ເຕັກນິກເພີ່ມທັກສະການເປັນຫົວໜ້າທີມທີ່ມີປະສິດທິພາບ
ການເຮັດວຽກຮ່ວມກັນນັ້ນມີບັນຫາຫລວງຫລາຍ ໜຶ່ງໃນບັນຫາທີ່ເກີດຫລາຍແມ່ນການບໍ່ມີ ຄວາມເຄົາລົບກັນ ບັນຫານີ້ແກ້ໄຂໄດ້ເລີ່ມຈາກໂຕທ່ານເອງກ່ອນ. ສ້າງຄວາມສຳຄັນໃຫ້ກັບຄວາມເປັນທີມ ແລະ ຮັກສາບັນຍາກາດເຫລົ່ານັ້ນໄວ້ຕະຫລອດ : ລູກທີມຈະຮູ້ສຶກເຖິງຄວາມເປັນທີມໄດ້ກໍຕ້ອງເລີ່ມຈາກຫົວໜ້າກ່ອນ ຫາກທ່ານເອງຍັງບໍ່ເຫັນວ່າທີມງານນີ້ເຂັ້ມແຂງ ຫາກທ່ານຍັງບໍ່ມີຄວາມຮູ້ສຶກທີ່ຈະເປັນບ່ອນຍຶດຈັບໃຫ້ກັບທຸກຄົນໄດ້ ແລ້ວໃຜຈະສັດທາກັບໂຄງການນີ້. ເຊື່ອຖືສະມາຊິກໃນທີມຂອງທ່ານ : ໂດຍການມອບໝາຍໃຫ້ເໝາະສົມກັບແຕ່ລະຄົນ ຫາກທ່ານໄວ້ວາງໃຈພວກເຂົາໃຫ້ຮັບໜ້າທີ່ໆສຳຄັນ ພວກເຂົາຈະເກີດຄວາມພູມໃຈ ເປັນແຮງຊຸກຍູ້ໃຫ້ເຮັດໜ້າທີ່ນັ້ນໄດ້ດີ ແລະ…