ສະມາຊິກພັກຕ້ອງເປັນແວ່ນແຍງອັນໃສແຈ້ງແກ່ມະຫາຊົນ

ໂດຍ: ທິດກໍ່າ ການສະເຫລີມສະຫລອງ ວັນສ້າງຄັ້ງພັກ ປະຊາຊົນປະຕິວັດລາວ ຄົບຮອບ 70 ປີ ວັນທີ 22 ມີນາ ທີ່ຜ່ານມາ ເປັນວັນສຳຄັນຂອງບັນດາສະຫາຍທີ່ໄດ້ເປັນສະມາຊິກພັກຈໍານວນຫລາຍແສນຄົນໃນທົ່ວປະເທດ. ໃນແຕ່ລະປີ ເມື່ອເຖິງວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ບັນດາສະຫາຍທີ່ເປັນສະມາຊິກພັກທຸກທົ່ວໜ້າຕ່າງກໍພາກພູມໃຈຕໍ່ຕົນເອງທີ່ໄດ້ຜ່ານການຝຶກຝົນຫລໍ່ຫລອມໃນແປວໄຟແຫ່ງພາລະກິດໜ້າທີ່ການງານມາຢ່າງລະອຽດລະອ້ຽວຈົນວ່າການຈັດຕັ້ງເຊື່ອໝັ້ນຮັບເຂົ້າເປັນສະມາຊິກຂອງພັກ. ກ່ອນຈະໄດ້ເຂົ້າເປັນສະມາຊິກຂອງພັກ ມັນກໍບໍ່ແມ່ນເລື່ອງທີ່ງ່າຍດາຍ ຕ້ອງຜ່ານການຕິດຕາມຜົນງານຄຸນສົມບັດປະຕິວັດມີປະຫວັດຈະແຈ້ງ ແລະ…

70 ປີໃຕ້ການນໍາພາຂອງພັກ

ໂດຍ: ທິດກໍ່າ ມາຮອດປີ 2025 ເປັນປີຄົບຮອບ 70 ປີແຫ່ງການສ້າງຕັ້ງພັກປະຊາຊົນປະຕິວັດລາວ. ດັ່ງພວກເຮົາຮູ້ນໍາກັນແລ້ວວ່າ ພັກປະຊາຊົນປະຕິວັດລາວເປັນພັກຂອງຊົນຊັ້ນກໍາມະຊີບໂດຍລວມ ຫລື ເວົ້າອີກຢ່າງໜຶ່ງແມ່ນເປັນພັກພັນທະພາບກໍາມະກອນຊາວນາທີ່ມາຈາກປະຊາຊົນເພື່ອປະຊາຊົນ ແລະ ຮັບໃຊ້ປະຊາຊົນ, ໃນນັ້ນປະກອບມີຊົນຊັ້ນກໍາມະກອນ, ຊາວໄຮ່ນາ ແລະ ປັນຍາຊົນທີ່ຮັກຊາດ ຕະຫລອດກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທີ່ເຮັດໜ້າທີ່ພິທັກຮັກສາປະເທດຊາດເພື່ອປົກປ້ອງມາຕຸພູມອັນແສນຮັກ ແລະ ຫວງແຫນຂອງຊາດລາວ…

ພ້ອມກັນເສີມຂະຫຍາຍມູນເຊື້ອອັນສະຫງ່າລາສີຂອງພັກ

ໂດຍ: ທິດກໍ່າ ການສະເຫລີມສະຫລອງວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ ໄດ້ຜ່ານພົ້ນໄປດ້ວຍບັນຍາກາດອັນດີ, ມີຄວາມໝາຍ ແລະ ຍິ່ງໃຫຍ່ທາງດ້ານປະຫວັດສາດຂອງຊາດ ແລະ ຂອງພັກ. ເວົ້າໄດ້ວ່າຜ່ານການສະເຫລີມສະຫລອງວັນສ້າງຕັ້ງພັກໃນປີ 2025 ຄັ້ງນີ້ ໄດ້ມີກິດຈະກໍາຫລາຍຢ່າງທີ່ສະທ້ອນໃຫ້ເຫັນເຖິງຂະບວນການຕ່າງໆຂອງຊາດ ແລະ ຂອງພັກ. ສະເພາະຢູ່ນະຄອນຫລວງວຽງຈັນ ອັນເປັນສູນກາງທາງດ້ານການເມືອງ…

ອາລະຍະທຳອັນເກົ່າແກ່ ແລະ ມີຄຸນຄ່າທາງຈິດໃຈ ຈົ່ງຮັກສາໄວ້ໃຫ້ຍືນນານ

ໂດຍ: ຜາຕຸງ ປະເທດລາວເປັນປະເທດໜຶ່ງທີ່ມີປະຫວັດຄວາມຮຸ່ງເຮືອງເຫຼືອງເຫຼື້ອມທາງ ອາລະຍະທຳ ຮ່ອງຮອຍປະຫວັດສາດ ດັ່ງນັ້ນມັນຈຶ່ງບໍ່ແມ່ນເລື່ອງແປກປະຫຼາດແຕ່ປະການໃດ ທີ່ເຮົາຈະພົບເຫັນ ຮ່ອງຮອຍຂອງ ອາລະຍະທຳເຫຼົ່ານັ້ນ ເປັນຕົ້ນແມ່ນ ທາດເກົ່າແກ່, ຜາສາດຫີນ, ເຮືອນຫີນ, ວັດຖຸໂບຮານ ແລະ ອື່ນໆ ຢູ່ແຕ່ລະເຂດແຕ່ລະແຂວງຂອງປະເທດ ມາຮອດປັດຈຸບັນວັດຖຸບູຮານອັນເກົ່າແກ່ເຫຼົ່ານັ້ນໄດ້ຮັບການປົກປັກກຮັກສາທະນຸບຳລຸງໄວ້ ຈົນມີຫຼາຍຢ່າງກາຍເປັນມໍລະດົກໂລກ, ມໍລະດົກທ້ອງຖິ່ນ…

ເຫດການວັນທີ 21 ມີນາ ຍັງຈາລຶກໃນໃຈ ຢ່າງບໍ່ມີວັນລືມ

ໂດຍ: ຜາຕຸງ (ໂອກາດ ວັນສ້າງຕັ້ງ ພັກປະຊາຊົນ ປະຕິວັດລາວ ຄົບຮອບ 70ປີ) ໃນໂອກາດ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ ຜາຕຸງຂໍຍົກເອົາບາງມູນເຊື້ອຕໍ່ສູ້ທີ່ອງອາດກ້າຫານບໍ່ຍອມຈຳນົນ ຂອງອະດີດບັນດາການນຳຂອງຊາດຂອງພັກປະຊາຊົນປະຕິວັດລາວ ມານຳສະເໜີໃຫ້ທ່ານຮັບຮູ້ ໂດຍສະເພາະແມ່ນມູນເຊື້ອການຕໍ່ສູ້ ຕ້ານການໂຈມຕີຂອງຈັກກະພັດຝຣັ່ງເພື່ອປ້ອງກັນຕົວເມືອງທ່າແຂກ ຈົນເຖິງວິນາທີສຸດທ້າຍໄວ້ຢ່າງພິລາດອາດຫານ. ປະຊາຊົນລາວບັນດາເຜົ່າຄົງຮູ້ດີເຖິງເຫດການ…

3 ວັນປະຫວັດສາດສໍາຄັນໃນປີ 2025

ໂດຍ: ທິດກໍ່າ ໃນປີ 2025 ຖືວ່າເປັນປີໜຶ່ງທີ່ສໍາຄັນທາງດ້ານປະຫວັດສາດຂອງຊາດລາວເຮົາ. ອັນສາເຫດກໍຍ້ອນວ່າເປັນປີມ້ວນທ້າຍຂອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງລັດ ຄັ້ງທີ IX. ນອກຈາກນັ້ນ ກໍມີ 3 ວັນປະຫວັດສາດສໍາຄັນທີ່ພວກເຮົາຈະໄດ້ພ້ອມກັນລະນຶກ ແລະ ສະເຫລີມສະຫລອງຢ່າງຍິ່ງໃຫຍ່ ເປັນຕົ້ນອັນທີໜຶ່ງກໍແມ່ນວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ (22/3/1955-22/3/2025). ອັນທີສອງກໍແມ່ນວັນສະຖາປະນາສາທາລະນະລັດ…

“ຕົ້ນແຕ້ຈາລຶກຄວາມແຄ້ນ” ການຈາກໄປຂອງ ນັກຮົບປະຕິວັດ 17 ສະຫາຍ

(ໂອກາດສະເຫລີມສະຫລອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75ປີ) ໃນສະໄໝຕໍ່ສູ້ກູ້ຊາດ ໄລຍະປີ 1964-1973 ພວກຈັກກະພັດຜູ້ຮຸກຮານໄດ້ນໍາກໍາລັງທະຫານຈໍານວນຫຼາຍກອງພັນບັນຊາໂດຍໂກໂລແນນ ໝອກ ເຂົ້າມາຍຶດເອົາເຂດເມືອງເຟືອງ ໂດຍ ພວກ ເຂົາໄດ້ທໍາການປາບປາມກຳລັງປະຕິວັດ, ເຂັນຂ້າຮາວີປະຊາ ຊົນ, ໃຊ້ກໍາລັງທະຫານຫຸ່ນຂາຍຊາດ ນໍາໂດຍພັນເອກ ຫຼອຍ ອັນຕວນ ປາບປາມ, ຂົມເຫັງ,…

ຜົນງານການເຄື່ອນໄຫວປະຕິວັດຂອງສະຫາຍຮ້ອຍເອກ ນາງ ບົວຄໍາ ພົມມະຈັນ ວິລະຊົນແຫ່ງຊາດ

ກອງທັບປະຊາຊົນລາວ ແມ່ນເລີ່ມຈາກກຳລັງປະກອບອາວຸດຂອງປະຊາຊົນລາວບັນດາເຜົ່າ, ທາດແທ້ຂອງກອງທັບປະຊາຊົນລາວ ແມ່ນກອງທັບຂອງປະຊາຊົນລາວທີ່ຕໍ່ສູ້ເພື່ອປົດປ່ອຍປະຊາຊົນອອກຈາກການກົດຂີ່ຂູດຮີດຂອງສັກດີນາຕ່າງຊາດ ຕໍ່ສູ້ເພື່ອນຳເອົາເອກະລາດ ອຳນາດອະທິປະໄຕມາໃຫ້ແກ່ປະຊາຊົນ ພາຍໃຕ້ການຊີ້ນຳໆພາຂອງພັກປະຊາຊົນ ປະຕິວັດລາວ ຊຶ່ງເປັນຜູ້ກໍ່ຕັ້ງສຶກສາອົບຮົມ ແລະ ຝຶກຝົນຫຼໍ່ຫຼອມໃຫ້ເປັນນັກຮົບທີ່ມີຫຼັກໝັ້ນ, ມີຄວາມຈົ່ງຮັກພັກດີ, ມີຄວາມຊື່ສັດບໍລິສຸດ ແລະ ມີແບບແຜນລະບຽບທີ່ເຂັ້ມງວດ ສົມວ່າເປັນກຳລັງຂອງປະຊາຊົນ, ຂອງຊົນຊັ້ນຜູ້ອອກແຮງງານ ແລະ ເປັນເຄື່ອງມືອັນແຫຼມຄົມຂອງພັກຕະຫຼອດມາ. ຜ່ານໄລຍະການຕໍ່ສູ້ກູ້ຊາດຕ້ານ…

“ຂ້າພະເຈົ້າ ຈະບໍ່ຄິດເພື່ອຕົນເອງ, ຈະບໍ່ເຮັດໃຫ້ປະຊາຊົນຜິດຫວັງ”

ທ່ານ ສີຈິ້ນຜິງ ເຖິງວ່າຫຍຸ້ງຍາກວຽກງານ, ແຕ່ມີການພົວພັນກັບປະຊາຊົນຢ່າງໃກ້ຊິດ. ໃນໄລຍະເຮັດວຽກຢູ່ເມືອງເຈີ້ງຕິ້ງ ແຂວງເຫີເປີຍ, ທ່ານໄດ້ຂີ່ລົດຖີບໄປທົ່ວເມືອງເພື່ອຮັບຟັງສຽງຂອງປະຊາຊົນ; ໃນໄລຍະເຮັດວຽກຢູ່ເຂດນິງເຕີ ແຂວງຟູຈ້ຽນ, ໄດ້ນຳໜ້າເດີນທາງໄປບ່ອນຫ່າງໄກສອກຫລີກ ແລະ ທຸກຍາກທີ່ສຸດ ເພື່ອຮັບຮູ້ສະພາບການດຳລົງຊີວິດຂອງປະຊາຊົນ; ໃນໄລຍະເຮັດວຽກຢູ່ແຂວງເຈີ້ຈ່ຽງ, ເມື່ອຢືນຢູ່ຕໍ່ໜ້າໄພພາຍຸທີ່ຮ້າຍແຮງ, ທ່ານ ສີຈິ້ນຜິງ ໄດ້ຊີ້ນຳວຽກງານຍົກຍ້າຍປະຊາຊົນທັງເວັນ ແລະຄືນໂດຍບໍ່ໄດ້ພັກຜ່ອນ. ນັບແຕ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ…

ກຽມຈິດໃຈສະຫລອງປີໃໝ່ໃຫ້ໄດ້ຮັບໝາກຮັບຜົນ ຮັກສາໄດ້ຮີດຄອງປະເພນີອັນດີງາມ

ໂດຍ: ທິດກໍ່າ ຍັງອີກ​ 2 ອາທິດກວ່າໆກໍຈະຮອດບຸນປີໃໝ່ລາວ ພສ 2566, ຈສ 1385 ແລະ ຄສ 2023. ຕາມໂຫຣາສາດລາວໄດ້ກ່າວໄວ້ວ່າ: ປີໃໝ່ປີນີ້ປະຊາຊົນພົນລະເມືອງຈະມີຄວາມສຸກໃນລະດັບປານກາງ, ໝາກໄມ້ຈະດົກໜາ, ເຮັດນາໄດ້ເຂົ້າຫລາຍ. ວັນສັງຂານລ່ວງແມ່ນວັນສຸກ ກົງກັບວົນທີ 14 ເມສາ…

error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!