ຄ້າຍທີເຄນຳສະເໜີນັກຮ້ອງໜ້າໃໝ່

ວັນທີ 28 ມີນານີ້, ທ່ານ ທະວີສັກ ທຳມະວົງສາ ເຈົ້າ ຂອງຄ້າຍທີເຄ ຊາວລາວ, ໄດ້ຈັດ ພິທີນຳສະເໜີ ນັກຮ້ອງນ້ອງໃໝ່ ຈຳນວນ 11 ຄົນ ແລະ ນຳສະ ເໜີຜົນງານເພງ ຂອງເຂົາເຈົ້າ ຈຳນວນ…

ສະຫລອງບຸນປີໃໝ່ໃຫ້ຮັກສາຮີດຄອງປະເພນີອັນດີງາມຂອງຊາດ

ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີໄດ້ອອກແຈ້ງການເລກທີ 230 / ຫສນຍ,ກລຂ ,ລັງວັນທີ 21 ມີນາ 2017 ເຖິງພະນັກງານ-ລັດຖະກອນ, ທະ ຫານ, ຕຳຫລວດ ແລະ ປະຊາ ຊົນບັນດາເຜົ່າໃນຂອບເຂດທົ່ວ ປະເທດ ຊາບທົ່ວເຖິງກັນວ່າ: ການສະເຫລີມສະຫລອງ ວັນບຸນປີໃໝ່ລາວ ພສ…

ເປີດໂຕຮູບ​ເງົາ​​​ເລື່ອງ​ “ ວັນ​ຄົບຮອບ ”

ພິທີເປີດໂຕຮູບເງົາເລື່ອງວັນຄົບຮອບໄດ້ມີຂຶ້ນໃນວັນທີ 27 ມີນານີ້, ທີ່ສູນການຄ້າວຽງຈັນເຊັນເຕີ,ເພື່ອໃຫ້ສື່ມວນຊົນ ແລະ ຜູ້ສະໜັບສະໜູນໄດ້ຮັບຊົມເປັນຮອບປະຖົມມະເລີກ, ໂດຍການເຂົ້າຮ່ວມຂອງທ່ານຫົວໜ້າກົມຮູບເງົາ, ກະຊວງຖະແຫຼ່ງຂ່າວວັດທະນະທຳ ແລະ ທ່ອງທ່ຽວ, ພ້ອມດ້ວຍທີມງານນັກສະແດງ, ຜູ້ສະໜັບສະໜູນ ແລະ ສື່ມວນຊົນເຂົ້າຮ່ວມເປັນຈຳນວນຫຼາຍ ແລະ ຄາດວ່າຮູບເງົາເລື່ອງນີ້ຈະເລີ່ມສາຍເປັນທາງການໃຫ້ມວນຊົນໄດ້ຮັບຊົມນັບແຕ່ວັນທີ 30 ມີນານີ້ເປັນຕົ້ນໄປຢູ່ໂຮງຮູບເງົາສູນການຄ້າວຽງຈັນເຊັນເຕີ  ແລະ ໂຮງຮູບເງົາທົ່ວປະເທດ….

ວິທີການປັບອາລົມແບບຮີບດ່ວນ

     ມີສະຖານະການຫລວງຫລາຍທີ່ມີສິ່ງເຮັດໃຫ້ເຮົາເຈັບ, ເຮັດໃຫ້ລຳຄານຈົນເຮັດໃຫ້ເຮົາມີອາລົມບໍ່ດີໃນທີ່ສຸດ ຈາກສະພາບແວດລ້ອມທ່ີກ່າວມານັ້ນ ຕໍ່ໄປເຮົາຈະມາບອກເຖິງວິທີປັບອາລົມໃຫ້ສົດໃສຂຶ້ນດັ່ງນີ້ : ຟັງເພງ : ນີ້ເປັນໜຶ່ງເຕັກນິກໃນການຫລຸດຄວາມເຄັ່ງຄຽດແບບຮີບດ່ວນທີ່ສຸດ ໂດຍການຟັງເພງທີ່ທ່ານມັກ ເພາະສຽງເພງນັ້ນບໍ່ໄດ້ຊ່ວຍແຕ່ເຮັດໃຫ້ທ່ານໃຈເຢັນເທົ່ານັ້ນ, ແຕ່ຍັງສາມາດຊ່ວຍປັບອາລົມຂຸ່ນມົວໃຫ້ສົດໃສຂຶ້ນໄດ້ໄວ ນອກຈາກນີ້, ກໍເຮັດໃຫ້ທ່ານເພີດເພີນ ແລະ ຊ່ວຍຜ່ອນຄາຍໃນສິ່ງທີ່ລົບກວນຈິດໃຈຂອງທ່ານໄດ້ເປັນຢ່າງດີ. ດື່ມກາເຟ ຫລື ຊາຈັກຈອກ :…

ເຄັດລັບຄຸນນະພາບທີ່ດີເພື່ອອາຍຸທີ່ຍືນຍາວ

     ຄຸນນະພາບຊີວິດທີ່ດີມີຫົວໃຈສຳຄັນຢູ່ 4 ຢ່າງຄື : ຮ່າງກາຍທີ່ແຂງແຮງ (Biological). ຈິດໃຈທີ່ມີຄວາມສຸກ (Phychological). ວິນຍານ ຫລື ຄວາມພາກພູມໃຈໃນໂຕເອງ. ສັງຄົມດີໆທີ່ຢູ່ອ້ອມໂຕ (Social) ເຊັ່ນ : ລູກ, ຫລານ, ຍາດພີ່ນ້ອງ ແລະ…

ຈຸ່ມລວກແນວໃດໃຫ້ປອດໄພຈາກອາຫານເປັນພິດ

ການກິນອາຫານປະເພດຈຸ່ມລວກ ຖືໄດ້ວ່າເປັນທາງເລືອກການບໍລິໂພກໃນດ້ານຄຸນນະພາບທີ່ດີ ໝາຍຄວາມວ່າອາຫານຫລັງຈາກຜ່ານການແປຮູບໃຫ້ສຸກໂດຍຄວາມຮ້ອນແລ້ວກໍຄວນບໍລິໂພກທັນທີໄດ້ເລີຍ ຈະເຮັດໃຫ້ຫລີກເວັ້ນບັນຫາທີ່ກ່ຽວກັບການເກັບຮັກສາ ແລະ ການບູດເນົ່າໄປໄດ້ຫລາຍ. ໃນຂະນະດຽວກັນ, ຜູ້ບໍລິໂພກສາມາດປະເມີນຄວາມສົດໃໝ່ ຄວາມສະອາດຂອງວັດຖຸດິບອາຫານໄດ້ໂດຍກົງຢູ່ບ່ອນທີ່ບໍລິໂພກນັ້ນນຳ. ກໍລະນີຄວາມຜິດພາດທີ່ເກີດຂຶ້ນ ເຊັ່ນ : ທ່ານກິນອາຫານສຸກດີແລ້ວ ແຕ່ໃນຂະນະທີ່ທ່ານໃຊ້ໄມ້ທູ່ ຫລື ບ່ວງຕັກອາຫານດິບສະຫລັບກັບອາຫານສຸກ ແລ້ວໃຊ້ໄມ້ທູ່ ຫລື ບ່ວງທີ່ຜ່ານການຕັກອາຫານດິບນັ້ນມາຕັກອາຫານສຸກເຂົ້າປາກອີກເທື່ອໜຶ່ງ ເຮັດສະຫລັບກັນໄປມາຢ່າງບໍ່ຮູ້ໂຕ…

ການປະກວດຮ້ອງເພງຊິງຂັນລັດຖະມົນຕີກະຊວງສຶກສາທິການ ແລະ ກິລາຈະເລີ່ມຂຶ້ນໃນຕົ້ນເດືອນເມສານີ້

ໃນວັນທີ 28 ມີນານີ້, ທ່ານຫົວໜ້າກົມພາລະ ແລະ ສິລະປະສຶກສາ ກະຊວງສຶກສາທິການ ແລະ ກິລາ ບຸນສຸກ ທິລາສັກ, ທ່ານນາງ ແສງມະນີ ໄຊຍະກອນ ຜູ້ຈັດການເຄື່ອງດື່ມນ້ຳອັດລົມບໍລິສັດເບຍລາວຈຳກັດ ແລະ ທ່ານ ອານຸລັກ ປະຖຳມະວົງ ຜູ້ອຳນວຍການບໍລິຫານບໍລິສັດສາມາດອີເວັ້ນອໍການາຍເຊີຈຳກັດ,…

ບຸນປີໃໝ່ລາວ

ຕາມຮີດຂອງຄົນລາວຊາວພຸດເຮົາ ເຊິ່ງໃນທຸກໆປີ ເມື່ອຮອດ ເດືອນຫ້າລາວແລ້ວເພິ່ນກໍເລີ່ມ ເຮັດບຸນປີໃໝ່, ເປັນບຸນທີ່ເຮັດຕາມ ຄວາມເຊື່ອ ແລະ ຕາມຕໍາລາ ຂອງໂຫລາສາດ, ແຕ່ວິທີເຮັດ ບຸນນີ້ມີລັກສະນະເຈືອປົນກັນລະຫວ່າງສາດສະໜາພາມ ແລະ ສາດສະໜາພຸດ ເຊິ່ງໄດ້ມີມູນເຫດ ມາຈາກເລື່ອງນາງທິດາທັງ   ເຈັດໄດ້ຜັດປ່ຽນກັນມາແຫ່ກະ ສຽນຂອງທ້າວກະບິນລະພົນ ຜູ້ເປັນພໍ່ມາຫົດສົງຕາມຄໍາສັ່ງ ຂອງພໍ່ກ່ອນຖືກທ້າວທໍາມະບານກຸມານຕັດຄໍ…

ສູນການຄ້າວຽງຈັນເຊັນເຕີຈັດບໍລິຈາກເລືອດຊ່ວຍສັງຄົມ

  ເຊົ້າວັນທີ 28 ມີນານີ້, ສູນການຄ້າວຽງຈັນເຊັນເຕີ ຮ່ວມກັບ ອົງການກາແດງລາວ ແລະ ມູນນິທິຊ່ວຍເຫລືອຄົນທຸກ ຍາກແຫ່ງ ສປປ ລາວ 1623, ໄດ້ຈັດກິດຈະກຳເພື່ອຊ່ວຍເຫລືອສັງຄົມ, ຂຶ້ນທີ່ສູນການຄ້າວຽງ ຈັນເຊັນເຕີ, ນະຄອນຫລວງ ວຽງຈັນ, ເພື່ອເປັນກິດຈະກຳໜຶ່ງ ສະເຫລີມສະຫລອງວັນສ້າງຕັ້ງສູນການຄ້າດັ່ງກ່າວ…

error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!