ລາວຍັງມີທ່າແຮງບົ່ງຊ້ອນຫຼາຍຢ່າງທີ່ເປັນປັດໄຈຊຸກຍູ້ການພັດທະນາປະເທດ

ຕາມວິໄສທັດຮອດປີ 2030 ຂອງລັດຖະບານເຮົາທີ່ສະພາແຫ່ງຊາດ ຊຸດທີ VIII ໄດ້ຮັບຮອງເອົາວ່າ: ລັດຖະບານຈະມຸ່ງເນັ້ນການພັດທະນາເສດຖະກິດສັງຄົມໃນຫລາຍດ້ານ,ໂດຍສະເພາະການພັດ ທະນາເສດຖະກິດພູມປັນຍາຕາມທິດສີຂຽວ ແລະ ຍືນຍົງ, ເຊິ່ງເປັນທິດທາງການພັດທະນາທີ່ກ້າວໜ້າຂອງໂລກ, ຮັບປະກັນລາຍໄດ້ຂອງປະຊາກອນເພີ່ມຂຶ້ນ 4 ເທົ່າຕົວ, ສ່ວນໂຄງປະກອບເສດຖະກິດຈະຫັນປ່ຽນໄປຕາມທິດຫັນເປັນອຸດສາຫະກຳ ແລະ ທັນສະໄໝ, ຮັບປະກັນການພັດທະນາລະຫວ່າງຕົວເມືອງ ແລະ ຊົນນະບົດໃຫ້ຫຍັບເຂົ້າໃກ້ກັນ,…

ທະນາຄານຫວຽດຕິນເປີດໜ່ວຍບໍລິການນະຄອນຫລວງວຽງຈັນ

ພິທີເປີດໜ່ວຍບໍລິການນະຄອນຫລວງວຽງຈັນຂອງທະນາຄານຫວຽດຕິນລາວ(VietinBank) ຢູ່ບ້ານຊ້າງຄູ້ເມືອງໄຊທານີ, ໄດ້ຈັດຂຶ້ນໃນວັນທີ 19 ເມສານີ້, ໂດຍມີຜູ້ຕາງໜ້າຈາກທະນາຄານແຫ່ງ ສປປ ລາວ, ສະຖານທູດຫຽດນາມປະຈໍາລາວ, ຄະນະບໍລິຫານທະນາຄານ, ນັກທຸລະກິດ ແລະ ລູກຄ້າເຂົ້າຮ່ວມເປັນຈໍານວນຫລາຍ. ທ່ານອໍານວຍການທະນາຄານ ກ່າວວ່າ: ການເປີດໜ່ວຍບໍລິການແຫ່ງນີ້ມີຂຶ້ນໃນທ່າມກາງບັນຍາກາດເບີກບານມ່ວນຊື່ນແຫ່ງຜົນສໍາເລັດຂອງການສະເຫລີມສະຫລອງວັນສ້າງຕັ້ງທະນາຄານຫວຽດຕີນລາວຄົບຮອບ 5 ປີເມື່ອທ້າຍເດືອນມີນາ 2017 ຜ່ານມາ…

ອາກາດຮ້ອນແຮງໃຫ້ລະວັງພະຍາດລະບາດ

ໜ່ວຍເຝົ້າລະວັງພະຍາດລະບາດກະຊວງສາທາລະນະສຸກໃຫ້ຮູ້ວ່າ: ຈາກລະພາບອາກາດຮ້ອນແຮງດັ່ງປັດຈຸບັດ ອາດເປັນສາເຫດເຮັດໃຫ້ພະຍາດຕາມລະດູການເກີດການລະບາດໄດ້ງ່າຍ, ໂດຍສະເພາະພະຍາດທີ່ມາຈາກອາຫານເຊັ່ນ: ພະຍາດຖອກທ້ອງ, ອະຫິວາ ແລະ ໄຂ້ຊະນິດຕ່າງໆ, ຂະນະດຽວກັນປັດຈຸບັດຢູ່ໂຮງໝໍຫຼາຍແຫຼ່ງໄດ້ມີຄົນເຈັບພະຍາດຖອກທ້ອງເຂົ້າມາປິ່ນປົວແລ້ວຈຳນວນໜຶ່ງ, ພ້ອມທັງໄຂ້ຫວັດ ແລະ ໄຂ້ຍຸງເກີດຂື້ນ ແລະ ເພື່ອປ້ອງກັນບໍ່ໃຫ້ພະຍາດດັ່ງກ່າວແຜ່ລະບາດແຕ່ຫົວທີ, ຈຶ່ງເຕືອນໃຫ້ປະຊາຊົນມີສະຕິເອົາໃຈໃສ່ຮັກສາສຸຂະພາບໃຫ້ດີ, ໂດຍສະເພາະແມ່ນໃຫ້ເອົາໃຈໃສ່ປະຕິບັດຕາມຫຼັກການອະນາໄມ 3 ສະອາດຢ່າງເຂັ້ມງວດ, ເປັນຕົ້ນການກິນຢູ່ໃຫ້ສະອາດ, ບໍ່ຄວນກິນອາຫານສຸກໆດິບໆ…

ບັນຍາກາດການທ່ອງທ່ຽວໄລຍະປີໃໝ່ບໍ່ຄຶກຄື້ນດັງຜ່ານມາ

ຄະນະຮັບຜິດຊອບພິພິທະພັນສະຖານບູຮານນະຄອນຫຼວງວຽງຈັນໃຫ້ຮູ້ວ່າ: ຕາມປົກກະຕິ ແລ້ວໃນເທດສະການປີໃໝ່ລາວບັນຍາກາດການທ່ອງທ່ຽວຢູ່ນະຄອນຫຼວງວຽງຈັນ, ກໍຄືບັນດາແຂວງຕ່າງໆໃນທົ່ວປະເທດເຮົາແມ່ນຈະຄຶກຄື້ນກວ່າໄລຍະອື່ນ, ໂດຍສະເພາະຕາມແຫຼ່ງທ່ອງທ່ຽວຕ່າງໆໆເຊັ່ນ: ຫໍພະແກ້ວ, ວັດສີສະເກດ, ພະທາດຫຼວງ, ວັດສີ ເມືອງ ແລະ ແຫ່ງອື່ນໆແມ່ນຈະມີນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເຂົ້າມາທ່ຽວຊົມເປັນຈຳນວນຫຼາຍ, ເນື່ອງຈາກເປັນໄລຍະເທດສະການໃຫຍ່ທີ່ມີຜູ້ໃຫ້ຄວາມສົນໃຈຫຼາຍ, ແຕ່ກົງກັນຂ້າມສະເພາະໄລຍະປີໃໝ່ລາວປີນີ້ບໍ່ຄຶກຄື້ນດັ່ງຜ່ານມາ,ຈຳນວນນັກທ່ອງທ່ຽວຫຼຸດລົງຫຼາຍຖ້າຖ້າທຽບໃສ່ໄລະຍະດຽວກັນຂອງປີຜ່ານມາ, ອາດເປັນຍ້ອນປະເທດໃກ້ຄຽງກໍມີເທດສະການບຸນປີໃໝ່ເຊັ່ນດຽວກັນ ແລະ ຍ້ອນມີເວລາພັກຍາວຫຼາຍຄົນຈະອອກໄປຕ່າງແຂວງ ແລະ…

ໄລຍະປີໃໝ່ລາຄາພືດຜັກແພງຂຶ້ນເລັກຫນ້ອຍທຽບໃສ່ປີຜ່ານມາ

ໄລຍະການສະເຫຼີມສະຫຼອງບຸນປີໃໝ່ລາວນີ້ປາກົດເຫັນວ່າລາຄ້າສິນຄ້າບໍລິໂພກປະເພດຕ່າງໆ, ຢູ່ຕະຫຼາດຫຼາຍແຫ່ງໃນນະຄອນຫຼວງວຽງຈັນ ມີລາຄາເໜັງຕີງແພງຂຶ້ນເລັກຫນ້ອຍ,ໂດຍສະເພາະແມ່ນປະເພດພືດຜັກຕ່າງໆ,, ຊຶ່ງຜ່ານການລົງຕິດຕາມສະພາບລາຄາສິນຄ້າຂອງນັກຂ່າວພວກເຮົາໃນລະຫວ່າງວັນທີ 13-16 ເມສານີ້, ຢູ່ຕະຫຼາດສະພານທອງ, ຂົວດິນ, ໂພນສະຫວ່າງເຫັນວ່າ: ຜັກສະຫຼັດ, ຫອມປ້ອມ, ຜັກກາດຂາວ, ຜັກບົ້ງ, ໝາກເຜັດ, ໝາກນາວ ແລະ ພືດຜັກຕ່າງໆແພງຂຶ້ນກວ່າປົກກະຕິປະມານ 2 – 4…

ຮອງນາຍົກລັດຖະມົນຕີເນັ້ນໃຫ້ຜູ້ພັດທະນາໂຄງການໄຟຟ້ານ້ຳອູ 6 ແລະ ນ້ຳອູ 7 ເອົາໃຈໃສ່ບັນຫາສິ່ງແວດລ້ອມ ແລະ ສັງຄົມໃຫ້ດີ

ໃນໂອກາດເຄື່ອນໄຫວຢ້ຽມຢາມເບິ່ງຄວາມຄືບໜ້າຂອງການກໍ່ສ້າງໂຄງການໄຟຟ້ານ້ຳອູ 6 ແລະ ນ້ຳອູ 7 ທີ່ແຂວງຜົ້ງສາລີ ຂອງທ່ານຮອງນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ເມື່ອວັນທີ 11 ເມສານີ້ ໂດຍທ່ານໄດ້ແນະນຳໃຫ້ຜູ້ພັດທະນາໂຄງການດັ່ງກ່າວທີ່ແມ່ນການລົງທຶນຮ່ວມລະຫວ່າງບໍລິສັດຊີໂນໄຮໂດຣ ສປ ຈີນ ຖືຮຸ້ນ 85% ແລະ ລັດວິສາຫະກິດໄຟຟ້າລາວຖືຮຸ້ນ 15%…

ຊາວລາວສະຫລອງສົງການດ້ວຍບັນຍາກາດຟົດຟື້ນ

ການສະເຫລີມສະຫລອງບຸນປີໃໝ່ລາວ ພສ 2560 ແມ່ນເຕັມໄປດ້ວຍບັນຍາກາດເບີກບານມ່ວນຊື່ນ ແລະ ມີຄວາມຊຸມເຢັນກັນທົ່ວໜ້າ, ໂດຍປີນີ້ແມ່ນໄດ້ພັກຫລາຍວັນແຕ່ວັນທີ 13-17 ເມສາ, ຊຶ່ງເປັນໂອກາດດີໃຫ້ປະຊາຊົນເຮົາໄດ້ພ້ອມພາກັນສະຫລອງປີໃໝ່ຂອງຕົນຕາມຮີດຄອງປະເພນີ ແລະ ວັດທະນະທຳອັນດີງາມຂອງຊາດ, ບົນຈິດໃຈປະຢັດມັດທະຍັດ ແລະ ໄດ້ຖືເອົາໂອກາດນີ້ເປັນການໂຄສະນາເຜີຍແຜ່ຮີດຄອງປະເພນີ ແລະ ວັດທະນາທໍາອັນດີງາມຂອງຊາດຕິດພັນກັບການສົ່ງເສີມການທ່ອງທ່ຽວ, ສາມາດດຶງດູດນັກທ່ອງທ່ຽວເຂົ້າມາຢ້ຽມຢາມໃຫ້ນັບມື້ຫລາຍຂຶ້ນ. ຄືດັ່ງຮູ້ນໍາກັນແລ້ວວ່າການສະເຫລີມສະຫລອງປີໃໝ່ລາວປີນີ້ແມ່ນມີບັນຍາກາດຟົດຟື້ນແຕ່ຫົວທີ, ໂດຍສະເພາະແຕ່ວັນທີ…

ລາວຈະສູ້ຊົນແກ້ໄຂບັນຫາລະເບີດບໍ່ທຫນແຕກໃຫ້ບັນລຸເປົ້າ

ໃນຊຸມປີຕໍ່ໜ້ານີ້, ສປປ ລາວ ຈະສຸມໃສ່ຈັດຕັ້ງປະຕິບັດບັນດາຄາດໝາຍ ວຽກງານແກ້ໄຂບັນຫາລະເບີດບໍ່ທັນແຕກ (ລບຕ) ໃຫ້ສຳເລັດ ໂດຍສະເພາະ ການສຳຫລວດບໍ່ແມ່ນວິຊາການຢູ່ 3.800 ກວ່າບ້ານ ທີ່ມີຂໍ້ມູນການຖີ້ມລະເບີດ ເພື່ອຊອກຫາຈຸດຫລັກຖານ ລບຕ, ສຳຫລວດວິຊາການໄປຕາມຫລັກຖານທີ່ໄດ້ຈາກການສຳຫລວດບໍ່ແມ່ນວິຊາການ ເພື່ອຊອກຫາ ລບຕ ແລະ ດຳເນີນການກວດກູ້ຕາມບູລິມະສິດຈຸດສຸມພັດທະນ ແລະ…

ໂຮງໝໍມິດຕະພາບ 150 ຕຽງກຽມພ້ອມຮອງຮັບຄົນເຈັບໄລຍະປີໃໝ່

ທ່ານ ອຳນວຍການໂຮງໝໍມິດຕະພາບ 150 ຕຽງໃຫ້ສຳພາດ ຕໍ່ນັກຂ່າວລາວພັດທະນາຂອງພວກເຮົາໃນວັນທີ 11 ເມສານີ້ວ່າ: ຕາມການມອບໝາຍຂອງກະຊວງສາທາລະນະສຸກໃຫ້ທຸກໂຮງໝໍສູນກາງ, ກໍຄືໂຮງໝໍແຂວງກຽມພ້ອມຮອງຮັບຄົນເຈັບທີ່ອາດຈະມີຂຶ້ນໃນໄລຍະສະຫຼອງບຸນປີໃໝ່ນີ້, ຊຶ່ງປັດຈຸບັນໂຮງໝໍຂອງຕົນກໍໄດ້ກະກຽມຄວາມພ້ອມໃນດ້ານຕ່າງໆເພື່ອຮອງຮັບການບໍລິການປິ່ນປົວຄົນເຈັບໃນໄລຍະດັ່ງກ່າວໃຫ້ຮັບປະກັນເປັນຕົ້ນແມ່ນ: ການກຽມສະຖານທີ່ບໍລິການ, ເພີ່ມຫ້ອງຍາມຂອງແພດໝໍ ແລະ ຕຽງນອນແຮໄວ້ ເປັນຈຳນວຍຫຼາຍ, ກຽມບຸກຄະລາກອນໃຫ້ພຽງພໍ, ເມື່ອເກີດມີກໍລະນີຄົນເຈັບເປັນຈຳນວນຫຼາຍ, ໂດຍສະເພາະພະແນກສຸກເສີນຈະເພີ່ມຈຳນວນແພດໝໍເວນຍາມຕະຫຼອດ 24 ຊົ່ວໂມງ,…

ນິວຈິບເຊັງຮ່ວມກັບຈະລາຈອນນະຄອນຫລວງ ເຊີນຊວນສັງຄົມຂັບຂີ່ປອດໄພໃນສົງການ

           ວັນທີ 11 ເມສານີ້, ພະແນກຈະລາຈອນ ນະຄອນຫລວງວຽງຈັນ ຮ່ວມກັບ ພະແນກໂຍທາທິການ ແລະ ຂົນສົ່ງ ແລະ ບໍລິສັດຮອນດາ ນິວຈິບເຊັງ, ໄດ້ຈັດກິດຈະ ກຳ ຄາລະວານລົດຈັກທີ່ມີຈຳ ນວນຫລາຍກວ່າ 100 ຄັນ,…

error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!