ລາວ-ໄທເປີດນໍາໃຊ້ທາງລົດໄຟເຊື່ອມຕໍ່ໄລຍະ II

  ສປປ ລາວ ແລະ ຣາຊາອານາຈັກໄທໄດ້ມອບຮັບ ແລະ ເປີດການນໍາໃຊ້ໂຄງການກໍ່ສ້າງທາງລົດໄຟເຊື່ອມຕໍ່ໄລຍະ II (ຕອນທີ1) ຢ່າງເປັນທາງການໃນວັນທີ 23 ມີນານີ້, ພາຍຫລັງດໍາເນີນການກໍ່ສ້າງມາແຕ່ປີ 2013 ແລະ ໄດ້ສໍາເລັດລົງໃນທ້າຍເດືອນກັນຍາ 2015 ຜ່ານມາ, ໂດຍແມ່ນບໍລິສັດເສີມສະຫງວນກໍ່ສ້າງ ຈໍາກັດຂອງໄທເປັນຜູ້ຮັບເໝົາກໍ່ສ້າງດ້ວຍມູນຄ່າ…

ຫລາຍບໍລິສັດຂອງຈີນໄດ້ເລີ່ມຢຸດຕິການປູກກ້ວຍຢູ່ເມືອງຕົ້ນເຜິ້ງແລ້ວ ພາຍຫລັງມີຄຳສັ່ງຂອງລັດຖະບານລາວ

     ພາຍຫລັງເຫັນວ່າການເຂົ້າມາລົງທຶນປູກກ້ວຍຂອງບັນດາບໍລິສັດຕ່າງໆຈາກ ສປ ຈີນ ໄດ້ສົ່ງຜົນກະທົບບໍ່ດີຕໍ່ສະພາບແວດລ້ອມ ແລະ ສັງຄົມຈາກສານເຄມີທີ່ນຳໃຊ້ເຂົ້າໃນການປູກກ້ວຍດັ່ງກ່າວ ເຊິ່ງສ່ວນຫລາຍແມ່ນຢູ່ບັນດາແຂວງພາກເໜືອ ນັບແຕ່ປີ 2010 ເປັນຕົ້ນມາ, ພຽງສະເພາະເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ກໍມີຫລາຍເຖິງ 21 ບໍລິສັດ ທີ່ມີເນື້ອທີ່ສຳປະທານປູກກ້ວຍທັງໝົດຫລາຍກວ່າ 6.670 ເຮັກຕາ ໂດຍສ່ວນຫລາຍຜູ້ລົງທຶນບໍ່ປະຕິບັດຕາມລະບຽບກົດໝາຍຂອງລາວ…

ລາວ-ຈີນເພີ່ມທະວີການຮ່ວມມືວຽກງານຄຸ້ມຄອງປ່າໄມ້ໃຫ້ຍືນຍົງ

  ພິທີລົງນາມບົດບັນທຶກຄວາມເຂົ້າໃຈກ່ຽວກັບການຮ່ວມມືວຽກງານຄຸ້ມຄອງປ່າໄມ້ໃຫ້ຍືນຍົງລະຫວ່າງທ່ານ ທອງພັດ ວົງມະນີ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ແລະ ທ່ານ ເຜິງ ໂຢຕົ່ງ ຮອງຫົວໜ້າອົງການປ່າໄມ້ແຫ່ງຊາດຈີນ, ໄດ້ມີຂຶ້ນໃນວັນທີ 22 ມີນານີ້ຢູ່ນະຄອນຫລວງວຽງຈັນ, ໂດຍມີທ່ານລັດຖະມົນຕີກະຊວງກະສິກໍາ-ປ່າໄມ້ ລຽນ ທິແກ້ວ ເຂົ້າຮ່ວມເປັນສັກຂີພະຍານນໍາດ້ວຍ. ບົດບັນທຶກດັ່ງກ່າວ,…

ຍົກສູງຄວາມອາດສາມາດການແກ້ໄຂຄໍາຮ້ອງຂໍຄວາມເປັນທໍາຂອງປະຊາຊົນ

ກອງປະຊຸມສໍາມະນາຍົກສູງຄວາມສາມາດກ່ຽວກັບວຽກງານຕິດຕາມກວດກາ ແລະ ແກ້ໄຂຄໍາຮ້ອງຂໍຄວາມເປັນທໍາໃນຂົງເຂດວຽກງານຍຸຕິທໍາ ແລະ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂອງສະພາແຫ່ງຊາດ, ໄດ້ຈັດຂຶ້ນວັນທີ 22 ມີນານີ້, ທີ່ ນະຄອນຫຼວງວຽງຈັນ. ໂດຍເປັນປະທານຂອງທ່ານ ນາງ ບົວຄໍາ ທິບພະວົງ ປະທານກໍາມະທິການຍຸຕິທໍາ ແລະ ທ່ານ ພົຈວ ຄໍາສຸກ ວິອິນທະວົງ…

ກອງປະຊູມສໍາມະນາ ໃນຫົວຂໍ  “ ກາລະໂອກາດ ແລະ ສິ່ງທ້າທາຍ ຂອງ ສປປ ລາວ ໃນການເຂົ້າເຖິງຕະຫຼາດຂອງວິສາຫະກິດຂະໜາດນ້ອຍ ແລະ ກາງ ໃນປະຊາຄົມເສດຖະກິດອາຊຽນ ”  ທີ່ແຂວງຄໍາມ່ວນ.

ໃນວັນທີ 20-21 ມີນາ 2017, ກົມເສດຖະກິດ, ກະຊວງການຕ່າງປະເທດ ຮ່ວມກັບ ຫ້ອງວ່າການປົກຄອງແຂວງຄໍາມ່ວນ ໄດ້ຈັດກອງປະຊຸມສໍາມະນາ ໃນຫົວຂໍ້:  “ກາລະໂອກາດ ແລະ ສິ່ງທ້າທາຍ ຂອງ ສປປ ລາວ ໃນການເຂົ້າເຖິງຕະຫຼາດຂອງວິສາຫະກິດຂະໜາດນ້ອຍ ແລະ ກາງ ໃນປະຊາຄົມເສດຖະກິດອາຊຽນ”…

ລາວຈະສູ້ຊົນໃຫ້ບັນລຸເປົ້າໝາຍການພັດທະນາສັງຄົມປີ 2020

  ກະຊວງແຜນການ ແລະ ການລົງທືນ ໃຫ້ຮູ້ວ່າ: ໃນແຜນຍຸດທະສາດການພັດທະນາເສດຖະກິດ-ສັງຄົມຂອງປະເທດນັບແຕ່ປີ 2017-2020 ລັດຖະບານໄດ້ກຳນົດໄວ້ວ່າ: ໃນດ້ານສັງຄົມຈະສູ້ຊົນຫລຸດຜ່ອນອັດຕາຄວາມທຸກຍາກໃຫ້ຫລຸດລົງຕໍ່າກວ່າ 10% ຂອງປະຊາກອນທັງໝົດ, ອັດຕາລອດເຫລືອຂອງນັກຮຽນຊັ້ນປະຖົມໃຫ້ເພີ່ມຂຶ້ນເປັນ 90%, ຫລຸດຜ່ອນອັດຕາການປະລະການຮຽນຂອງນັກຮຽນຊັ້ນປະຖົມໃຫ້ຢູ່ໃນລະດັບ 2%, ອັດຕາເຂົ້າຮຽນລວມຂອງນັກຮຽນຊັ້ນມັດທະຍົມຕອນຕົ້ນໃຫ້ໄດ້ 85%, ຕອນປາຍໃຫ້ໄດ້ 60%, ຫລຸດຜ່ອນອັດຕາສ່ວນຂອງເດັກນ້ອຍລຸ່ມ…

ຍອດຜູ້ຕິດເຊື້ອໄຂ້ເລືອດອອກທົ່ວປະເທດເພີ່ມຂຶ້ນຫຼາຍກ່ວາ 480 ກໍລະນີແລ້ວ

  ໜ່ວຍເຝົ້າລະວັງພະຍາດ, ກະຊວງສາທາລະນະສຸກລາຍງານວ່າ: ປັດຈຸບັນການລະບາດຂອງໄຂ້ຍຸງລາຍຢູ່ຫລາຍແຂວງເຫັນວ່າຍັງມີແນວໂນ້ມເພີ່ມຂຶ້ນ, ໂດຍສະເພາະຢູ່ນະຄອນຫລວງວຽງຈັນ ແລະ ບາງແຂວງພາກໃຕ້, ຊຶ່ງນັບແຕ່ປີໃໝ່ມາຮອດປັດຈຸບັນທົ່ວປະເທດມີຍອດຜູ້ຕິດເຊື້ອແລ້ວຫລາຍກວ່າ 480 ກໍລະນີ, ໂຊກດີຍັງບໍ່ມີຜູ້ເສຍຊີວິດຈາກພະຍາດດັ່ງກ່າວ. ໃນນັ້ນຢູ່ນະຄອນຫລວງວຽງຈັນມີຈຳນວນຜູ້ຕິດເຊື້ອ 137 ກໍລະນີ, ຈຳປາສັກມີ 120 ກໍລະນີ, ອັດຕະປື 110 ກໍລະນີ,…

ນະຄອນຫລວງກຳນົດລາຄາປາກະຊັງ

   ເພື່ອແນໃສ່ຊຸກຍູ້ສົ່ງເສີມຜູ້ດຳເນີນທຸລະກິດການຜະລິດ, ຜູ້ຊື້, ຜູ້ຂາຍ ແລະ ເປັນການປົກປ້ອງສິດ ແລະ ຜົນປະໂຫຍດຂອງຜູ້ບໍລິໂພກໃຫ້ມີຄວາມຍຸຕິທຳບົນພື້ນຖານກົນໄກຕະຫລາດ, ທັງເປັນການຫລີກລ້ຽງການເອົາປຽບກັນລະຫວ່າງຜູ້ຊື້-ຜູ້ຂາຍ, ທັງຮັບປະກັນໃຫ້ລາຄາສີນຄ້າມີຄວາມສະຫງົບ, ດັ່ງນັ້ນເມື່ອມໍ່ໆມານີ້ພະແນກອຸດສາຫະກຳ ແລະ ການຄ້ານະຄອນຫລວງວຽງຈັນໄດ້ອອກແຈ້ງການສະບັບເລກທີ 0592/ອຄ.ນວ.ຄພນ ລົງວັນທີ 3 ມີນາ 2017 ເຖິງຫົວໜ້າຫ້ອງການອຸດສາຫະກຳ ແລະ…

ລັດຖະບານອອກແຈ້ງການກ່ຽວກັບການສະເຫລີມສະຫລອງປີໃໝ່ ພສ 2560.

ເມື່ອມໍ່ມານີ້ຫ້ອງການສຳນັກງານນາຍົກລັດຖະມົນຕີໄດ້ອອກແຈ້ງການກ່ຽວກັບການສະຫລອງບຸນປີໃໝ່ລາວ ພສ 2560 ເຖິງພະນັກງານ-ລັດຖະກອນ, ທະຫານ, ຕໍາຫລວດ ຕະຫລອດຮອດປະຊາຊົນລາວບັນດາເຜົ່າໃນທົ່ວປະເທດຊາບວ່າ: ປີໃໝ່ລາວປີນີ້ແມ່ນເລີ່ມແຕ່ວັນທີ 14-16 ເມສາ 2017 ກົງກັບວັນສຸກ, ວັນເສົາ ແລະ ວັນອາທິດ, ແຕ່ເນື່ອງຈາກວັນທີ 15-16 ເປັນມື້ພັກວັນລັດຖະການສະນັ້ນ, ຈຶ່ງຕົກລົງເຫັນດີ ກຳນົດເອົາວັນທີ…

ຕໍາຫລວດບໍລິຄໍາໄຊຈັບຜູ້ຄ້າຢາເສບຕິດຕົວອັນຕະລາຍມາດໍາເນີນຄະດີ

ເມື່ອທ້າຍອາທິດຜ່ານມາ, ຕໍາຫລວດສະກັດກັ້ນ ແລະ ຕ້ານຢາເສບຕິດ ແຂວງບໍລິຄຳໄຊ, ໄດ້ຈັບຕົວທ້າວ ຜາຍ ອິນທະພອນ ອາຍຸ 49 ປີ ແລະ ນາງ ແສງ ອາຍຸ 50 ປີທັງສອງເປັນຜົວເມຍກັນຢູ່ບ້ານຈອມທອງ, ເມືອງຄຳ, ແຂວງຊຽງຂວາງ ມາດໍາເນີນຄະດີຕາມລະບຽບກົດໝາຍ,…

error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!