ຄ້າຍທີເຄນຳສະເໜີນັກຮ້ອງໜ້າໃໝ່

ວັນທີ 28 ມີນານີ້, ທ່ານ ທະວີສັກ ທຳມະວົງສາ ເຈົ້າ ຂອງຄ້າຍທີເຄ ຊາວລາວ, ໄດ້ຈັດ ພິທີນຳສະເໜີ ນັກຮ້ອງນ້ອງໃໝ່ ຈຳນວນ 11 ຄົນ ແລະ ນຳສະ ເໜີຜົນງານເພງ ຂອງເຂົາເຈົ້າ ຈຳນວນ…

ເປີດໂຕຮູບ​ເງົາ​​​ເລື່ອງ​ “ ວັນ​ຄົບຮອບ ”

ພິທີເປີດໂຕຮູບເງົາເລື່ອງວັນຄົບຮອບໄດ້ມີຂຶ້ນໃນວັນທີ 27 ມີນານີ້, ທີ່ສູນການຄ້າວຽງຈັນເຊັນເຕີ,ເພື່ອໃຫ້ສື່ມວນຊົນ ແລະ ຜູ້ສະໜັບສະໜູນໄດ້ຮັບຊົມເປັນຮອບປະຖົມມະເລີກ, ໂດຍການເຂົ້າຮ່ວມຂອງທ່ານຫົວໜ້າກົມຮູບເງົາ, ກະຊວງຖະແຫຼ່ງຂ່າວວັດທະນະທຳ ແລະ ທ່ອງທ່ຽວ, ພ້ອມດ້ວຍທີມງານນັກສະແດງ, ຜູ້ສະໜັບສະໜູນ ແລະ ສື່ມວນຊົນເຂົ້າຮ່ວມເປັນຈຳນວນຫຼາຍ ແລະ ຄາດວ່າຮູບເງົາເລື່ອງນີ້ຈະເລີ່ມສາຍເປັນທາງການໃຫ້ມວນຊົນໄດ້ຮັບຊົມນັບແຕ່ວັນທີ 30 ມີນານີ້ເປັນຕົ້ນໄປຢູ່ໂຮງຮູບເງົາສູນການຄ້າວຽງຈັນເຊັນເຕີ  ແລະ ໂຮງຮູບເງົາທົ່ວປະເທດ….

ການປະກວດຮ້ອງເພງຊິງຂັນລັດຖະມົນຕີກະຊວງສຶກສາທິການ ແລະ ກິລາຈະເລີ່ມຂຶ້ນໃນຕົ້ນເດືອນເມສານີ້

ໃນວັນທີ 28 ມີນານີ້, ທ່ານຫົວໜ້າກົມພາລະ ແລະ ສິລະປະສຶກສາ ກະຊວງສຶກສາທິການ ແລະ ກິລາ ບຸນສຸກ ທິລາສັກ, ທ່ານນາງ ແສງມະນີ ໄຊຍະກອນ ຜູ້ຈັດການເຄື່ອງດື່ມນ້ຳອັດລົມບໍລິສັດເບຍລາວຈຳກັດ ແລະ ທ່ານ ອານຸລັກ ປະຖຳມະວົງ ຜູ້ອຳນວຍການບໍລິຫານບໍລິສັດສາມາດອີເວັ້ນອໍການາຍເຊີຈຳກັດ,…

ບໍລິສັດທ່ອງທ່ຽວ ຈັດທົວໃຕ້ນ້ຳເລີກ ປະມານ 8ຮ້ອຍລ້ານກີບ/ຄົນ

ຕາມຂໍ້ມູນຈາກສຳນັກຂ່າວຊີເອັນເອັນ ບໍລິສັດທ່ອງທ່ຽວຊື່ດັງ Blue Marble Private ສະເຫນີທົວສຸດພິເສດ ໃຫ້ແກ່ລູກຄ້າຜູ້ຮັກຄວາມຕື່ນເຕັ້ນ ມັກຄວາມລີ້ລັບຂອງປະຫວັດສາດ ຈະພາເຮົາໄປລົງນ້ຳເລີກ ເພື່ອເບິ່ງຊາກເຮືອ ໄທທານິດ ທີ່ຈົມລົງໃນວັນທີ່ 15 ເມສາ 1912 ທີ່ຈົມໄດ້ດົນນານ ສຳລັບການ ດຳລົງໄປນີ້ຈະຕ້ອງໃຊ້ເຮືອດຳນ້ຳທີ່ ບັນຈຸໄດ້ພຽງຜູ້ໂດຍສານ 9 ຄົນເທົ່ານັ້ນ…

ໄດ້​ແລ້ວນາງ​ສາວ​ຈຳນວນ 20 ຄົນທີ່​ຈະ​ເຂົ້າຮ່ວມການ​ປະ​ກວດນາງ​ສາວ​ນະຄອນຫລວງວຽງ​ຈັນ​ປີ 2017

      ວັນ​ທີ 18 ມີນາ​ນີ້, ທ່ານ​ນາງ ອໍລະ​ໄທ ສັນຕິ​ຄົງ​ຄາ ອຳນວຍ​ການ​ບໍລິສັດ ກຣິດ ຕະພົງ ກຣຸບ ຈຳກັດ, ທັງ​ເປັນ​ປະທານ​ໂຄງການ​ຈັດການ​ປະ​ກວດ​ນາງ​ສາວ​ນະຄອນ​ຫລວງ ວຽງ​ຈັນ, ​ໄດ້ຮ່ວມ​ກັບ​ພະ​ແນ​ກຖະ​ແຫລ​ງຂ່າວ, ວັດທະນະທຳ ​ແລະ ທ່ອງ​ທ່ຽວ​ນະຄອນ ຫລວງ​ວຽງ​ຈັນ, ຈັດ​ງານນຳ​ສະ​ເໜີນາງ​ສາວ​…

ທີ​ເຄຊາ​ວລາວ​ຂົນ​ເອົາ​ນັກ​ຮ້ອງ​ຂອງ​ຄ້າຍ​ໄປ​ປະຊັນ​ສຽງ​ຢູ່​ວຽງ​ຈັນ​ເຊັນ​ເຕີ ​ໃນ​ງານ​ເດືອນ​ແຫ່ງ​ແມ່ຍິງ

ວັນທີ 11-17 ມີນານີ້, ທີ່ສູນການຄ້າວຽງຈັນເຊັນເຕີນະຄອນຫລວງວຽງຈັນ, ໄດ້ເປີດງານວາງສະແດງ ແລະ  ຈຳໜ່າຍສິນຄ້າຄວາມສວຍງາມ ແລະ ສຸຂະພາບດີ, ໃນງານເດືອນແຫ່ງແມ່ຍິງ, ເພື່ອເປັນການສະເຫລີມສະຫລອງວັນແມ່ຍິງສາກົນຄົບຮອບ 107 ປີ, ຊຶ່ງຜະລິດຕະພັນທີ່ນຳມາຈັດວາງສະແດງປະກອບມີ: ເຄື່ອງສຳອາງຊື່ດັງຈາກພາຍໃນ ແລະ ຕ່າງປະເທດເປັນຕົ້ນເຄື່ອງສຳອາງໂລ ຮາຊິສ ທີ່ນຳເຂົ້າຈາກປະເທດເກົາຫລີ, ເຄື່ອງນຸ່ງຫົ່ມ,…

error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!