ປະທານປະເທດເນັ້ນໃຫ້ຂະແໜງການສຶກສາ ຕ້ອງຫັນຄ່ານິຍົມທີ່ຜິດໆ ຂອງນັກຮຽນ-ນັກສຶກສາ ໄປສູ່ຄ່ານິຍົມທີ່ຖືກຕ້ອງໃຫ້ໄດ້ໂດຍໄວ
ທ່ານ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ໄດ້ໃຫ້ກຽດໂອ້ລົມຕໍ່ກອງປະຊຸມຜູ້ບໍລິຫານການສຶກສາ, ວິທະຍາສາດ ແລະ ກິລາ ປະຈໍາສົກຮຽນ 2023 – 2024 ໃນວັນທີ 9 ສິງຫາ 2024 ວ່າ: ໃນສະໄໝດຳເນີນການຕໍ່ສູ້ປະຕິວັດປົດປ່ອຍຊາດ, ພັກເຮົາໄດ້ຄຳນຶງເຖິງການສຶກສາໄວ້ເປັນວຽກສຳຄັນຕົ້ນໆ…