ບຸນປີໃໝ່ລາວ
ຕາມຮີດຂອງຄົນລາວຊາວພຸດເຮົາ ເຊິ່ງໃນທຸກໆປີ ເມື່ອຮອດ ເດືອນຫ້າລາວແລ້ວເພິ່ນກໍເລີ່ມ ເຮັດບຸນປີໃໝ່, ເປັນບຸນທີ່ເຮັດຕາມ ຄວາມເຊື່ອ ແລະ ຕາມຕໍາລາ ຂອງໂຫລາສາດ, ແຕ່ວິທີເຮັດ ບຸນນີ້ມີລັກສະນະເຈືອປົນກັນລະຫວ່າງສາດສະໜາພາມ ແລະ ສາດສະໜາພຸດ ເຊິ່ງໄດ້ມີມູນເຫດ ມາຈາກເລື່ອງນາງທິດາທັງ ເຈັດໄດ້ຜັດປ່ຽນກັນມາແຫ່ກະ ສຽນຂອງທ້າວກະບິນລະພົນ ຜູ້ເປັນພໍ່ມາຫົດສົງຕາມຄໍາສັ່ງ ຂອງພໍ່ກ່ອນຖືກທ້າວທໍາມະບານກຸມານຕັດຄໍ…