ມາຮອດໄລຍະນີ້ ມັກຈະໄດ້ຍິນຂ່າວກ່ຽວກັບບຸນບັ້ງໄຟຫຼືບຸນເດືອນຫົກຢູ່ບ້ານນັ້ນ ເມືອງນີ້ອ່າວຖີ່ຂຶ້ນ ນີ້ກໍຍ້ອນວ່າບຸນເດືອນຫົກ ຫຼື ບຸນບັ້ງໄຟແມ່ນໜຶ່ງໃນຮີດ12ຄອງສິບສີ່ຂອງລາວເຮົາທີ່ສືບທອດກັນມາແຕ່ດົນນານ ເຊິ່ງໃນປັດຈຸບັນພວມໄດ້ຮັບການປົກປັກຮັກສາແລະເສີມຂະຫຍາຍສິ່ງທີ່ເປັນເອກະລັກທາງດ້ານຮີດຄອງປະເພນີອັນດີງາມຂອງລາວໃຫ້ຄົງຢູ່ຄູ່ກັບຄົນລາວຕະຫຼອດໄປ. ບຸນບັ້ງໄຟນີ້ຈະຈັດຢູ່ໃນໄລຍະເດືອນຫົກລາວຕາມປະຕິທິນຈັນທະຄະຕິ ເຊິ່ງເປັນໄລຍະກ່ອນລະດູນາປີ ລັກສະນະເນື້ອໃນຂອງງານຈະມີການຈູດບັ້ງໄຟຢ່າງຫຼວງຫຼາຍ ເນື່ອງຈາກວ່າຄົນລາວໃນຍຸກກ່ອນອາໄສຫາລ້ຽງຊີບດ້ວຍການເຮັດນາເປັນຫຼັກ, ຄວາມອຸດົມສົມບູນຂອງເຂົ້າໃນນາຈຶ່ງເປັນຄວາມຫວັງທີ່ຍິ່ງໃຫຍ່ທີ່ສຸດຂອງຊາວນາ ຕາມຄວາມເຊື່ອຂອງຄົນໃນເມື່ອກ່ອນເພື່ອບໍ່ໃຫ້ເກີດເຫດເພດໄພຕ່າງໆໃນນາເຂົ້າ ຈຶ່ງໄດ້ເຮັດພິທີຈູດບັ້ງໄຟເພື່ອບູຊາພະຍາແຖນ ຜູ້ມອບໃຫ້ເຊິ່ງຄວາມອຸດົມສົມບູນເພື່ອປະທານຄວາມອຸດົມສົມບູນໃຫ້ເຂົ້າໃນນາ. ໃນເມື່ອກ່ອນການຫຼິ້ນບຸນບັ້ງໄຟມີຫຼາຍຢ່າງທີ່ບໍ່ເໝາະສົມກໍຖືກປ່ອຍປະໄປຕາມຍຸກຕາມສະໄໝ ບໍ່ວ່າຈະແມ່ນການຄົບງັນ, ການແຫ່ການເຊີ້ງທີ່ມີລັກສະນະລໍ່ແຫຼມສຽດສີເພດກົງກົນຂ້າມ, ສຽດສີອຳນາດການປົກຄອງ, ການປະດັບປະດາເອ້ຢ້ອງທີ່ບໍ່ເໝາະສົມ….