ງວດທໍາອິດປີ 2017 ຈັດເກັບລາຍຮັບເຂົ້າງົບປະມານໄດ້ 4,6 ພັນຕື້ກີບ

  ເມື່ອທ້າຍອາທິດຜ່ານມານີ້, ທ່ານ ອາດສະພັງທອງ ສີພັນດອນ ຮອງລັດຖະມົນຕີກະຊວງການເງິນໄດ້ໃຫ້ຮູ້ຢູ່ກອງປະຊຸມກະກຽມບົດລາຍງານໃຫ້ແກ່ກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ VIII ທີ່ຈະຈັດຂຶ້ນໃນມໍ່ໆນີ້ວ່າ: ສຳລັບແຜນງົບປະມານແຫ່ງລັດປີ 2017 ເລີ່ມຈັດຕັ້ງປະຕິບັດນັບແຕ່ວັນທີ 1 ມັງກອນຕາມປີປະຕິທິນທີ່ກົດໝາຍວ່າດ້ວຍງົບປະມານສະບັບປັບປຸງ ແລະ ເປັນປີທີສອງຂອງການຈັດຕັ້ງປະຕິບັດແຜນພັດທະ ນາເສດຖະກິດ-ສັງຄົມ 5 ປີ…

ສາທານະຄອນຫຼວງປຸກລະດົມຊຸມຊົນເອົາໃຈສະກັດກັ້ນໄຂ້ເລືອດອອກ

  ວັນທີ 6 ເມສານີ້, ພະແນກສາທາລະນະສຸກນະຄອນຫຼວງວຽງຈັນໄດ້ຈັດເວທີສົນທະນາກ່ຽວກັບວຽກງານໂຄສະນາສຸຂະສຶກສາປຸກລະດົມຊຸມຊົນເອົາໃຈໃສ່ປ້ອງກັນ ແລະ ຄວບຄຸມພະໄຂ້ເລືອດອອກຂຶ້ນທີ່ພະແນກຂອງຕົນ, ໂດຍການເຂົ້າຮ່ວມຂອງຫົວໜ້າພະແນກ ສາທາລະນະສຸກນະຄອນຫຼວງວຽງຈັນ, ຮອງເຈົ້າເມືອງ, ໂຄສົກວິທະຍຸ, ຫ້ອງການສາທາລະນະສຸກເມືອງ ແລະ ນາຍບ້ານຕ່າງໆເຂົ້າຮ່ວມນຳດ້ວຍ. ທ່ານຫົວໜ້າພະແນກສາທາລະນະສຸກນະຄອນຫຼວງວຽງຈັນກ່າວໃນພິທີວ່າ: ເນື່ອງຈາກການລະບາດຂອງພະຍາດໄຂ້ຍຸງລາຍຢູ່ປະເທດເຮົາໃນປັດຈຸບັນຍັງມີລັກສະນະເພີ່ມຂຶ້ນເລື້ອຍໆ, ໂດຍສະເພາະຢູ່ນະຄອນຫຼວງວຽງຈັນ ຍັງມີການລາຍງານກໍລະນີຜູ້ຕິດເຊື້ອພະຍາດດັ່ງກ່າວເພີ່ມຂຶ້ນໃນແຕ່ລະອາທິດ,ດັ່ງນັ້ນເພື່ອເປັນການປຶກສາຫາລື, ຖອດຖອນບົດຮຽນ ແລະ…

ກະຊວງກ່ຽວຂ້ອງສັ່ງຜູ້ບໍລິການອິນເຕີເນັດທຸກເຄືອຂ່າຍເລັ່ງປັບປຸງຄຸນະພາບໃຫ້ດີ

ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ (ປທສ), ໄດ້ສັ່ງຜູ້ໃຫ້ບໍລິການອິນເຕີເນັດທຸກເຄືອຂ່າຍໃນປະເທດເລັ່ງປັບປຸງຄຸນນະພາບໃຫ້ດີກວ່າເກົ່າ, ພາຍຫລັງເຫັນວ່າການໃຫ້ບໍລິການໃນຜ່ານມາມັກພົບບັນຫາສັນຍານມີລັກສະນະຊັກຊ້າ ແລະ ເກີດມີສຽງຈົ່ມວ່າຈາກສັງຄົມ. ການສັ່ງໃຫ້ປັບປຸງຄຸນະພາບນີ້, ໄດ້ລະບຸໃນແຈ້ງການເລກທີ 876/ຫກຊ ລົງວັນທີ 6 ເມສາທີ່ໄດ້ກໍານົດຂຶ້ນພາຍຫລັງມີກອງປະຊຸມປືກສາຫາລືກ່ຽວກັບການປັບປຸງຄຸນນະພາບ ແລະ ລາຄາການນຳໃຊ້ອິນເຕີເນັດລະຫວ່າງກະຊວງກ່ຽວຂ້ອງກັບບໍລິສັດໃຫ້ບໍລິການອິນເຕີເນັດທຸກເຄືອຂ່າຍໃນປະເທດເມື່ອວັນທີ 5 ເມສານີ້, ໂດຍການເປັນປະທານຂອງທ່ານ ບຸນສະເຫລີມໄຊ…

ເລີ່ມເຈາະອຸມົງ ໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ ຊ່ວງຜ່ານແຂວງອຸດົມໄຊ

ພິທີເປີດການກໍ່ສ້າງເຈາະມົງຂອງໂຄງການກໍ່ສ້າງເສັ້ນທາງລົດໄຟ ລາວ-ຈີນ ຊ່ວງຜ່ານແຂວງອຸດົມໄຊ ໄດ້ມີຂຶ້ນຢ່າງເປັນທາງການໃນເຊົ້າຂອງວັນທີ 6 ເມສານີ້ ທີ່ສະໜາມພູວັດ ບ້ານທ້ຽວ ເມືອງໄຊ ແຂວງອຸດົມໄຊ ໂດຍການເຂົ້າຮ່ວມຂອງທ່ານ ເພັດສາຄອນ ຫຼວງອາໄພ ເຈົ້າແຂວງອຸດົມໄຊ, ທ່ານ ໜີ່ປ່າກວາງ ກົງສູນໃຫຍ່ແຫ່ງ ສປ ຈີນ ປະຈຳແຂວງຫຼວງພະບາງ…

ADB ຄາດເສດຖະກິດຂອງລາວຈະສືບຕໍ່ຂະຫຍາຍຕົວເປັນລຳດັບ

ວັນທີ 6 ເມສານີ້, ທະນາຄານພັດທະນາອາຊີ ( ADB ) ໄດ້ຈັດກອງປະຊຸມເຜີຍແຜ່ບົດລາຍງານການຄາດຄະເນການພັດທະນາຂອງອາຊີປະຈຳປີ 2017 ຂຶ້ນທີ່ນະຄອນຫຼວງວຽງຈັນ, ໂດຍການເຂົ້າຮ່ວມຂອງທ່ານ ຢາຊຸຊິ ເນກິຊິ ຜູ້ຕາງໜ້າທະນາຄານອາຊີປະຈຳລາວ, ມີຜູ້ຊ່ຽວຊານ, ຕາງໜ້າຈາກຂະແໜງການກ່ຽວຂ້ອງ, ພ້ອມດ້ວຍສື່ມວນຊົນເຂົ້າຮ່ວມນຳດ້ວຍ. ຜູ້ຕາງໜ້າທະນາຄານພັດທະນາອາຊີປະຈຳລາວກ່າວວ່າ: ADB ຄາດວ່າການຂະຫຍາຍຕົວຂອງລວມຍອດຜະລິດຕະພັນພາຍໃນ…

ສານນະຄອນຫລວງຕັດສີນຄາດ​ຕະກອນດຈໍາຄຸກ 16 ປີ

ຄາດຕະກອນໂຫດຄື: ນາງ ອານິສາ ອາຍຸ 23 ປີຢູ່ບ້ານໜອງບົວທອງ, ເມືອງສີໂຄດຕະບອງ, ນະຄອນຫລວງວຽງຈັນ, ຖືກສານປະຊາຊົນນະຄອນຫລວງວຽງຈັນຕັດສີນລົງໂທດຈໍາຄຸກ 16 ປີ ແລະ ທ້າວ ສົມພົງ ອາຍຸ 27 ປີຢູ່ບ້ານໂພນສະຫວາດເໜືອ, ເມືອງສີໂຄດຕະບອງໃຫ້ຈໍາຄຸກເປັນເວລາ 10 ປີໃນຂໍ້ຫາຄາດຕະກຳທ້າວ…

ຍທຂ ນະຄອນຫລວງ​ຫ້າມ​ຜູ້​ປະກອບ​ການ​​ສວຍ​ໂອກາດ​ຂຶ້ນຄ່າ​ໂດຍສານ

ພະ​ແນ​ກ​ໂຍທາ​ທິການ ​ແລະ ຂົນ​ສົ່ງ​ນະຄອນຫລວງ​ວຽງ​ຈັນ​ໄດ້​ອອກ​ແຈ້ງ​ການຫ້າມ​ຜູ້ປະກອບ​ການ​ສວຍ​ໂອກາດ​ຂຶ້ນລາຄາຄ່າ​ໂດຍສານທຸກ​ປະ​ເພດຢ່າງ​ເດັດຂາດ​​ໃນ​ໄລຍະ​ປີ​ໃໝ່​ລາວ ​ແລະ ​ກໍລະນີ​ພົບ​ເຫັນ​ບຸກຄົນ ຫລື ຜູ້​ປະກອບ​ການ​ໃດ​ລະ​ເມີດ​ແມ່ນ​ຈະ​​ໃຫ້​ຢຸດ​ເຊົາ​ແລ່ນ​ລົດ​ໃນ​ໄລຍະດັ່ງກ່າວ, ພ້ອມ​ທັງ​ສຶກສາ​ອົບຮົມ ​ແລະ ປັບ​ໃໝ​ຕາມ​ລະບຽບ​ການ, ​ໂດຍມອບ​ໃຫ້​ຂະ​ແໜງ​ຄຸ້ມ​ຄອງ​ການ​ຂົນ​ສົ່ງ​ສົມທົບ​ກັບ​ເຈົ້າ​ໜ້າ​ທີ່​ຕໍາຫລວດ​ຈະລາຈອນນະຄອນຫລວງ​ຕັ້ງ​ໜ່ວຍ​ງານ​ກວດກາ​ປະ​ຈໍາ​ສະຖານີ​ຂົນ​ສົ່ງ​ໂດຍສານ​ໃນ​ນະຄອນຫລວງພ້ອມ​ຕິດຕາມ​ກວດກາ​ຜູ້​ຂັບ​ຂີ່, ກວດກາລົດ​ຂົນ​ສົ່ງ​ໂດຍສານປະ​ຈໍາ​ທາງທຸກ​ປະ​ເພດ​ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ ​ເພື່ອ​​ໃຫ້​ຮັບປະກັນ​ການ​ບໍລິການ​ທີ່​ສະດວກ​ວ່ອງ​ໄວ, ປອດ​ໄພ ​ແລະ ບໍ່​ໃຫ້​ມີ​ຜູ້​ໂດຍສານ​ຕົກ​ຄ້າງ​ຢູ່​ສະຖານີ​ໃນ​ໄລຍະ​ເທດສະການ​ປີ​ໃໝ່. ຂະ​ນະ​ດຽວ​ກັນ, ​ເຈົ້າ​ຂອງ​ສະ​ຖານີຂົນ​ສົ່ງ​ໂດຍສານ​ສາຍ​ເໜືອ​ກໍໄດ້​ຢືນຢັນຕໍ່​ນັກ​ຂ່າວ​ພວກ​ເຮົາ​ວ່າ:…

ເຈົ້າ​ຄອງ​​ເຕືອນໃຫ້​ສະຫລອງ​ປີ​ໃໝ່ດ້ວຍຈິດ​ໃຈຊື່​ນບານ

​ເພື່ອ​ເຮັດ​ໃຫ້ການ​ສະ​ເຫລີ​ມສະຫລອງ​ປີ​ໃໝ່ລາວ ພສ 2560 ທີ່​ຈະ​ມາ​ໝູນ​ວຽນມາ​ບັນຈົບ​ຄົບຮອບ​ອີກ​ວາລະ​ໜຶ່ງດຳ​ເນີນ​ໄປ​ດ້ວຍບັນຍາກາດ​ເບີກບານ​ມ່ວນ​ຊື່ນ, ຮັກສາ​ໄດ້​ມູນ​ເຊື້ອ​ວັດທະນະທຳຮີດຄອງປະ​ເພນີ​ອັນ​ດີງາມ​ຂອງ​ຊາດ, ​ເສີມ​ສ້າງ​ຄວາມ​ສາມັກຄີໄມຕີ​ຈິດ​ມິດຕະພາບ​ຂອງ​ຊາວ​ນະຄອນຫລວງ​ກັບ​ແຂກ​​ບ້ານ​ແຂກເມືອງ, ຮັບ​ປະກັນ​ຄວາມ​ສະຫງົບ​​ປອດ​ໄພ, ​ເປັນ​ລະບຽບ​ຮຽບຮ້ອຍ​ໃນ​ສັງຄົມ ​ແລະ ຄວາມ​ສວຍ​ງາມ​ຂອງ​ເມືອງ​ຫລວງ​ໃຫ້​ດີ, ​ເຈົ້າ​ຄອງນະຄອນຫລວງ​ວຽງ​ຈັນຈຶ່ງອອກ​ຄຳ​ສັ່ງຄື​: ​ໃຫ້ພ້ອມ​ກັນປະຕິບັດ​ຕາມ​ແຈ້ງ​ການ​ຂອງລັດຖະບານ​ໃຫ້​ພັກ​ເວລາ 5 ມື້ແຕ່ວັນ​ທີ 13 ​ແລະ 17 ​ເມສາ, ສໍາລັບການສະ​ເຫລີ​ມສະຫລອງ​ແມ່ນ​ໃຫ້​ເນັ້ນ​ໃສ່​​ສົ່ງ​ເສີມ​ກິດ​ຈະ​ກຳທີ່​ເປັນ​ປະ​ເພນີ​ອັນ​ດີງາມ​ຄື: ຈັດ​ພິທີບາສີສູ່ຂວັນ​,​ຫົດ​ນ້ຳ​ອວຍ​ໄຊ​ໃຫ້​ພອນ​ຜູ້​ອາວຸ​ໂສ,…

ຄາດລາຄາສິນຄ້າ​ໃນໄລຍະປີໃໝ່ຈະຢູ່ໃນເກນປົກກະຕິດີ

ຜ່ານການລົງຕິດຕາມສະພາບ​ລາຄາ​ສິນຄ້າ​ຢູ່ຕາມທ້ອງ​ຕະຫຼາ​ດ ໃນນະຄອນຫຼວງວຽງຈັນ ຂອງນັກຂ່າວພວກເຮົາເຊັ່ນ: ຕະຫຼາດໂພນສະຫວ່າງ,ສະພານທອງ,ຕະຫຼາດຂົວ ດິນ ແລະ ແຫ່ງອື່ນໆເຫັນວ່າ​ເຫັນ​ວ່າ​ລາຄາ​ສິນຄ້າ​ອຸປະ​ໂພ​ກ-ບໍລິໂພກທີ່​ຈຳ​ເປັນຫລາຍຢ່າງ ແມ່ນຢູ່ໃນ ເກນປົກກະຕິດີ​ເຊັນ: ຊີ້ນ​ງົວລາຄາຢູ່ໃນລະດັບເກົ່າ 70-75 ພັນກີບ/ກິໂລ, ຊີ້ນ​ໝູ 30-35 ພັນກີບ/ກິໂລ, ​ເປັ​ດ-​ໄກ່ 40-45 ພັນກີບ/ກິໂລ, ປາ​ນິນກະຊັງ 16-18…

ລະວັງ ​! ອາຫານ​ປົນ​​ເປື້ອນ

​​​ໄລຍະ​ນີ້​ເຫັນ​ວ່າ​ບັນຍາກາດ​ການຊື້-ຂາຍ​ສີນ​ຄ້າ​ອຸປະ​ໂພ​ກ-ບໍລິ​ໂພ​ກ​ໃນ​ທ້ອງ​ຕະຫລາດ​ຕ່າງໆມີ​ຄວາມ​ຄືກ​ຄື້ນດີ, ​ເພາະ​ເປັນ​ໄລຍະທີ່​ປະຊາຊົນ​ລາວ​ບັນດາ​ເຜົ່າ​ໄດ້​ສຸມ​ຈິດ​ສຸມ​ໃຈ​ຫ້າງ​ກາ​ກະກຽມ​​ໃຫ້​ແກ່​ການສະ​ເຫລີ​ມສະຫລອງປີໃໝ່ ພສ 2560 ທີ່​​ໄດ້ໝູນວຽນມາ​ເຖິງ​ອີກວາລະໜຶ່ງ. ຊຶ່ງ​ຂະນະ​ນັ້ນອາຫານ​ແມ່ນ​ເປັນ​ສິ່ງ​ທີ່​ສັງຄົມມີ​ຄວາມ​ຕ້ອງການຫລາຍ​ກວ່າ​ປົກກະຕິ ​ແລະ ​ເປັນ​ໂອກາດ​ໃຫ້​ຜູ້​ປະກອບ​ການ, ຜູ້​ປູກ, ຜູ້​ລ້ຽງ ​ແລະ ​ຊາວຄ້າຂາຍຕ່າງ​ພາກັນ​ຮີບ​ຮ້ອນ​ເກັບ​ກ່ຽວ ​ຜົນ​ຜະລິດ ​ແລະ ສີນ​ຄ້າ​ຂອງ​ຕົນ​ເພື່ອສະໜອງ​ໃຫ້ສັງຄົມໄດ້​ພຽງພໍ ແລະ ​ຄຽງ​ຄູ່​ກັນ​ນັ້ນ​ກໍ​ມີ​ຊາວ​ຄ້າຂາຍຈໍານວນ​ໜຶ່ງ​​ນໍາຜົນຜະ​ລິດຂອງຕົນທີ່ບໍ່​​ທັນຮອດກໍານົດ​ເກັບ​ກ່ຽວ ​ແລະ ອາດຍັງມີສານເຄມີຕົກຄ້າງເຈືອປົນມານໍາຜົນຜະລິດ ​ເຊັ່ນ:…

error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!