iPhone 8 ທີ່ສ້າງຈາກຂ່າວລືທີ່ຫຼຸດອອກມາ

      ໃນຂະນະທີ່  Apple  ຍັງບໍ່ເປີດຕົວ iPhone 8  ລະຫວ່າງນີ້ມີຂ່າວອອກມາຫຼວງຫຼາຍ ມີພາບຊິ້ນສ່ວນຂອງເຄື່ອງ ທີ່ອ້າງວ່າຫຼຸດອອກມາຈາກໂຮງງານໃນຈີນ ກໍບໍ່ໜ້າຈະແປກໃຈທີ່ຜູ້ອອກ ຈະເອົາຂໍ້ມູນເຫຼົ່ານີ້ມາໃຫ້ເຫັນ iPhone 8 ກ່ອນທີ່ຈະວາງຂາຍ. ລ່າສຸດພົບງານຂອງ Obshanksy Vladimi ອັບໂຫຼດເທິງ YouTube ທີ່ມີຊື່ວ່າ…

NASA ພົບດາວເຄາະ 10 ດວງຂະໜາດໃກ້ຄຽງໂລກ ຢູ່​ບໍລິເວນຂອບກາແລດຊີທາງຊ້າງເຜືອກ

NASA ໄດ້ພົບຮ່ອງຮອຍຂອງດາວເຄາະ 219 ດວງນອກລະບົບສຸລິຍະຈັກກະວານ ແລະ ບັນຫາທີ່ໜ້າສົນໃຈຄື ມີດາວເຄາະ 10 ດວງ ບໍລິເວນຂອບກາແລດຊີທາງຊ້າງເຜືອກ ທີ່ມີຂະໜາດໃກ້ຄຽງກັບໂລກ ແລະ ວົງໂຄຈອນຂອງດາວເຄາະເຫຼົ່ານັ້ນ ຢູ່ໃນໂຊນທີ່ເໝາະສົມສໍາລັບການຢູ່ອາໄສຂອງສິ່ງທີ່ມີຊີວິດ. ແລະ ເລື່ອງທີ່ສໍາຄັນຄື: ໄລຍະຫ່າງຈາກດາວພຸດຂອງພວກມັນເປັນໄລຍະເໝາະສົມທີ່ຈະມີນໍ້າປາກົດຢູ່ໃນລັກສະນະຂອງແຫຼວ (​ເຊິ່ງຖ້າໄລຍະຫ່າງຈາກດາວພຸດບໍ່ເໝາະສົມ ນໍ້າອາດຈະລະເຫີຍກາຍເປັນອາຍທັງໝົດ ຫຼື…

ອະນາຄົດທີ່ມືດມົນຂອງຄົນຮັກກາເຟ

ການວິໄຈຫລ້າສຸດຈາກທີມນັກວິທະຍາສາດແຫ່ງສວນພຶກສາສາດ​ດິວ ໃນນະຄອນຫລວງລອນດອນ ຂອງອັງກິດ ພົບຂໍ້ມູນທີ່ບົ່ງບອກວ່າ: ບັນດາຄົນທີ່ຮັກກາເຟອາດຜະເຊີນກັບກາເຟທີ່ມີລົດຊາດບໍ່ແຊບ ແລະ ລາຄາ​ແພງຂຶ້ນ ເນື່ອງຈາກບັນຫາໂລກຮ້ອນສົ່ງຜົນຕໍ່ຄຸນນະພາບ ແລະ ເຮັດໃຫ້ພື້ນທີ່ທີ່ເໝາະສົມຕໍ່ການປູກກາເຟຫຼຸດລົງ.             ການວິໄຈລະບຸວ່າ: ການຜະລິດກາເຟຢູ່ເອທິໂອປີ ​ເຊິງເປັນແຫລ່ງກໍາເນີດກາເຟພັນອາຣາບິກາຄຸນນະພາບສູງຂອງໂລກ ແລະ ເປັນຜູ້ສົ່ງອອກກາເຟລາຍໃຫຍ່ທີ່ສຸດຂອງທະວີບອາຟຣິກາ ອາດໄດ້ຮັບຄວາມເສຍຫາຍໜັກ ພາຍໃນ​ໄລຍະໜຶ່ງຮ້ອຍປີຂ້າງໜ້າ ຖ້າເຮົາບໍ່ດໍາເນີນການໃດໆ ໃນການແກ້ໄຂບັນຫາການປ່ຽນແປງສະພາບອາກາດ. ຜົນການສຶກສາຜູ້ຊ່ຽວຊານຈາກສວນແຫ່ງດັ່ງກ່າວ…

DJI ເປີດຕົວ Spark ກ້ອງຖ່າຍເທິງອາກາດຂະໜາດນ້ອຍ ສັ່ງດ້ວຍມື ບໍ່ຕ້ອງອາໄສລີໂມດ

ເປີດຕົວກ້ອງຖ່າຍ​ເທິງ​ອາກາດ​ແບບໃຫມ່ຂອງ DJI ​ເຊິ່ງກ້ອງຖ່າຍ​ເທິງ​ອາກາດ​ແບບໃຫມ່ທີ່ທາງ DJI ໄດ້ນໍາມາໃຫ້ຮູ້ຈັກ ບໍ່ແມ່ນກ້ອງຖ່າຍທີ່ໃຊ້ງານຈິງຈັງເຊັ່ນ: Inspire 2, Phantom 4 Pro ຫຼື ລຸ້ນ Mavic Pro ແຕ່ເປັນລຸ້ນທີ່ນ້ອຍກວ່າ ມີຊື່ສຽງຮຽງນາມວ່າ Spark ໃຊ້ງານໄດ້ງ່າຍ ເໝາະກັບທຸກໆຄົນທີ່ສົນໃຈຢາກໄດ້. ຈຸດເດັ່ນທີ່ໜ້າສົນໃຈຂອງ Spark…

ນໍາສະເໜີນະວັດຕະກໍາໃຫມ່ HUAWEI P10 ແລະ P10 Plus ລາວໂທລະຄົມ ແລະອິອອນ

ໃນໄລຍະ 2 ເດືອນທີ່ຜ່ານມາ, ບໍລິສັດຫົວເຫວີຍ ເທັກໂນໂລຢີລາວ ໄດ້ເປີດໂຕມືຖື HUAWEI P10 ແລະ P10 Plus ພ້ອມກັບໂປຣໂມຊັນແພັກເກັດສຸດພິເສດ ຈາກລາວໂທລະຄົມ ແລະກໍໄດ້ຕອບຮັບເປັນຢ່າງດີຂອງສັງຄົມ, ນັບທັຄາມນິຍົມ ແລະສື່ສຽງຂອງຜະລິດຕະພັນ ແລະບອດການສັ່ງຊື້ກໍເພີ່ມທະວີຂຶ້ນ ແລະມື້ນີ້ວັນທີ 17 ມິຖຸນາ…

ຂ່າວລື Sony A7III ອາດມາພ້ອມເຊັນເຊີພາບຍັງມີລະບົບ AF ຄືກັບລຸ້ນ A9

          ເວັບ Sonyalpharumors ວ່າມີຂ່າວລືຈາກບ່ອນທີ່ເຊື່ອຖືໄດ້ ​ເປີດເຜີຍກ້ອງຟູລເຟຣມສະເປັກດີລຸ້ນໃຫມ່ເຊັ່ນ Sony A7III  ​​ເຊິ່ງມີລາຍລະອຽດທີ່ໜ້າສົນໃຈ. ອາດຈະມີການເປີດຕົວກ້ອງ Sony A7III  ໃນໄລຍະໃບໄມ້ຫຼົ້ນຂອງປີນີ້ (ທ້າຍປີ) Sony A7III  ອາດຈະມາພ້ອມກັບເຊັນເຊີພາບທີ່ມີຄວາມລະອຽດ 24 ລ້ານພິກເຊວຮູບແບບໃຫມ່ (ເບິ່ງຄືຈະເປັນເຊັນເຊີ…

Toyota ພັດທະນາລະບົບມໍເຕີສຸຂະພາບຫົວໃຈ ເພື່ອເບິ່ງແຍງໃນກໍລະນີທີ່ຈະເກີດອາການຫົວໃຈວາຍຂະນະຂັບລົດ

ການທີ່ຜູ້ຂັບລົດເກີດອາການຫົວໃຈວາຍ ຫຼື ເຫດສຸກເສີນທາງການແພດອື່ນໆໃນຂະນະຂັບລົດເປັນອີກສາເຫດໜຶ່ງທີ່ເຮັດໃຫ້ເກີດອຸປະຕິເຫດຮ້າຍແຮງຕາມທ້ອງຖະໜົນ ທີ່ນອກຈາກຈະເປັນອັນຕະລາຍຕໍ່ຕົວເອງແລ້ວ  ກໍຍັງເປັນອັນຕະລາຍຕໍ່ເພື່ອນຮ່ວມທາງນຳອີກ. ເພື່ອຮັບມືກັບບັນຫານີ້ ທາງ Toyota ໄດ້ຊອກຫາຫົນທາງໃນການນໍາ​ເອົາເຕັກໂນໂລຊີມາໃຊ້ງານໃນລົດຍົນ ເພື່ອກວດສອບສະພາບຂອງຜູ້ຂັບລົດ ແລະ ສາມາດບັງຂັບໃຫ້ລົດຈອດເອງໄດ້ຢ່າງປອດໄພ ເມື່ອເກີດເຫດສຸກເສີນ. ແນວໃດກໍດີ ຄາດວ່າເຕັກໂນໂລຊີລົດຍົນບໍ່​ມີຄົນຂັບຈະຄອງຖະໜົນໃນໂລກຍຸກອະນາຄົດ ແລະ ເມື່ອຄົນບໍ່ຈໍາເປັນຕ້ອງຂັບລົດອີກຕໍ່ໄປ ກໍເບິ່ງຄືວ່າເຕັກໂນໂລຊີຂອງ Toyota ຈະກາຍເປັນຫຍັງທີ່ບໍ່ມີຄວາມໝາຍໄປໃນທັນທີ….

Motorola ຈະເປີດຕົວມືຖືລຸ້ນໃຫມ່ມາພ້ອມກ້ອງເລນຄູ່

ເຖິງວ່າຍັງບໍ່ຄືວັນເປີດຕົວຂອງມືຖືລຸ້ນໃຫມ່ຂອງທາງ Motorola ທີ່ຍັງບໍ່ຮູ້ວ່າເປັນລຸ້ນໃດ ແຕ່ທາງ Motorola ກໍເຮັດຕາມສັນຍາກັບແຟນໆ ​ໃນ​ປີຜ່ານມາ ​ໄດ້ສົ່ງບັດເຊີນງານ ‘Motorola is back’ ໃນວັນທີ 27 ມິຖຸນາທີ່ຈະມາຮອດນີ້ ພ້ອມບອກເຖິງເຕັກໂນໂລຊີກ້ອງເລນຄູ່ນຳອີກ. ຄາດວ່າໜ້າຈະເປັນ Moto z2 ຫຼື  Moto…

Meizu Pro 7 ມືຖືທີ່ (ອາດຈະ) ມີຈໍຫຼັງ

ມືຖືແບຣນ Meizu ມີກໍານົດການວາງຂາຍມືຖືລຸ້ນໃຫມ່ Pro 7  ໃນໄລຍະຕົ້ນເດືອນໜ້າ ແລະ ມີພາບຫຼຸດທີ່ໜ້າສົນໃຈຂອງມືຖືລຸ້ນນີ້ອອກມາ ສະແດງໃຫ້ເຫັນເຖິງສິ່ງທີ່ໃຜກໍຄາດບໍ່ເຖິງ. ຄວາມໜ້າສົນໃຈສິ່ງທໍາອິດກໍຄື ການອອກແບບຕົວເຄື່ອງໃຫ້ມີໜ້າຈໍແບບໄຮ້ຂອບຂ້າງ ຫຼື Edge-to-edge design  ຄ້າຍຄືກັບຮູບແບບຂອງຄູ່ແຂ່ງເຊັ່ນ Xiaomi Mi Mix ແລະ ເປັນໜ້າຈໍຂະໜາດໃຫຍ່….

Facebook ສະຫຼອງວາລະພາບ GIF ມີອາຍຸຄົບ 30 ປີ ດ້ວຍການໃຫ້ໃສ່ GIF ໃນຊ່ອງຄອມເມັ້ນໄດ້ແລ້ວ

  ຄວາມນິຍາມຂອງການໃຊ້ພາບ GIF ນັ້ນ ມີອັດຕາການສູງຫຼາຍ ​ເຊິ່ງ GIF ໄດ້ຖືກກໍາເນີດຂຶ້ນໃນວັນທີ 15 ມິຖຸນາ 1987 ແລະ ວັນທີ 30 ປີກາຍ Facebook ກໍເລີຍຖືໂອກາດນີ້ເປີດຕົວຟີເຈີຣ໌ໃຫມ່ ອະນຸຍາດໃຫ້ຜູ້ໃຊ້ສາມາດໃສ່ພາບ GIF ລົງໃນບ່ອນຄອມເມັ້ນໄດ້ແລ້ວ….

error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!