ວານິພອນ ພູມີໄຊ ຄອງມົງກຸດນາງສາວນະຄອນຫລວງພ້ອມຍາດໄດ້ 4 ລາງວັນໃຫຍ່
ງານປະກວດຄັດເລືອກນາງສາວນະຄອນຫລວງວຽງຈັນ ປະຈຳປີ 2017, ໄດ້ຈັດຂຶ້ນໃນຄືນວັນທີ 8 ເມສາຜ່ານມານີ້, ທີ່ນະຄອນຫລວງວຽງຈັນ, ຊຶ່ງຜ່ານການລົງຄະແນນຂອງຄະນະກຳມະການຈາກພາກສ່ວນກ່ຽວຂ້ອງຕ່າງໆ, ໂດຍເລືອກເອົາຜູ້ທີ່ມີບຸກຄະລິກດີ, ຄຸນສົມບັດພຽບພ້ອມ ແລະ ມີຄວາມເປັນແມ່ຍິງລາວທີ່ໂດດເດັ່ນທາງດ້ານວັດທະນະທຳ, ຮີດຄອງປະເພນີຂອງຊາດ ເປັນຜູ້ຊະນະເລີດ, ຊຶ່ງຜົນຄະແນນດັ່ງກ່າວໄດ້ຕົກເປັນອງນາງ ວານິພອນ ພູມີໄຊ ຜູ້ເຂົ້າປະກວດໝາຍເລກ MVT10…