່ານໄປມາດ້ວຍຮູບການຕ່າງໆ, ຊຶ່ງນອກຈາກຈະສ້າງພາບພົດບໍ່ງາມຕາໃຫ້ແກ່ຕົວເມືອງນະຄອນຫລວງແລ້ວ, ທີ່ຮ້າຍແຮງໄປກວ່ານັ້ນໄດ້ມີຂໍທານທີ່ເປັນຜູ້ຊາຍທີ່ມີຮ່າງກາຍປົກກະຕິ ແລະ ແຂງແຮງດີເລາະຂໍທານ ແລະ ສະເພາະເຈາະຈົ່ງຂໍທານນຳແຕ່ຜູ້ຍິງ, ພ້ອມທັງເວົ້າຈາລັກສະນະເຮັດໃຫ້ຜູ້ຖືກຂໍທານຢ້ານກົວ ແລະ ຈຳເປັນຕ້ອງໃຫ້ເງິນ, ຊາວຄ້າຂາຍທີ່ເປັນຜູ້ຍິ່ງຫລຍຄົນຢູ່ຕະຫລາດເຊົ້າ ເລົ່າວ່າ: ຄົນຂໍທານຢູ່ເຂດຕະຫລາດເຊົ້າໃນປັດຈຸບັນ,…

ປີນີ້ລາວຈະສົ່ງເຂົ້າຂາຍໄປຈີນ 20 ພັນໂຕນ

  ໃນວັນທີ 20 ມີນານີ້, ພາກລັດ ແລະ ຜູ້ປະກອບການໂຮງສີເຂົ້າຕ່າງໄດ້ຮ່ວມກັນຫາລືກ່ຽວກັບມາດຕະຖານ, ເງື່ອນໄຂ ແລະ ຄວາມພ້ອມ ເພື່ອສົ່ງເຂົ້າຂາຍໃຫ້ ສປຈີນ ຈໍານວນ 20 ພັນໂຕນໃນປີນີ້, ພາຍຫລັງລັດຖະບານສອງປະເທດລາວ-ຈີນໄດ້ຕົກລົງນໍາກັນແລ້ວ, ໂດຍແມ່ນລັດວິສາຫະກິດສະບຽງອາຫານ ສປຈີນ ຈະເປັນຜູ້ຮັບຊື້ຈໍານວນເຂົ້າສານດັ່ງກ່າວ. ທ່ານຫົວໜ້າກົມສົ່ງເສີມການຄ້າລາວ…

ລາວຟອດ ນຳສະເໜີລົດຂົນສົ່ງເງິນນິລະໄພຮຸ່ນໃໝ່

            ລົດຂົນເງິນນິລະໄພ ເປັນພາຫະນະໜຶ່ງທີ່ໄດ້ຮັບການພັດທະນາຂຶ້ນ, ໂດຍສະຖານບັນການເງິນສາກົນ, ເພື່ອນຳໃຊ້ເຂົ້າໃນການຂົນສົ່ງເງິນ, ວັດຖຸມີຄ່າຕ່າງໆໃຫ້ໄປເຖິງຈຸດໝາຍປາຍທາງດ້ວຍຄວາມປອດໄພ. ໃນວັນທີ 16 ມີນາຜ່ານມານີ້, ບໍລິສັດ ເອເອັມເອ ລາວ ແລະ ບໍລິສັດ ລາວຟອດ ຊີຕີ, ໄດ້ຈັດພິທີນຳສະເໜີລົດຂົນເງິນ ຟອດ ເອເວີເຣດທ໌…

ໄດ້​ແລ້ວນາງ​ສາວ​ຈຳນວນ 20 ຄົນທີ່​ຈະ​ເຂົ້າຮ່ວມການ​ປະ​ກວດນາງ​ສາວ​ນະຄອນຫລວງວຽງ​ຈັນ​ປີ 2017

      ວັນ​ທີ 18 ມີນາ​ນີ້, ທ່ານ​ນາງ ອໍລະ​ໄທ ສັນຕິ​ຄົງ​ຄາ ອຳນວຍ​ການ​ບໍລິສັດ ກຣິດ ຕະພົງ ກຣຸບ ຈຳກັດ, ທັງ​ເປັນ​ປະທານ​ໂຄງການ​ຈັດການ​ປະ​ກວດ​ນາງ​ສາວ​ນະຄອນ​ຫລວງ ວຽງ​ຈັນ, ​ໄດ້ຮ່ວມ​ກັບ​ພະ​ແນ​ກຖະ​ແຫລ​ງຂ່າວ, ວັດທະນະທຳ ​ແລະ ທ່ອງ​ທ່ຽວ​ນະຄອນ ຫລວງ​ວຽງ​ຈັນ, ຈັດ​ງານນຳ​ສະ​ເໜີນາງ​ສາວ​…

ປຸກລະດົມໃຫ້ສັງຄົມລາວຫັນມານຳໃຊ້ລົດເມສາທາລະນະຫລາຍຂຶ້ນ

           ປັດຈຸບັນລັດວິສາຫະກິດລົດເມ ພວມເລັ່ງປັບປຸງລະບົບການຄຸ້ມຄອງລັດວິສາຫະກິດຂອງຕົນຄືນໃໝ່ ເພື່ອເຮັດໃຫ້ການບໍລິການມວນຊົນດີຂຶ້ນ, ແນໃສ່ປຸກລະດົມມວນຊົນຫລຸດຜ່ອນການນຳໃຊ້ລົດສ່ວນຕົວ ແລະ ຫັນມານຳໃຊ້ລົດເມສາທາລະນະຫລາຍຂຶ້ນ, ເພື່ອຫລີກລ້ຽງການຈະລາຈອນແອອັດ, ຫລຸດຜ່ອນການເກີດອຸປະຕິເຫດ ແລະ ຍັງເຮັດໃຫ້ການປ່ອຍມົນລະພິດອອກສູ່ອາກາດໜ້ອຍລົງ. ໃນວັນທີ 17 ມີນານີ້, ລັດວິສາຫະກິດລົດເມ, ພະແນກຈະລາຈອນ ປກສ ນະຄອນ ຫລວງວຽງຈັນ…

ຄາລາວານໂຕໂຍຕາມາເຖິງນະຄອນຫລວງວຽງຈັນແລ້ວ

  ໃນວັນທີ 16 ມີນານີ້, ຢູ່ເດີ່ນທາດຫລວງ, ນະຄອນຫລວງວຽງຈັນ, ໄດ້ມີພິທີຕ້ອນຮັບຂະບວນຄາລາວານລົດໂຕໂຍຕາ ເອີເວ ວິດຢູ (Toyota Awalys With You), ພາຍຫລັງເດີນທາງເປັນເວລາ 45 ວັນຜ່ານ 5 ປະເທດຄື: ໄທ, ມຽນມາ,…

ການແກ້ໄຂຜົນກະທົບ ແລະ ສິ່ງກີດຂວາງຂອງເສັ້ນທາງລົດໄຟ ລາວ-ຈີນ ຍັງຈະຕ້ອງໄດ້ສຸມໃສ່

     ມາຮອດປັດຈຸບັນ ເຖິງວ່າເສັ້ນທາງລົດໄຟ ລາວ-ຈີນ ໄດ້ເລີ່ມລົງມືກໍ່ສ້າງໃນຫລາຍຈຸດແລ້ວ ໂດຍສະເພາະແມ່ນການຂຸດເຈາະອຸມົງໄລຍະທີໜຶ່ງ ແຕ່ເຂດບໍ່ເຕັນ ແຂວງຫລວງນ້ຳທາ ຫາເມືອງນາໝໍ້ ແຂວງອຸດົມໄຊ ເຊິ່ງມີໄລຍະທາງຍາວຫລາຍກວ່າ 50 ກິໂລແມັດ, ໃນນັ້ນຜ່ານແຂວງຫລວງນ້ຳທາມີ 16 ກິໂລແມັດ, ມີອຸມົງ 3 ແຫ່ງ ຍາວ…

ຕໍາຫລວດອັກຄີໄພເຕືອນສະພາບອາກາດຮ້ອນໃຫ້ມີສະຕິໃນການຊົມໃຊ້ຟືນໄຟ

   ຫົວໜ້າພະແນກຕໍາຫລວດສະກັດກັ້ນ ແລະ ຕ້ານອັກຄີໄພ ນະຄອນຫລວງວຽງຈັນ ພັນໂທ ຈັນທະບູນ ມະນີວົງ, ໄດ້ອອກມາເຕືອນສັງຄົມໃຫ້ມີສະຕິຫລາຍຂຶ້ນໃນການຊົມໃຊ້ໄຟຟ້າ, ພາຍຫລັງເຫັນວ່າໄລຍະນີ້ສະພາບອາກາດຮ້ອນອົບເອົ້າອາດເຮັດໃຫ້ເກີດອັກຄີໄພໄດ້ງ່າຍ. ຂະນະທີ່ 3 ເດືອນຕົ້ນປີນີ້ທົ່ວປະເທດມີອັກຄີໄພເກີດຫລາຍກວ່າ40ຄັ້ງ,ອັນໄດ້ສົ່ງຜົນເສຍຫາຍຕໍ່ວັດຖຸຊັບສີນຂອງບຸກຄົນ ແລະ ລວມໝູ່ເປັນຈໍານວນຫລວງຫລາຍ.ຫົວໜ້າຕໍາຫລວດມອດໄຟນະຄອນຫລວງ ກ່າວວ່າ: ອັກຄີໄພແມ່ນຫາຍຍະນະທີ່ສ້າງຄວາມເສຍຫາຍໃຫ້ແກ່ຊີວິດ ແລະ ຊັບສີນ, ທັງເປັນປະກົດການຫຍໍ້ທໍ້ໜຶ່ງໃນສັງຄົມ,ເຊິ່ງມັນອາດເກີດຂຶ້ນໄດ້ທຸກເວລາເມື່ອຄົນເຮົາມີຄວາມປະໝາດໃນການຊົມໃຊ້ຟືນໄຟຈາກການເຮັດກິດຈະກໍາຕ່າງໆ…

ແລ້ງນີ້ບາງທ້ອງຖິ່ນອາດຈະຂາດນ້ຳ

  ປີນີ້ກໍເຊັ່ນດຽວກັນກັບປີຜ່ານມາ, ພໍກ້າວເຂົ້າສູ່ລະດູແລ້ງສະພາບອາກາດຈະຮ້ອນອົບເອົ້າ, ເຮັດໃຫ້ຄວາມຕ້ອງການນ້ຳດື່ມ, ນ້ຳໃຊ້ຂອງປະຊາຊົນເພີ່ຫລາຍຂຶ້ນ, ຂະນະທີ່ການສະໜອງນ້ຳປະປາ ແລະ ນ້ຳສະອາດຢູ່ຫລາຍທ້ອງຖິ່ນໃນທົ່ວປະເທດຍັງຈຳກັດ, ຊຶ່ງເຫັນໄດ້ໃນປັດຈຸບັນມີບາງທ້ອງຖິ່ນ, ໂດຍສະເພາະແມ່ນບັນດາແຂວງພາກໃຕ້ ລວມເຖິງນະຄອນຫລວງວຽງຈັນເລີ່ມມີສະພາບການສະໜອງນ້ຳປະປາບໍ່ເປັນປົກກະຕິ ແລະ ມີປະລິມານໜ້ອຍ, ແມ່ນ້ຳ,ຫ້ວຍ, ໜອງ, ຄອງ, ບຶງ ຕາມທຳມະຊາດກໍບົກແຫ້ງຢ່າງໄວວາ, ສົ່ງຜົນກະທົບຕໍ່ການດຳລົງຊີວິດຂອງປະຊາຊົນໃນບາງຂົງເຂດເນີນສູງ ແລະ…

ນະຄອນຫລວງວຽງຈັນທໍາລາຍສັດປີກລັກລອບນໍາເຂົ້າບໍ່ຖືກຕ້ອງເປັນຈໍານວນຫລາຍ

ເມື່ອບໍ່ດົນມານີ້, ເຈົ້າໜ້າທີ່ເມືອງຫາດຊາຍຟອງສົມທົບກັບເມືອງປາກງື່ມ, ນະຄອນຫລວງວຽງຈັນ, ໄດ້ຈັດພິທີທໍາລາຍສັດປີກປະເພດໄກ່, ເປັດ ແລະ ຫ່ານເປັນຈໍານວນຫລາຍສີບກິໂລທີ່ລັກລອບນໍາເຂົ້າບໍ່ຖືກຕ້ອງຈາກປະເທດໄທເພື່ອມາຈໍາໜ່າຍໃນຕະຫລາດແຫ່ງຕ່າງໆໃນນະຄອນຫລວງວຽງຈັນ. ເຈົ້າໜ້າທີ່ໃຫ້ຮູ້ວ່າ: ສັດປີກດັ່ງກ່າວແມ່ນຍືດໄດ້ຈາກຜູ້ລັກລອບນໍາເຂົ້າຢູ່ບ້ານໝາກຮຽວ, ເມືອງປາກງື່ມ, ໂດຍນຳໃຊ້ລົດຮຸນໄດໝາຍເລກທະບຽນ ຈກ 4728 ກຳແພງນະຄອນລັກລອບຂົນສົ່ງສັດປີກຈຳນວນ 31 ເປົາ, ໃນນັ້ນມີໄກ່ 9 ເປົາ, ເປັດ…

error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!