ອົງການປົກຄອງນະຄອນຫຼວງວຽງຈັນ-ມົດສະກູ ສັນຍາຮ່ວມມື

ຂ່າວໜັງສືພິມວຽງຈັນໃໝ່ ລາຍງານວ່າ: ວັນທີ 27 ກຸມພາ 2025 ນີ້ ທີ່ນະຄອນຫຼວງມົດສະກູ ປະເທດ ສ.ຣັດເຊຍ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ແລະ ທ່ານ Sergey Cheremin ລັດຖະ ມົນຕີປະຈຳອົງການປົກຄອງນະຄອນຫຼວງມົດສະກູ…

LXML ສືບຕໍ່ຮ່ວມມືກັບກະຊວງປ້ອງກັນປະເທດ ເພື່ອຍົກລະດັບວຽກງານການເກັບກູ້ລະເບີດບໍ່ທັນແຕກຕົກຄ້າງຢູ່ ຢູ່ພາກສະໜາມ ບໍ່ຄໍາ-ທອງ ເຊໂປນ

ວັນທີ 27 ກຸມພາ 2025 ນີ້ ບໍລິສັດ ລ້ານຊ້າງ ມີເນໂຣນສ໌ ຈໍາກັດ (LXML) ສືບຕໍ່ຮ່ວມມືລົງນາມບົດບັນທຶກຄວາມເຂົ້າໃຈ (MoU) ກັບກະຊວງປ້ອງກັນປະເທດ ເປັນໄລຍະເວລາອີກ 2 ປີ ໃນການຮ່ວມມືວຽກງານເກັບກູ້ ແລະ ທໍາລາຍລະເບີດທີ່ບໍ່ທັນແຕກ (UXO)…

ຄາດຄະເນວ່າ ປີ 2025 ພົນລະເມືອງລາວ ຈະມີປະມານ 7.8 ລ້ານຄົນ, ປີ 2035 ຈະມີປະມານ 8.9 ລ້ານຄົນ ແລະ ປີ 2045 ມີ 9.9 ລ້ານຄົນ

ທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກບັດຖະມົນຕີ ລາຍງານໃນ ພິທີໂຮມຊຸມນຸມ ປະກາດບັ້ນການສຳຫລວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ຄັ້ງທີ V ປີ 2025 ໄດ້ຈັດຂຶ້ນ ໃນວັນທີ 28 ກຸມພາ 2025  ນີ້ວ່າ: ການສໍາຫລວດພົນລະເມືອງ…

ປີ 2024 ທົ່ວປະເທດມີການອະໄພຍະໂທດ ແລະ ປ່ອຍຕົວນັກໂທດທັງໝົດ 2,716 ຄົນ

ທ່ານ ໄຊຊະນະ ໂຄດພູທອນ ກໍາມະການສູນກາງພັກ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ຮອງປະທານຄະນະກໍາມະການອະໄພຍະໂທດ ລະດັບຊາດ ຜູ້ປະຈໍາການ ລາຍງານຕໍ່ກອງປະຊຸມ ສະຫຼຸບການ ຈັດຕັ້ງປະຕິບັດວຽກງານອະໄພຍະໂທດ ປະຈໍາປີ 2024 ແລະ ທິດທາງຈຸດສຸມປີ 2025 ວັນທີ 28 ກຸມພາ 2025…

ທະນາຄານແຫ່ງ ສປປ ລາວ ປະກາດໃຊ້ ຂໍ້ຕົກລົງວ່າດ້ວຍການຄຸ້ມຄອງບັນຊີເງິນຝາກເງິນຕາຕ່າງປະເທດຢູ່ ລາວ

ວັນທີ 26 ກຸມພາ 2025 ນີ້, ທ່ານ ອາລຸນ ບຸນຍົງ ຮອງຜູ້ວ່າການ ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ຖະແຫລງຂ່າວປະກາດໃຊ້ ຂໍ້ຕົກລົງວ່າດ້ວຍການຄຸ້ມ ຄອງບັນຊີເງິນຝາກເງິນຕາຕ່າງປະເທດຢູ່ ສປປ ລາວ ສະບັບເລກທີ 155/ທຫລ…

ອັດຕາເງິນເຟີ້ ປະຈຳເດືອນກຸມພາ 2025 ເພີ່ມຂຶ້ນ +12.7%

ວັນທີ 25 ກຸມພາ 2025 ສູນສະຖິຕິແຫ່ງຊາດ ກະຊວງ ແຜນການ ແລະ ການລົງທຶນ ລາຍງານ ດັດຊະນີລາຄາການຊົມໃຊ້ ແລະ ອັດຕາເງິນເຟີ້ ຂອງສປປ ລາວ ປະຈໍາເດືອນ ກຸມພາ 2025 ການຊົມໃຊ້ແປງຕາມໝວດລະຫັດຈັດແບ່ງສ່ວນບຸກຄົນຕາມຈຸດປະສົງ “COICOP”…

ຫາລືການຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ

ວັນທີ 21 ກຸມພາ 2025 ທີ່ສໍານັກງານນາຍົກ ໄດ້ຈັດກອງປະຊຸມ ຄະນະຊີ້ນໍາ ວຽກງານຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ (ຄະນະ126/ນຍ) ໂດຍການເປັນປະທານຂອງທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ແລະ ມີທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ…

ເນັ້ນໃຫ້ 8 ໜ້າວຽກ ຂະແໜງກະສິກຳເອົາໃສ່ ມຄອງ, ສົ່ງເສີມ ແລະ ພັດທະນາວຽກງານປູກຝັງ

ທ່ານ ລິນຄໍາ ດວງສະຫວັນ ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ໄດ້ເນັ້ນ 8 ໜ້າວຽກສຳຄັນ ຕໍ່ກອງປະຊຸມ ຂະແໜງການປູກຝັງທົ່ວປະເທດ 2024 ວັນທີ 21 ກຸມພາ 2025 ຜ່ານມານີ້ ເພື່ອແນໃສ່ຄຸ້ມຄອງ, ສົ່ງເສີມ ແລະ…

ໂຄງການກໍ່ສ້າງຂົວມິດຕະພາບ ລາວ-ໄທ ແຫ່ງທີ 5 ຍັງບໍ່ສຳເລັດຕາມແຜນ ຄາດວ່າຈະເປີດຢ່າງເປັນທາງການ 19 ທັນວາ 2025

ທ່ານ ໄລທອງ ພົມມະວົງ ຫົວໜ້າໂຄງການກໍ່ສ້າງຂົວຂ້າມນໍ້າຂອງ ລາວ-ໄທ ແຫ່ງທີ 5  ລາຍງານເນື່ອງໃນໂອກາດ ທ່ານ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ, ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ຢ້ຽມຢາມໂຄງການ ວັນທີ 14 ກຸມພາ…

ປຶກສາຫາລື ວຽກງານຄຸ້ມຄອງ ອຸທິຍານແຫ່ງຊາດ ພູເຂົາຄວາຍ ແລະ ປ່າສະຫງວນແຫ່ງຊາດພູພະນັງ

ວັນທີ 18 ກຸມພາ 2025 ນີ້ ກະຊວງກະສິກຳ ແລະ ປ່າໄມ້ ຈັດກອງປະຊຸມ ປຶກສາຫາລື ວຽກງານຄຸ້ມຄອງ ອຸທິຍານແຫ່ງຊາດ ພູເຂົາຄວາຍ ແລະ ປ່າສະຫງວນແຫ່ງຊາດພູພະນັງ ໂດຍການເປັນປະທານຂອງ ທ່ານ ລິນຄໍາ ດວງສະຫວັນ ລັດຖະມົນຕີກະຊວງກະສິກໍາ…

error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!