ພາບຖ່າຍຫລ້າສຸດຈາກ NASA ເຜີຍໃຫ້ເຫັນພາຍຸແດງອະມະຕະ 350 ປີເທິງດາວພະຫັດ

ປິດສະໜາຢ່າງໜຶ່ງຂອງ Jupite ຫຼື ດາວພະຫັດ ທີ່ນັກວິທະຍາສາດຍັງບໍ່ສາມາດໃຫ້ຄໍາອະທິບາຍໄດ້ ຄືສິ່ງທີ່ເອີ້ນວ່າ Great Red Spot ຫຼື ຈຸດແດງຂະໜາດໃຫຍ່ເທິງຜິວດາວພະຫັດ ມັນກໍຄືພາຍຸຂະໜາດໃຫຍ່ທີ່ມີການຄົ້ນພົບໃນຄັ້ງທໍາອິດເມື່ອປີ 1665 ຈົນເຖິງປີນີ້ ປີ 2017 ມັນເປັນເວລາກວ່າ 352 ປີແລ້ວ ທີ່ພາຍຸສີແດງເທິງດາວພະຫັດຍັງຄົງໝູນຢູ່ແບບນັ້ນ…

Google ທົດລອງໃຊ້  AI ປັບແຕ່ງພາບວິວທິວທັດຈາກ Street View ບໍ່ອາ​ໄສຝີມືມະນຸດ

ການທົດລອງເຕັກໂນໂລຊີ Artificial Intelligence ຫຼື AI (ປັບບັນຍາປະດິດ) ຫລ້າສຸດຂອງ  Google ເປັນການນໍາພາບວິວທິວທັດຈາກ Street View ມາປັບ ແລະ ຕົບແຕ່ງເພື່ອໃຫ້ມີຄວາມງົດງາມໃນລະດັບມືອາຊີບດ້ວຍ  AI ຫຼຸດການອາ​ໄສຝີມືຂອງມະນຸດ ເປັນອີກໜຶ່ງຮູບແບບຂອງການໃຊ້ AI ທີ່ອາດກ່າວໄດ້ວ່າ ເປັນການຫຼຸດການ​ເຮັດ​ວຽກໃຫ້​ແກ່ມະນຸດ….

ສຸດຍອດ ໂທລະສັບມືຖືເຄື່ອງທໍາອິດຂອງໂລກ ທີ່ບໍ່ງໍ້ແບັດເຕີຣີ

ຈາກຄວາມສາມາດທີ່ເພີ່ມຂຶ້ນເລື້ອຍໆຂອງໂທລະສັບມືຖື ບໍ່ວ່າຈະເປັນການ Live ຖ່າຍທອດສົດ, ຈາກການຟັງເພງແບບສະຕຣີມ ແລະ ຟີເຈີອີກ 108 ທີ່ມີຢູ່ໃນໂທລະສັບມືຖືຂອງເຮົາ ເຮັດໃຫ້ນັບມື້ແບັດເຕີຣີຈະໝົດໄວ້ຂຶ້ນເລື້ອຍໆ ແລະ ການທີ່ໂທລະສັບມືຖືແບັດໝົດ ກໍເຮັດໃຫ້ມັນກາຍສະພາບເປັນສິ່ງຂອງທີ່ໄຮ້ປະໂຫຍດໄປໃນທັນທີ. ແລະ ໂຊກດີທີ່ໃນຕອນນີ້ ນັກວິໄຈຈາກ University of Washington ໄດ້ຄິດຄົ້ນເຕັກໂນໂລຊີຫລ້າສຸດ…

ໂດຣນໃຫມ່ສ້າງສະຖິຕິ ບິນໄວທີ່ສຸດໃນໂລກ 163 ໄມລ໌ຕໍ່ຊົ່ວໂມງ

ໃນການແຂ່ງຂັນຄວາມໄວໂດຣນ (Drone Racing League : DRL) ທີ່ນະຄອນຫລວງລອນດອນ ປະເທດອັງກິດ ໄດ້ມີໂດຣນລໍາໜຶ່ງທໍາລາຍສະຖິຕິ ເປັນ “ໂດຣນທີ່ບິນໄວທີ່ສຸດໃນໂລກ” ໃນການແຂ່ງຂັນ DRL ດັງກ່າວ ຜູ້ເຂົ້າຮ່ວມຈະສ້າງໂດຣນທີ່ມີທັງຄວາມໄວ ແລະ ຄວາມທົນທານຂຶ້ນມາເພື່ອແຂ່ງຂັນ ເຊິ່ງສ່ວນຫຼາຍແລ້ວຈະມີຄວາມໄວສູງສຸດ 80 ໄມລ໌ຕໍ່ຊົ່ວໂມງ,…

ລົດ  BMW ລຸ້ນໃຫມ່ ຈະສາມາດລົມ Skype ແລະ ໃຊ້ Cortana ໄດ້

Microsof ກໍາລັງຂະຫຍາຍການຮ່ວມມືກັບຜູ້ຜະລິດລົດຍົນຫຼູ BMW ໂດຍຈະນໍາໂປຣແກຣມ Skype for Business ໄປໃສ່ໄວ້ໃນລົດຂອງ BMW ທີ່ມີລະບົບ iDrive ​ເຊິ່ງກ່ອນໜ້ານີ້ BMW ເປັນຜູ້ຜະລິດລົດລາຍທໍາອິດທີ່ນໍາບໍລິການ  Office 365 ໄປໃສ່ໃນລົດຍົນ ໂດຍ Skype ຈະເປັນແນວຫຼິ້ນໃຫມ່ທີ່ຈະພັດທະນາລວມໄວ້ໃນລະບົບສ້າງຄວາມບັນເທີງໃນລົດ….

Nikon ກໍາລັງຈະເອົາຈິງກັບ ມິລເລີຣເລສ

​ໃນອາທິດຜ່ານມາ ມີຂ່າວໃຫຍ່ໃນວົງການກ້ອງທີ່ໜ້າສົນໃຈຫຼາຍອອກມາວ່າ Nikon ກໍາລັງພັດທະນາກ້ອງມິລເລີຣ​ແບບໃຫມ່ ແລະ ຄັ້ງນີ້ເປັນການເອົາແບບຈິງຈັງ ໂດຍແຫຼ່ງຂ່າວນີ້ ມາຈາກການແປບົດສໍາພາດຂອງປະທານບໍລິສັດ Nikon ທີ່ໄດ້ໃຫ້ສໍາພາດເປັນພາສາຍີ່ປຸ່ນ ເຮັດໃຫ້ຂ່າວນີ້ຍັງມີຄວາມຄຸມເຄືອຢູ່ວ່າເປັນເລື່ອງຈິງ ຫຼື ບໍ່.             ແຕ່ຕອນນີ້ ຂ່າວກັບມາເອົາຈິງໃນຕະຫຼາດມິລເລີຣເລສ ມີຄວາມຈະ​ແຈ້ງຂຶ້ນມາແລ້ວ ເມື່ອຫລ້າສຸດມີຕົວແທນຈາກ Nikon ໄດ້ສົ່ງຂໍ້ຄວາມຖະແຫຼງການໄປຍັງເວັບໄຊ…

ໃກ້ຄວາມເປັນຈິງ ກັບການຂຸດບໍ່ແຮ່ເທິງດວງຈັນ ແລ້ວເອົາກັບມາຂາຍຢູ່ໂລກ

ການຂຸດຄົ້ນບໍ່ແຮ່ເທິງດາວເຄາະດວງອື່ນ ເພື່ອນໍາຊັບພະຍາກອນມາ​ໃຊ້​ໃນໂລກ ເປັນແນວຄິດທີ່ມີການເວົ້າເຖິງມາເປັນໄລຍະເວລາຍາວນານແລ້ວ ແຕ່ກໍບໍ່ເຫັນທ່າ​ທີວ່າຈະເກີດຂຶ້ນຈິງ. ແຕ່ໃນວັນນີ້ ມີການເຄື່ອນໄຫວທີ່ໜ້າສົນໃຈອອກມາຈາກ ບໍລິສັດເອກະຊົນດ້ານການສໍາຫລວດອະວະກາດທີ່ມີຊື່ວ່າ Moon Express ໄດ້ອອກມາໃຫ້ຂ່າວກ່ຽວກັບລາຍລະອຽດຂອງການສ້າງຖານທັບຫຸ່ນຍົນນັກຂຸດບໍ່ແຮ່ ທີ່ເທິງຂົ້ວໂລກໃຕ້ຂອງດວງຈັນ ໂດຍວາງເປົ້າໝາຍວ່າ ຈະເລີ່ມໂຄງການໃນປີ 2020 ແລະ ເພື່ອຈະເຮັດໃຫ້ເລື່ອງນີ້ເປັນຈິງຂຶ້ນມາໄດ້ ບໍລິສັດ Moon Express ຕ້ອງສ້າງຍານອະວະກາດຮູບແບບໃຫມ່ທີ່ມີຊື່ເອີ້ນວ່າ…

Google ປ່ອຍໂປຣແກຣມ Backup and Sync ສໍາລັບໃຊ້ແທນ  Google Drive ແລະ Google Photos

 Google ເປີດໂຕໂປຣແກຣມທີ່ມີຊື່ວ່າ Backup and Sync ສໍາລັບ PCs ແລະ Macs ມີຄວາມສາມາດໃນການສໍາຮອງຂໍ້ມູນໄຟລ໌ ແລະ ພາບໄປຍັງ Google Drive ແລະ  Google Photos ຊ່ວຍໃຫ້ຜູ້ໃຊ້ໄດ້ຮັບຄວາມສະດວກສະບາຍຫຼາຍຂຶ້ນ ​ເຊິ່ງໂປຣແກຣມນີ້ຈະຖືກໃຊ້ແທນໂປຣແກຣມເກົ່າເຊັ່ນ: Google Drive…

CopyCat ມັລແວໂຕຮ້າຍ ລະບາດເທິງແອນດຣອຍແລ້ວກວ່າ 14 ລ້ານເຄື່ອງ ເສຍຫາຍຫຼາຍກວ່າ 1,5 ລ້ານໂດລາ

CopyCat ມັລແວໂຕຮ້າຍລະບາດໜັກໃນລະບົບແອນດຣອຍ ສ້າງຄວາມເສຍຫາຍຫລາຍກວ່າ 1,5 ລ້ານ​ໂດ​ລາ​ສະຫະລັດ. ຄວາມຈິງແລ້ວມູນຄ່າຄວາມເສຍຫາຍຫຼາຍລ້ານເກີດກັບຜູ້ໃຫ້ບໍລິການໂຄລະນາຫຼາຍກວ່າຜູ້ໃຊ້ທົ່ວໄປ. ກ່າວເຖິງລະບົບປະຕິບັດການທີ່ມີຜູ້ໃຊ້ຫຼາຍທີ່ສຸດໃນໂລກເຊັ່ນ ແອນດຣອຍ (Android) ທີ່ຖືກຕໍ່ຍອດມາຈາກ Linux ຖືກນໍາມາໃຊ້ຮ່ວມກັບອຸປະກອນຫຼວງຫຼາຍ ເພາະເປັນ Open Source ທີ່ເປີດໃຫ້ທຸກຄົນສາມາດນໍາໄປໃຊ້ ຫຼື ແກ້ໄຂ້ໄດ້. ແອັບພລິເຄຊັ່ນກໍມີໃຫ້ເລືອກຫຼວງຫຼາຍ ແຕ່ທຸກຄົນຮູ້ບໍ່ວ່າ…

ມາເບິ່ງສໍານັກງານຂອງ Google ຈາກບ່ອນຕ່າງໆໃນທົ່ວໂລກ ແລ້ວຈະຮູ້ວ່າເປັນຫຍັງພະນັກງານຈຶ່ງມັກບ່ອນນີ້ຫຼາຍ

Google ເປັນທີ່ຮູ້ຈັກກັນດີໃນການອອກແບບສໍານັກງານໄດ້ຢ່າງສ້າງສັນ, ສ້າງຄວາມສຸກໃຫ້ກັບພະນັກງານ ​ເຊິ່ງການສ້າງຜະລິດຕະພັນດ້ານເຕັກໂນໂລຊີທີ່ີມີປະສິດທິພາບຢ່າງທີ່ເຮົາເຫັນໃນທຸກວັນນີ້. ສໍານັກງານຢູ່​ຢູຣິກ ປະເທດສະວິດ: ໄດ້ຮັບການອອກແບບໂດຍບໍລິສັດສະຖາປະ​ນິກ Camenzind Evolution ໂດຍມີຫ້ອງປະຊຸມຮູບໄຂ່, ຫ້ອງປະຊຸມຮູບອຸໂມງໃຕ້ດິນທີ່ເບິ່ງລຶກລັບ ແລະ ສະໜາມກິລາບານເຕະ ແລະ ບານບ່ວງ.   ສໍານັກງານຢູ່ດັບລິນ ສາທາລະນະລັດອຽກລັງ: ມີພື້ນທີ່ເຮັດວຽກເປັນສີສັນ​ຕ່າງໆ ເພື່ອໃຫ້ພະນັກງານຮູ້ສຶກຜ່ອນຄາຍ…

error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!