ລັດຖະມົນຕີ ຖວທ ເດີນທາງໄປປາຣີເຂົ້າຮັບໃບຢັ້ງຢືນຮັບຮອງເອົາຫັດຖະກໍາພູມປັນຍາການຕໍ່າລາຍນາກ ເຂົ້າເປັນມໍຣະດົກວັດທະນະທຳໂລກ

ວັນທີ 28 ກຸມພາ 2024, ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ພ້ອມດ້ວຍຄະນະ ໄດ້ເດີນທາງເຂົ້າຮັບໃບຢັ້ງຢືນຮັບຮອງເອົາຫັດຖະກໍາພູມປັນຍາການຕໍ່າລາຍນາກຂອງຊຸມຊົນເຊື້ອຊາດລາວ ຢ່າງເປັນທາງການຢູ່ສູນມໍຣະດົກໂລກຂອງອົງການຢູເນສໂກ ທີ່ປາຣີ ປະເທດຝຣັ່ງ. ພາຍຫລັງທີ່ອົງການຢູເນສໂກໄດ້ຮັບຮອງເອົາຫັດຖະກໍາພູມປັນຍາການຕໍ່າລາຍນາກຂອງຊຸມຊົນເຊື້ອຊາດລາວເຂົ້າເປັນມໍຣະດົກວັດທະນະທຳທີ່ບໍ່ເປັນວັດຖຸຂອງມວນມະນຸດໃນກອງປະຊຸມໃຫຍ່ຂອງຄະນະກຳມະທິການລະຫວ່າງລັດຖະບານ ຄັ້ງທີ…

ນະຄອນຫລວງວຽງຈັນ ໄດ້ຮັບລາງວັນຕົວເມືອງສະອາດອາຊຽນ ເປັນຄັ້ງທີ 2

ພິທີມອບ-ຮັບ ລາງວັນຕົວເມືອງສະອາດອາຊຽນ ໃຫ້ນະຄອນຫລວງວຽງຈັນ ເປັນຄັ້ງທີ 2 ຢ່າງເປັນທາງການແມ່ນຢູ່ໃນໂອກາດງານມະຫະກໍາທ່ອງທ່ຽວອາຊຽນ 2024 ທີ່ ສປປ ລາວ ເປັນເຈົ້າພາບຈັດຂຶ້ນລະຫວ່າງ 22-27 ມັງກອນ 2024. ທ່ານ ນາງ ວິໄລວອນ ຈັນທະລາຕີ, ຫົວໜ້າພະແນກຖະແຫລງຂ່າວ, ວັດທະນະທໍາ…

ຖືກປັບໃໝ 500.000 ກີບ ຍ້ອນຈອດລົດຢູ່ກ້ອງຕຶກສູນການຄ້າແຫ່ງໜຶ່ງ ທັ້ງທີ່ບໍ່ມີປ້າຍເຕືອນ ຫລື ຫ້າມຈອດ 

ວັນທີ່ 16 ມັງກອນ 2024 ປະຊາຊົນທ່ານໜຶ່ງໄດ້ໂພສເຕືອນການຈອດລົດຢູ່ບ່ອນລານຈອດລົດກ້ອງຕຶກຂອງສູນການຄ້າແຫ່ງໜຶ່ງໃນນະຄອນຫລວງວຽງຈັນ ຜູ້ກ່ຽວໄດ້ໂພສວ່າ: ທ່ານໃດຈະໄປຫ້າງດັ່ງກ່າວຄວນຮູ້ໄວ້ ແລະ ຕ້ອງຈອດລົດເປັນລະບຽບ ຕາມເສັ້ນຄອກລົດທີ່ກຳນົດໄວ້ເທົ່ານັ້ນ. ເວລາຈອດລົດໃຫ້ລະມັດລະວັງ ຖ້າຈອດບ່ອນນີ້ແມ່ນຈະຖືອລ໊ອກລໍ້ພ້ອມທັງຖືກປັບໃໝ 500.000 ກີບທັນທີ ບໍ່ມີລະເວັ້ນ. ຜູ້ກ່ຽວໄດ້ເລົ່າວ່າ:ໃນມື້ມີເຫດການດັ່ງກ່າວທີ່ຕົນຖືກລັອກລໍ້ ແລະ ປັບໃໝ ແມ່ນໄດ້ນັດກິນເຂົ້າຮ່ວມກັບໝູ່ ຢູ່ທີ່ຫ້າງດັ່ງກ່າວ…

ຫຼາຍແຂວງເລີ່ມຈັດກິດຈະກຳ ປີທ່ອງທ່ຽວລາວ ຢ່າງຫ້າວຫັນ

ໂດຍ : ຜາຕຸງ ນັບແຕ່ທ້າຍປີ 2023 ຫາຕົ້ນປີ 2024 ນີ້ ຈະເຫັນວ່າ ອົງການປົກຄອງແຕ່ລະທ້ອງຖິ່ນຕ່າງກໍງັດເອົາກົນລະຍຸດ ຍຸດທະວິທີຕາມທ່າແຮງທີ່ມີໃນແຕ່ລະບ່ອນທີ່ຕິດພັນກັບ ວັດທະນະທຳ ທຳມະຊາດ ແລະ ປະຫວັດສາດຂອງຕົນຕົນອອກມາຜ່ານການຈັດກິດຈະກຳຕ່າງໆເພື່ອດຶງດູດໃຫ້ນັກທ່ອງທ່ຽວທັງພາຍໃນແລະຕ່າງປະເທດເຂົ້າໄປທ່ອງທ່ຽວສຳຜັດກັບ ວັດທະນະທຳ ທຳມະຊາດແລະ ປະຫວັດສາດທີ່ມີໃນທ້ອງຖິ່ນຕົນໃຫ້ຫຼາຍຂຶ້ນ ແລະໄດ້ຖືເອົາເລີກເອົາຍາມແຫ່ງການເປີດປີທ່ອງທ່ຽວລາວ 2024…

ໄອໂຟນຕົກຈາກເຮືອບິນໃນຄວາມສູງ 4876 ແມັດ ແຕ່ລອດ! ຈໍບໍ່ແຕກ ໃຊ້ງານໄດ້ປົກກະຕິ

ກາຍເປັນຂ່າວກະແສໃນຊ່ວງນີ້ ຫລັງຈາກມີຄົນເກັບໂທລະສັບໄອໂຟນ ທີ່ຕົກມາຈາກເຮືອບິນ ແຕ່ຍັງມີສະພາບປົກກະຕິ! . Seannathan Bates ຊາຍໜຸ່ມການາດາໄດ້ເລົ່າເລື່ອງລາວນີ້ລົງໃນ X ວ່າຕົນໄດ້ພົບເຫັນໂທລະສັບໜ່ວຍນີ້ໃນສະພາບສົມບູນຕົກຢູ່ຂ້າງທາງ ແລະ ໄດ້ແຈ້ງຕໍາຫລວດທັນທີ, ເມື່ອຕໍາຫລວດມາກວດສອບກໍພົບວ່າໄອໂຟນໜ່ວຍດັ່ງກ່າວຍັງໃຊ້ໄດປົກກະຕິ, ໜ້າຈໍບໍ່ແຕກ ແລະ ກວດເບິ່ງຂໍ້ມູນໃນໜ່ວຍກໍພົບວ່າໂທລະສັບໜ່ວຍນີ້ຢູ່ໃນໂໝດເຄື່ອງບິນ ເຊິ່ງເປີດໜ້າກ່ຽວກັບການຈ່າຍເງິນໂຫລດກະເປົ໋າຂອງສາຍການບິນ Alaska Airlines ເອົາໄວ້…

ໄຄແຜ່ນ ອາຫານຫລວງພະບາງທີ່ບໍ່ທໍາມະດາ

ໄຄແຜ່ນ ຈັດເປັນອາຫານກິນຫລິ້ນ ຫລື Snack Lao ທີ່ເຮັດມາຈາກໄຄນໍ້າ ມີສີຂຽວສົດ ຮູບຮ່າງຍາວຄ້າຍເສັ້ນດ້າຍ ເຊິ່ງຈະມັກເກີດຂຶ້ນຕາມຫ້ວຍນໍ້າທີ່ສະອາດ ແລະ ໄຫລຕະຫລອດເວລາ . ສ່ວນໃຫຍ່ແລ້ວ ໄຄແຜ່ນຈະຜະລິດຢູ່ທາງພາກເໜືອຂອງປະເທດລາວ ແລະ ໄດ້ຮັບຄວາມນິຍົມຫລາຍເປັນພິເສດໃນຫລວງພະບາງ ແລະ ຈະມີຫລາຍໃນຊ່ວງເດືອນພະຈິກ ຫາເດືອນເມສາ ….

Umoney – ຄຸ້ມ​ຄອງ​ລາຍ​ຈ່າຍ​ຢ່າງ​ມີ​ປະ​ສິດ​ທິ​ພາບໃຫ້ແກ່ປະຊາຊົນລາວ

ການ​ຄຸ້ມ​ຄອງ​ລາຍ​ຈ່າຍ​ຢ່າງ​ມີ​ປະ​ສິດ​ທິ​ພາບ ​ເພື່ອ​ຮັບ​ປະ​ກັນ​ຊີ​ວິດ​ທີ່​ສົມ​ບູນ​ແບບ​, ນັ້ນເປັນ​ບັນ​ຫາ​ທີ່​ຫລາຍໆຄົນກຳລັງກັງວົນ. ນອກຈາກພຶດຕິກຳການໃຊ້ເງິນສົດໃຫ້ຖືກຕ້ອງແລ້ວ, ການໃຊ້ແອັບເພື່ອເຮັດທຸລະກຳ, ຕິດຕາມ, ບັນທຶກ ແລະ ເພີ່ມປະສິດທິພາບການເງິນຍັງເປັນໂຊລູຊັນທີ່ເປັນປະໂຫຍດ. ຕິດຕາມບົດຄວາມຕໍ່ໄປນີ້ເພື່ອຮູ້ app ຄວບຄຸມຄ່າໃຊ້ຈ່າຍຂອງຜູ້ບໍລິໂພກທີ່ດີທີ່ສູງສຸດ! ເປັນຫຍັງຈິ່ງຄວນໃຊ້ແອັບເພື່ອຄວບຄຸມຄ່າໃຊ້ຈ່າຍຂອງຜູ້ບໍລິໂພກ? ການຄຸ້ມຄອງຄ່າໃຊ້ຈ່າຍໃນຊີວິດຢ່າງມີປະສິດທິພາບ ຊ່ວຍໃຫ້ທ່ານໄດ້ຮັບຜົນປະໂຫຍດຫລາກຫລາຍ, ໂດຍສະເພາະໃນຊ່ວງວິກິດເສດຖະກິດ. ດ້ານລຸ່ມນີ້ແມ່ນຜົນປະໂຫຍດຂອງການນໍາໃຊ້ແອັບພລິເຄຊັນຄຸ້ມຄອງຄ່າໃຊ້ຈ່າຍ: ຄວບຄຸມກິດຈະກໍາການໃຊ້ຈ່າຍປະຈໍາວັນໄດ້ຢ່າງງ່າຍດາຍ. ຂຶ້ນຢູ່ກັບການຕັ້ງງົບປະມານ, ການຕິດຕາມກະແສເງິນສົດ…

ນັກວິໄຈພົບຊາກຜິວໜັງດຶກດໍາບັນ ທີ່ມີອາຍຸປະມານ 289 ລ້ານປີ ເຊິ່ງມັນກໍາເນີດຂຶ້ນກ່ອນໃດໂນເສົາ!

ຟອສຊິວທີ່ເກົ່າແກ່ທີ່ສຸດທີ່ມະນຸດຄົ້ນພົບ ເມື່ອວັນທີ 12 ມັງກອນ 2024 ນັກວິໄຈໄດ້ອອກມາເປີດເຜີຍຂໍ້ມູນ ເຖິງການຄົ້ນພົບຊາກຜິວໜັງດຶກດໍາບັນທີ່ເກົ່າແກ່ທີ່ສຸດໃນໂລກ ທີ່ຖໍ້າຫີນປູນໃນໂອຄາໂຮມາ ສະຫະລັດອາເມລິກາ ເຊິ່ງຟອສຊິວດັ່ງກ່າວມີອາຍຸປະມານ 289 ລ້ານປີ ຄາດເດົາວ່າເປັນສັດເລືອຄານ . ນັກວິໄຈຈາກມະຫາວິທະຍາໄລໂຕຣອນໂຕ ມິສຊິສຊໍກາ ລະບຸວ່າ ສິ້ນສ່ວນຜິວໜັງນີ້ມີພື້ນຜິວທີ່ດ້ານ ທີ່ຄ້າຍຄືກັບໜັງແຂ້ ແລະ…

“ຕົ້ນແຕ້ຈາລຶກຄວາມແຄ້ນ” ການຈາກໄປຂອງ ນັກຮົບປະຕິວັດ 17 ສະຫາຍ

(ໂອກາດສະເຫລີມສະຫລອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75ປີ) ໃນສະໄໝຕໍ່ສູ້ກູ້ຊາດ ໄລຍະປີ 1964-1973 ພວກຈັກກະພັດຜູ້ຮຸກຮານໄດ້ນໍາກໍາລັງທະຫານຈໍານວນຫຼາຍກອງພັນບັນຊາໂດຍໂກໂລແນນ ໝອກ ເຂົ້າມາຍຶດເອົາເຂດເມືອງເຟືອງ ໂດຍ ພວກ ເຂົາໄດ້ທໍາການປາບປາມກຳລັງປະຕິວັດ, ເຂັນຂ້າຮາວີປະຊາ ຊົນ, ໃຊ້ກໍາລັງທະຫານຫຸ່ນຂາຍຊາດ ນໍາໂດຍພັນເອກ ຫຼອຍ ອັນຕວນ ປາບປາມ, ຂົມເຫັງ,…

MedTech  – Laos Health ປະສົມປະສານເທັກໂນໂລຢີ ແລະ ການແຊກແຊງທາງການແພດຄັ້ງຍິ່ງໃຫຍ່

ດ້ວຍການພັດທະນາທາງວິທະຍາສາດ ແລະ ເທັກໂນໂລຢີທີ່ໂດດເດັ່ນ, ການໃຊ້ແອັບ MedTech ໃນຊີວິດປະຈຳວັນ ຈະຊ່ວຍໃຫ້ເຂົ້າເຖິງຄົນເຈັບໄດ້ຢ່າງໄວວາ. ບໍ່ພຽງແຕ່ເທົ່ານັ້ນ, ຄາດວ່າ MedTech ຈະກາຍເປັນແນວໂນ້ມການດູແລສຸຂະພາບໃນອະນາຄົດອັນໃກ້ນີ້ອີກດ້ວຍ. ແລ້ວ, MedTech ແມ່ນຫຍັງ ແລະ ສິ່ງທີ່ເຮັດໃຫ້ເທັກໂນໂລຢີ MedTech ມີຄວາມຫນ້າສົນໃຈ? ທ່າແຮງ, ສິ່ງທ້າທາຍ…

error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!