ເສີມສ້າງສຸຂະພາບທີ່ດີດ້ວຍສີຂຽວ
ເມື່ອເວົ້າເຖິງສີຂຽວ ຫລາຍທ່ານອາດຄິດເຖິງຜັກຂຶ້ນມາທັນທີ ແນ່ນອນວ່າຜັກສີຂຽວເຂັ້ມນັ້ນມີສານຄລໍໂຣຟິນທ່ີມີສັບພະຄຸນຕ້ານອະນຸມູນອິດສະລະ ແລະ ຍັງມີສານອື່ນໆ ເຊັ່ນ : ເບຕ້າແຄໂຣທິນ, ແຄຣທີນອຍກຸ່ມລູທີນ, ໄທໂອໄຊຍາເນດ, ຟລາໂວນອຍ ແລະ ອຸດົມໄປດ້ວຍກາກໄຍທີ່ຈະຊ່ວຍໃນເລື່ອງການຂັບຖ່າຍນຳອີກ. ຜັກກາດຂຽວມີສານອາຫານຫລາຍ ໂດຍສະເພາະເບຕ້າແຄໂຣທີນທີ່ຈະປ່ຽນເປັນວິຕາມິນອາໃຫ້ແກ່ຮ່າງກາຍ ເຮັດໃຫ້ປ້ອງກັນພະຍາດກ່ຽວກັບຕາ ເຊັ່ນ : ຕາຟາງ,…