iPhone ໃນປີ 2018 ຈະປ່ຽນມາໃຊ້ຈໍສະແດງຜົນ OLED ທັງໝົດ ແລະມີດ້ວຍກັນ 3 ລຸ້ນ

ລາຍງານກ່ຽວກັບ iPhone ລຸ້ນໃຫມ່ ທີ່ຈະອອກມາໃນ​ໄລຍະລະດູແລ້ງປີນີ້  (ກັນຍາ-ພະຈິກ) ຄາດກັນວ່າຈະມີ 3 ລຸ້ນ ໄດ້ແກ່  iPhone 8, iPhone 7s ແລະ  iPhone 7s Plus, ໂດຍ iPhone 8…

ໂທລະສັບມືຖື ແລະ ແທັບເລັດ Windows 10 ລະດັບດີລຸ້ນໃຫມ່ອາດມາພ້ອມເຕັກໂນໂລຊີ AR/VR ແລະ ເປີດຕົວປີ 2018

Brad Sams ບັນນາທິການບໍລິຫານຂອງ Thurrott.com ກ່າວວ່າ: ອຸປະກອນມືຖື Windows 10 ລຸ້ນຕົ້ນແບບ ກໍາລັງໄດ້ຮັບການທົດລອງໃນປັດຈຸບັນນີ້ຢູ່ສໍານັກງານໃຫຍ່ ​ເຊິ່ງຍັງບໍ່ມີຂໍ້ມູນຈະ​ແຈ້ງວ່າຈະເຫັນໂທລະສັບມືຖື ຫຼື ແທັບເລັດ. ອຸປະກອນດັ່ງກ່າວຈະບໍ່ໄດ້ຜະລິດໂດຍແຜນ Surface ຂອງ Microsoft  ແຕ່ຄາດວ່າຈະຢູ່ໃນຄວາມຮັບຜິດຊອບ Alex Kipman…

Baidu ຖືກສອບສວນຢູ່ຈີນຂໍ້ຫາທົດລອງລົດຍົນຂັບເອງໄດ້ໃນເສັ້ນທາງສາທາລະນະ

ເມື່ອເວົ້າເຖິງ Baidu ເຊື່ອວ່າຜູ້ອ່ານຈະມີຊອບແວ​ໃນຄອມພິວເຕີເປັນລໍາດັບທໍາອິດ, ແຕ່ອີກດ້ານໜຶ່ງຂອງ Baidu ໃນປະເທດຈີນ ຄືການຄົ້ນຫາໃຫຍ່ທີ່ສຸດຂອງຈີນ ແລະ ຍັງເປັນບໍລິສັດທີ່ຄິດຄົ້ນນະວັດຕະກໍາຕ່າງໆ ເປັນຈໍານວນຫຼາຍ ເອີ້ນໄດ້ວ່າບໍ່ນ້ອຍໜ້າ Google ກໍວ່າໄດ້. ແລະ ເມື່ອບໍ່ດົນມານີ້ Baidu  ໄດ້ມີການຈັດງານ Baidu Create 2017  ງານປະຊຸມນັກພັດທະນາປະຈໍາປີ…

ຝຣັ່ງ ຫ້າມບໍ່ໃຫ້ມີການຂາຍລົດໃສ່ນໍ້າມັນນັບແຕ່ປີ 2040 ເປັນຕົ້ນໄປ

ລັດຖະມົນຕີສິ່ງແວດລ້ອຂອງປະເທດຝຣັ່ງ ປະກາດວ່າ: ນັບແຕ່ປີ 2040 ຈະບໍ່ມີການຂາຍລົດທີ່ໃສ່ນໍ້າມັນເຊື້ອ​ໄຟທັງແບບ​ແອັດ​ຊັງ ແລະ ກາ​ຊວນໃນປະເທດຝຣັ່ງອີກຕໍ່ໄປ. ໂດຍທ່ານ Nicolas Hulot  ລັດຖະມົນຕີວ່າການກະຊວງສິ່ງແວດລ້ອມ ຂອງປະເທດຝຣັ່ງ ໄດ້ວາງແຜນງານເປັນໄລຍະເວລາ 5 ປີ ເພື່ອສົ່ງເສີມການໃຊ້ພະລັງງານສະອາດໃຫ້ສອດຄ່ອງກັບຂໍ້ຕົກລົງປາຣີ (Paris accord  ຂອບອະນຸສັນຍາສະຫະປະຊາຊາດວ່າດ້ວຍການປ່ຽນແປງສະພາບອາກາດ ເພື່ອກໍານົດມາດຕະການຫຼຸດການປ່ອຍ​ແກັສກາກບອນໄດອອກໄຊ)…

ຈີນສ້າງໂຮງໄຟຟ້າພະລັງງານແສງຕາເວັນເປັນຮູບໝີແພນດ້າ

ປັດຈຸບັນນີ້ມີການສ້າງໂຮງໄຟຟ້າພະລັງງານແສງຕາເວັນເພີ່ມຫຼາຍຂຶ້ນ ເຊິ່ງຮູບຮ່າງຂອງໂຮງງານໄຟຟ້າສ່ວນຫລາຍບໍ່ມີອັນໃດພິເສດ, ແຕ່ບໍ່ແມ່ນກັບໂຮງໄຟຟ້າພະລັງງານແສງຕາເວັນທີ່ຫາກໍສ້າງແລ້ວໃນປະເທດຈີນ ໂດຍໂຮງໄຟຟ້າແຫ່ງນີ້ຖ້າເບິ່ງຈາກມຸມສູງເຮົາຈະເຫັນວ່າໂຮງໄຟຟ້າພະລັງງານແສງຕາເວັນແຫ່ງນີ້ເປັນຮູບໝີແພນດ້າ ເຊິ່ງໃນອະນາຄົດຈະມີໂຮງໄຟຟ້າຮູບໝີແພນດ້າສ້າງມາອີກແຫ່ງໜຶ່ງ. ໂຮງໄຟຟ້າແພນດ້າແຫ່ງນີ້ ສ້າງຂຶ້ນຈາກການຮ່ວມມືລະຫວ່າງPanda Green Energy, China Merchants New Energy Group (CMNE) ແລະ  United Nations Development Program (UNDP)…

RED ຜູ້ຜະລິດກ້ອງລະດັບຮໍລີວູດ ເປີດໂຕ HYDROGEN ໂທລະສັບມືຖື Holographic display ລຸ້ນທໍາອິດຂອງໂລກ

ກ່ອນໜ້ານີ້ເຮົາເຫັນຜູ້ຜະລິດກ້ອງເຊັ່ນ: Kodak ແລະ Polaroid ໄດ້ເຂົ້າສູ່ຕະຫຼາດໂທລະສັບມືຖື. ຫຼ້າສຸດ RED ຜູ້ຜະລິດກ້ອງຊື່ດັງກໍໄດ້ເຂົ້າມາຮ່ວມນຳ​ອີກ. ສໍາລັບຜູ້ທີ່ບໍ່ຮູ້ຈັກຄ່າຍ RED ຄ່າຍນີ້ຜະລິດກ້ອງດິຈິຕອນລະດັບສູງ ນິຍົມໃຊ້ໃນລະດັບໂປຣດັກຊັ່ນໃຫຍ່ໆ ໜັງຮໍລີວູດຫຼາຍເລື່ອງກໍໃຊ້ກ້ອງຂອງ RED ໃນການຖ່າຍທໍາ ລາຄາກ້ອງຢູ່ໃນລະດັບຫຼັກລ້ານບາດ. HYDROGEN ຄືຂອງຫຼິ້ນໃຫມ່ຈາກ RED ທີ່ຫາກໍເປີດໃຊ້ ມັນເປັນໂທລະສັບລະບົບປະຕິບັດການ  Android ລາຄາເລີ່ມຕົ້ນປະມານ…

ແຄປຊູນຂົນເດັກນ້ອຍປ່ວຍໜັກຜະລິດຈາກເຕັກໂນໂລຊີຟໍມູລາວັນ

ບໍລິສັດວິລລຽມ ແອດວານຊ໌ ເອັນຈິເນຍຣິງ ໃນສະຫະຣາຊາອານາຈັກ ຜູ້ຄິດຄົ້ນວິໄຈເຕັກໂນໂລຊີການແຂ່ງລົດສູດໜຶ່ງໃຫ້ກັບທີມວິລລຽມ ຟໍມູລາວັນ ປະດິດແຄປຊູນຂົນສົ່ງເດັກນ້ອຍທີ່ປ່ວຍໜັກ ໂດຍໃຊ້ເຕັກໂນໂລຊີດຽວກັບການສ້າງລົດແຂ່ງຟໍມູລາວັນ ເຊິ່ງຈະຊ່ວຍເຄື່ອນຍ້າຍເດັກນ້ອຍທີ່ປ່ວຍໃນຂັ້ນວິກິດໄດ້ຢ່າງວ່ອງໄວ, ປອດໄພ ແລະ ມີໂອກາດລອດຊີວິດເພີ່ມສູງຂຶ້ນ.             ແຄປຊູນຂົນສົ່ງເດັກນ້ອຍດັ່ງກ່າວມີຊື່ເອີ້ນວ່າ ເບບບີ້ພອດ 20 (Babypod 20) ເຮັດຈາກວັດສະດຸກາກບອນໄຟເບີຊີ່ງ ມີນໍ້າໜັກເບົາພຽງ…

ຢຸດໂຄງການລົດເມຂອງຈີນທີ່ແລ່ນຕາມລາງຂອບຖະໜົນ

ສ້າງກະແສໄດ້ຢ່າງຫຼວງຫຼາຍໃນປີກາຍ ກັບພາບຂອງລົດເມສຸດໄຮເທັກຂອງເມືອງຈີນ ທີ່ສາມາດຮັບມືກັບບັນຫາລົດຕິດດ້ວຍການແລ່ນຕາມຂອບຖະໜົນ ​ເຊິ່ງມີການຂະໜານນາມໃຫ້ກັບລົດເມປະເພດນີ້ວ່າ  Straddling bus ແຕ່ບາງຄົນໃຫ້ຄວາມເຫັນວ່າມັນຄືກັບລົດຄັນໃຫຍ່ ທີ່ແລ່ນໂອບລົດຄັນນ້ອຍ ທີ່ແລ່ນຕາມຖະໜົນ.             ແຕ່ເບິ່ງວ່າໃນຕອນນີ້ ອະພິມະຫາໂປຣເຈັກລົດເມແລ່ນຕາມລາງຂອບຖະໜົນເປັນອັນຕ້ອງຢຸດລົງແລ້ວ ອ້າງອີງຈາກແຫຼ່ງຂ່າວ Quartz ທີ່ມີການລາຍງານວ່າ: ຕໍາຫຼວດໃນເມືອງປັກກິ່ງ ກໍາລັງກວດສອບບໍລິສັດທີ່ຢູ່ເບື່ອງຫຼັງລົດເມແລ່ນຕາມລາງຂອບຖະໜົນນີ້ ກ່ຽວກັບການເພີ່ມຂຶ້ນຂອງລາຍຮັບຢ່າງຜິດປົກກະຕິ ຜ່ານຊ່ອງທາງການຫາເງິນແບບອອນລາຍ ​ເຊິ່ງຂ່າວນີ້ຖືກປ່ອຍອອກມາໜຶ່ງງອາທິດພາຍຫຼັງທາງການຈີນ…

ບອນລູນສໍາຫລວດອະວະກາດຂອງ KFC ລົງຈອດສຸກເສີນສາເຫດເພາະເກີດອາການຮົ່ວ

ຂ່າວໃຫຍ່ສະເທືອນວົງການ ເມື່ອຊື່​ຍີ່​ຫໍ້ໄກ່ຈືນລະດັບໂລກເຊັ່ນ KFC  ປະສົບຄວາມຫລົ້ມເຫຼວໃນການເດີນທາງດ້ວຍບອນລູນສໍາຫລວດອະວະກາດ ໂດຍບອນລູນຂອງ KFC ວາງແຜນວ່າຈະເດີນທາງຢູ່ເທິງຊັ້ນບັນຍາກາດໂລກເປັນເວລາ 4 ວັນ, ແຕ່ພາຍຫລັງທີ່ສົ່ງຂຶ້ນໄປໄດ້ພຽງ 17 ຊົ່ວໂມງ ຈໍາເປັນຕ້ອງລົງຈອດສຸກເສີນ ເພາະບອນລູນສໍາຫລວດອະວະກາດເກີດອາການຮົ່ວ. ​ເຊິ່ງຄວາມຜິດພາດນີ້ ອາດຈະຕົກເປັນຄວາມຮັບຜິດຊອບຂອງບໍລິສັດ World View Enterprises  ຢູ່ທີ່ລະບົບເບື້ອງຫຼັງຂອງບອນລູນສໍາຫລວດອະວະກາດທີ່ທາງ…

ສ.ເກົາຫຼີ ຈະໃຊ້ຫຸ່ນຍົນຄອຍໃຫ້ບໍລິການໃນສະໜາມບິນ

ສ.ເກົາຫຼີ ຈະສົ່ງຫຸ່ນຍົນອັດສະລິຍະຄອຍໃຫ້ບໍລິການ ແລະ ຊ່ວຍເຫຼືອຜູ້ໂດຍສານທີ່ເດີນທາງມາສະໜາມ​ບິນ​ສາກົນອິນຊອນໃນເດືອນນີ້ ກຽມພ້ອມການເປັນເຈົ້າການຈັດການແຂ່ງຂັນກິລາໂອລິມປິກລະດູໜາວຄັ້ງທໍາອິດ. ຫຸ່ນຍົນ “Troika” ທີ່ໄດ້ຮັບການພັດທະນາໂດຍບໍລິສັດແອລຈີ ​ເອເລັກໂຕນິກ ຈະເປັນຫຸ່ນຍົນເຄື່ອນທີ່ອັດຕະໂນມັດລຸ້ນຫຼ້າສຸດທີ່ຈະເຂົ້າມາມີບົດບາດໃຫ້ບໍລິການຜູ້ໂດຍສານພາຍໃນສະໜາມບິນອິນຊອນນັບແຕ່ເດືອນນີ້ເປັນຕົ້ນໄປ. ຫຸ່ນຍົນນີ້ມີຂະໜາດເທົ່າກັບເດັກນ້ອຍໄວລຸ້ນສູງ 140 ຊັງຕີແມັດ, ລໍາຕົວດ້ານໜ້້າຈໍຄ້າຍຄືໂທລະສັບ ໄວ້ສະແດງຂໍ້ມູນຖ້ຽວບິນ ແຜນທີ່ພາຍໃນສະໜາມບິນ ແລະ ຂໍ້ມູນສະພາບອາກາດພາຍນອກ, ສ່ວນຫົວມີລັກສະນະມົນເປັນໜ້າຈໍສໍາຜັດ ສະແດງຜົນເປັນຮູບຕາກະພິບໄດ້…

error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!